ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ປະຊາຊົນ ອີຣ່ານ ຫຼາຍແສນຄົນ ພາກັນ ອອກມາສະຫຼອງ ວັນປະຕິວັດ ອິສລາມ ຄົບຮອບ 40 ປີ


ພວກຊາວອີຣ່ານ ພາກັນຖ່າຍຮູບ ໃນຂະນະທີ່ ເຕົ້າໂຮມກັບ ພວກຄົນອື່ນ ໃນຈັດຕຸລັດ ອາຊາດີ ຫຼື ເສລີພາບ ຂອງນະຄອນຫຼວງ ເຕຫະຣ່ານ ໃນວັນທີ 11 ກຸມພາ 2019, ໃນລະຫວ່າງ ການສະຫຼອງ ວັນປະຕິວັດສາສະໜາອິສລາມ ຄົບຮອບ 40 ປີ.
ພວກຊາວອີຣ່ານ ພາກັນຖ່າຍຮູບ ໃນຂະນະທີ່ ເຕົ້າໂຮມກັບ ພວກຄົນອື່ນ ໃນຈັດຕຸລັດ ອາຊາດີ ຫຼື ເສລີພາບ ຂອງນະຄອນຫຼວງ ເຕຫະຣ່ານ ໃນວັນທີ 11 ກຸມພາ 2019, ໃນລະຫວ່າງ ການສະຫຼອງ ວັນປະຕິວັດສາສະໜາອິສລາມ ຄົບຮອບ 40 ປີ.

ຊາວອີຣ່ານ ຫຼາຍແສນຄົນ ຊຶ່ງຫຼາຍໆ​ຄົນ ໃນ​ຈຳ​ນວນ​ດັ່ງ​ກ່າວ ຈະຮ້ອງໂຮວ່າ
“ອາເມຣິກາ ຈົ່ງຕາຍ” ໄດ້ພາກັນເດີນຂະບວນ ຢູ່​ຕາມຕົວເມືອງຕ່າງໆ ໃນທົ່ວປະເທດ
ໃນວັນຈັນວານນີ້ ເປັນວັນຄົບຮອບ 40 ປີ ໃນການປະຕິວັດສາ​ສະ​ໜາ ອິສລາມ.

ພວກລູກສອນໄຟຂີປະນາວຸດ ແລະອາວຸດໜັກອື່ນໆ ໄດ້ຖືກນຳອອກມາສະແດງໃຫ້
ເຫັນຢ່າງພາກພູມໃຈຢູ່ໃນໃຈກາງນະຄອນຫຼວງເຕຫະຣ່ານ ໃນຂະນະທີ່ພວກ ເດີນຂະ
ບວນປະທ້ວງ ຈຳນວນນຶ່ງພາກັນ ​ຈູດເຜົາທຸງຊາດຂອງສະຫະລັດ ແລະ ອິສຣາແອລ.

ປະທານາທິບໍດີຮາສຊານ ຣູຮານີ ໄດ້ປະຕິຍານວ່າ ຈະ “ສືບຕໍ່ໄປຕາມເສັ້ນທາງ ແລະ
ກຳລັງທະຫານທີ່ມີພະລັງອຳນາດຂອງພວກເຮົາ.”

ປະທານາທິບໍດີ ຮາຊານ ຣູຮານີ ກ່າວປາໄສ ໃນລະຫວ່າງ ພິທີສະຫຼອງ ວັນຂີດໝາຍ ການປະຕິວັດ ສາສະໜາ ອິສລາມ ຄົບຮອບ 40 ປີ ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ວັນທີ 11 ກຸມພາ 2019.
ປະທານາທິບໍດີ ຮາຊານ ຣູຮານີ ກ່າວປາໄສ ໃນລະຫວ່າງ ພິທີສະຫຼອງ ວັນຂີດໝາຍ ການປະຕິວັດ ສາສະໜາ ອິສລາມ ຄົບຮອບ 40 ປີ ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ວັນທີ 11 ກຸມພາ 2019.

ສ່ວນລັດຖະມົນຕີ ວ່າການຕ່າງປະເທດ ທ່ານໂມຮາມມັດ ຈາວາດ ຊາຣີຟ ໄດ້ຂຽນ
ຂໍ້ຄວາມລົງທວີດເຕີ ວ່າ “ຂ້າພະເຈົ້າ ຄຳນັບດ້ວຍຄວາມຊົມເຊີຍ ຕໍ່ຄວາມ ມຸ້ງໝັ້ນ
ຂອງປະຊາຊົນອີຣ່ານ ຜູ້ທີ່ເຖິງແມ່ນວ່າ ຈະມີຄວາມທຸກຍາກລຳບາກ ແລະ ມີຄວາມ
ບໍ່ພໍອົກພໍໃຈຕ່າງໆນາໆ ມື້ນີ້ ໄດ້ພາກັນຫລັ່ງໄຫລອອກມາຢູ່​ຕາມຖະໜົນສາຍຕ່າງໆ
ຈຳນວນຫຼາຍລ້ານຄົນ ເພື່ອເປັນຂີດໝາຍການປະຕິວັດຂອງສາ​ສະ​ໜາອິສລາມ
ຄົບພຮອບ 40 ປີ ຂອງພວກເຂົາເຈົ້າ ຊຶ່ງບາງຄົນຢູ່ໃນສະຫະລັດ ປາດຖະໜາ ບໍ່
ຢາກຈະໃຫ້ວັນນີ້ ມາເຖິງເລີຍ.”

ໃນຂໍ້ຄວາມທວີດ ເພື່ອເປັນຂີດໝາຍ ສຳລັບວັນຄົບຮອບ 40 ປີ ດັ່ງກ່າວ ຂອງ ທ່ານເອງ
ທ່ານ ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂຽນວ່າ “40 ປີ ແຫ່ງການສໍ້ ລາດບັງຫຼວງ 40 ປີ
ແຫ່ງການກົດຂີ່ຂົ່ມເຫັງ 40 ປີ ແຫ່ງການກໍ່ການຮ້າຍ. ລະບອບການປົກຄອງ ໃນ
ອີຣ່ານ ໄດ້ຜະລິດ ແຕ່ຄວາມລົ້ມແຫຼວໃນ 40 ປີ. ປະຊາຊົນຊາວອີຣ່ານ ທີ່ໄດ້ທົນທຸກ
ມາເປັນເວລາຍາວນານ ຄວນໄດ້ຮັບ ອະນາຄົດທີ່ດີກວ່ານີ້.”

ຫຼັງຈາກມີການປະທ້ວງ ແລະການນັດຢຸດງານ ຕະຫຼອດມາເປັນເວລານຶ່ງປີ ທີ່ໄດ້ເຮັດ
ໃຫ້ປະເທດຢຸດສະງັກລົງ ​ພະ​ເຈົ້າຊາຫ໌ ໂມຮາມັດ ຣີຊາ ປາລາວີ ທີ່ສະໜັບສະໜຸນ ໂດຍ ສະຫະລັດກໍໄດ້ຫລົບໜີອອກຈາກອີຣ່ານ ໃນເດືອນມັງ ກອນ ປີ 1979.

ອາຢາໂທລາ ຣູໂຮລລາ ໂຄເມນີ ຜູ້ທີ່ລີ້ໄພ ຢູ່ຕ່າງປະເທດ ​ກໍ​ໄດ້ຄືນປະ​ເທດ ແລະ ໃນ
ວັນທີ 11 ກຸມພາ ປີ 1979 ຫຼັງຈາກໄດ້ສູ້ລົບກັບພວກກະບົດ ແລະ ພວກກອງໂຈນ ຊຶ່ງ
ກອງທັບຂອງ​ອີ​ຣ່ານ ​ກໍໄດ້ປະກາດຢ່າງເປັນທາງການວ່າ ຕົນເປັນກາງ ໂດຍຍອມຈຳ
ນົນປະເທດ ໃຫ້ແກ່ ໂຄເມນີ ຜູ້ທີ່ໄດ້ປະກາດຕົນເອງ ເປັນຜູ້ນຳສູງສຸດຂອງປະເທດ
ບໍ່ດົນຫຼັງຈາກນັ້ນ.

ຕໍ່ມາໃນປີດຽວກັນນັ້ນ ພວກນັກສຶກສາຂອງອີຣ່ານ ຮຽກຮ້ອງໃຫ້ສະຫະລັດ ສົ່ງ ພະ​ເຈົ້າ
ຊາຫ໌ ຜູ້ທີ່ກຳລັງໃກ້ຈະຕາຍ ກັບຄືນໄປດຳເນີນຄະດີ ພວກເຂົາເຈົ້າຈຶ່ງ ໄດ້ບຸກຍຶດສະ-
ຖານທູດ ສະຫະລັດ ໃນນະຄອນຫຼວງເຕຫະຣ່ານ ແລະ ໄດ້ຈັບ ຊາວອາເມຣິກັນ 52 ຄົນ
ໄວ້ເປັນໂຕປະກັນ ເປັນເວລາ 444 ວັນ ໂດຍເຮັດ ໃຫ້ສະຫະລັດ ເກືອບວ່າ ບໍ່ມີອຳນາດ
ເລີຍ ທີ່ຈະປ່ອຍ​ພວກເຂົາເຈົ້າ ໃຫ້ເປັນອິດສະຫລະໄດ້.

ວິກິດການດັ່ງກ່າວ ໄດ້ສົ່ງຜົນເສຍຫາຍຢ່າງໜັກ ຕໍ່ສື່ສຽງຂອງອາເມຣິກາ ແລະ ພາບພົດ
ຂອງຄວາມເປັນມະຫາອຳນາດ ທີ່ບໍ່ມີຜູ້ໃດແຕະຕ້ອງໄດ້ ໃນທົ່ວໂລກ.

ລັດຖະມົນຕີ ວ່າການຕ່າງປະເທດ ຂອງອີຣ່ານ ທ່ານ ໂມຮາມັດ ຈາວາດ ຊາຣີຟ ເຂົ້າຮ່ວມ ປະຊຸມ ໃນເລື້ອງ ການຈັດຕັ້ງ ຄະນະກຳມະການ ຕາມລັດຖະທຳມະນູນ ໃນຊີເຣຍ ຢູ່ສຳນັກງານໃຫຍ່ ຂອງສະຫະປະຊາຊາດ ໃນນະຄອນ ເຈນີວາ ຂອງສະວິດເຊີແລນ ປະຈຳທະວີບຢູໂຣບ, ວັນທີ 18 ທັນວາ 2018.
ລັດຖະມົນຕີ ວ່າການຕ່າງປະເທດ ຂອງອີຣ່ານ ທ່ານ ໂມຮາມັດ ຈາວາດ ຊາຣີຟ ເຂົ້າຮ່ວມ ປະຊຸມ ໃນເລື້ອງ ການຈັດຕັ້ງ ຄະນະກຳມະການ ຕາມລັດຖະທຳມະນູນ ໃນຊີເຣຍ ຢູ່ສຳນັກງານໃຫຍ່ ຂອງສະຫະປະຊາຊາດ ໃນນະຄອນ ເຈນີວາ ຂອງສະວິດເຊີແລນ ປະຈຳທະວີບຢູໂຣບ, ວັນທີ 18 ທັນວາ 2018.

Hundreds of thousands of Iranians, many chanting "Death to America," marched in cities across the country Monday on the 40th anniversary of the Islamic Revolution.

Ballistic missiles and other heavy weapons were proudly displayed in central Tehran while marchers burned U.S. and Israeli flags.

President Hassan Rouhani vowed to "continue our path and our military power."

"I bow in admiration to Iran's resilient people who despite hardships and grievances, today poured into the streets by the millions to mark the 40th anniversary of their Islamic revolution, which some in the U.S. wished would never come," Foreign Minister Mohammad Javad Zarif tweeted.

In his own tweet to mark the anniversary, President Donald Trump wrote "40 years of corruption, 40 years of repression, 40 years of terror. The regime in Iran has produced only 40 years of failure. The long-suffering Iranian people deserve a much better future."

After more than a year of protests and strikes that paralyzed the country, the U.S.-backed Shah Mohammad Reza Pahlavi fled Iran in January, 1979.

The exiled Ayatollah Ruhollah Khomeini returned and on February 11, 1979, after battling with rebels and guerillas, the army declared itself officially neutral, surrendering the country to Khomeini, who soon declared himself Supreme Leader.

Later that year, Iranian students demanding the U.S. return the dying Shah for trial, seized the U.S. embassy in Tehran and held 52 Americans hostage for 444 days, leaving the U.S. nearly powerless to free them.

The crisis was a severe blow to American prestige and its global image as an invincible superpower.

XS
SM
MD
LG