ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການກໍ່ລັດຖະປະຫານ ໂດຍທະຫານ ຊຸກຍູ້ໃຫ້ມຽນມາ ​ມີ​ຊື່ໃນດັດຊະນີການບໍ່ຖືກລົງໂທດຂອງໂລກ


ແຟ້ມພາບ - ນັກຂ່າວຄົນນຶ່ງ ແລະເຈົ້າໜ້າທີ່ຕຳຫຼວດ ຖ່າຍຮູບເອົາກັນແລະກັນ ໃນລະຫວ່າງ ການປະທ້ວງຕໍ່ຕ້ານ ການກໍ່ລັດຖະປະຫານໂດຍທະຫານ, ໃນນະຄອນຢາງກຸ້ງ, ມຽນມາ, ວັນທີ 23 ກຸມພາ 2021.
ແຟ້ມພາບ - ນັກຂ່າວຄົນນຶ່ງ ແລະເຈົ້າໜ້າທີ່ຕຳຫຼວດ ຖ່າຍຮູບເອົາກັນແລະກັນ ໃນລະຫວ່າງ ການປະທ້ວງຕໍ່ຕ້ານ ການກໍ່ລັດຖະປະຫານໂດຍທະຫານ, ໃນນະຄອນຢາງກຸ້ງ, ມຽນມາ, ວັນທີ 23 ກຸມພາ 2021.

ການປາບປາມຂອງພວກທະຫານມຽນມາ ຕໍ່ສື່ມວນຊົນ ໝາຍຄວາມວ່າ ດຽວນີ້ ປະເທດດັ່ງ​ກ່າວ ຖືກຈັດອັນດັບໃຫ້ຢູ່ພາຍໃນບັນ​ດາປະເທດທີ່ຂີ້ຮ້າຍທີ່ສຸດຂອງໂລກ ໃນດ້ານຂອງການບໍ່ຖືກລົງໂທດ ໃນການເຂັ່ນຂ້າພວກນັກຂ່າວ ອີງຕາມລາຍງານສະບັບໃໝ່.

ກຸ່ມຂ່າວເສລີ ຄະນະກຳມະການເພື່ອປົກປ້ອງນັກຂ່າວ ຫຼື CPJ ໄດ້ລວມເອົາມຽນມາ ເຂົ້າໃນດັດຊະນີການບໍ່ຖືກລົງໂທດຂອງໂລກ ປະຈຳປີຂອງຕົນ ເປັນຄັ້ງທຳອິດ ໃນປີ 2022. ພາຍໃນພວກນັກຂ່າວ 5 ຄົນ ທີ່ໄດ້ຖືກຂ້າຕາຍຢູ່ທີ່ປະ ເທດນັ້ນໃນ ໄລຍະ 10 ປີ ຜ່ານມາ, 3 ຄົນຕາຍ ໃນຂະນະທີ່ຖືກຄວບຄຸມໂຕໂດຍພວກທະຫານ ອີງຕາມການຄົ້ນຄວ້າ ຂອງອົງ​ການ CPJ.

ໂຊມາເລຍ ໃນໄລຍະແປດປີຜ່ານ​ມາ ​ແມ່ນຢູ່ລະດັບ​ສູງ​ສຸດຂອງບັນຊີລາຍຊື່ທີ່ໄດ້ຖືກພິມອອກເຜີຍແຜ່ ໃນວັນອັງຄານຜ່ານມານີ້. ເມັກຊິໂກ ຊຶ່ງຢູ່ໃນເສັ້ນທາງໄປສູ່ສະຖິຕິແຫ່ງປີທີ່ຮ້າຍແຮງທີ່ສຸດຂອງປະເທດ ໂດຍມີນັກຂ່າວຫຼາຍກວ່າສິບຄົນຖືກຂ້າຕາຍ ກໍໄດ້ຕິດຢູ່ໃນອັນດັບທີ 6 ໃນດັດ​ຊະນີດັ່ງກ່າວ ທີ່ໄດ້ຕິດຕາມການສັງຫານນັກຂ່າວ ທີ່ຍັງບໍ່ສາມາດຈັບຄົນຂ້າໄດ້ເທື່ອ.

ປະທານຂອງອົງ​ການ CPJ ທ່ານນາງໂຈດີ ກິນສເບີກ (Jodie Ginsberg) ໄດ້ກ່າວຕໍ່ວີໂອເອວ່າ “ຄວາມຈິງທີ່ມຽນມາ ປາກົດອອກມາ ເປັນເທື່ອທຳອິດຢູ່ໃນດັດຊະນີການບໍ່ຖືກລົງໂທດ, ຄວາມຈິງທີ່ມັນໄດ້ຂຶ້ນສູງໃນການຈັດອັນດັບຂອງບັນຊີການຄຸມຂັງພວກນັກຂ່າວ ຂອງພວກເຮົາ ໄດ້ສະແດງໃຫ້ເຫັນວ່າ ລະບອບການປົກຄອງນີ້ ກົດຂີ່ຂົ່ມເຫັງຫຼາຍຊ່ຳໃດ ນັບຕັ້ງແຕ່ການກໍ່ລັດຖະປະ ຫານ ໃນວັນທີ 1 ກຸມພາ 2021 ແລະການປາບປາມທີ່ຮ້າຍແຮງ ຕໍ່ພວກປະທ້ວງແລະພວກທີ່ຊອກຫາທາງເພື່ອລາຍງານກ່ຽວກັບລະບອບການປົກຄອງນັ້ນ ຫຼາຍຊ່ຳໃດ.”

ອົງ​ການ CPJ ໃນທ້າຍປີ 2021 ໄດ້ຈັດອັນດັບໃຫ້ມຽນມາ ຢູ່ພາຍໃນ ພວກປະ​ເທດທີ່ນຳໜ້າໝູ່ໃນການຄຸມຂັງພວກພະນັກງານສື່ມວນຊົນໃນທົ່ວໂລກ ​ໃນຂະ​ນະທີ່ພວກ​ຜະ​ເດັດ​ການທະຫານ ໄດ້ຄວບຄຸມໂຕນັກຂ່າວຫຼາຍສິບຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG