ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາການຍົກຍ້າຍຖິ່ນຖານ ຫາຍໄປຈາກ ໂຄງຮ່າງຄວາມປອດໄພ ລະຫວ່າງ ສຫລ ແລະເມັກຊິໂກ 


ລັກຖະມົນຕີກະຊວງການຕ່າງປະເທດສະຫະລັດທ່ານ ແອນໂທນີ ບລິງເກັນ (ຊ້າຍ), ແລະລັດຖະມົນຕີກະຊວງການຕ່າງປະເທດ ເມັກຊິໂກທ່ານ ມາຣ໌ຊິໂລ ເອີບຣາຣ໌ດ ໃນການຖະແຫລງຂ່າວຮ່ວມກັນ ທີ່ເມັກຊິໂກຊິຕີ້ ວັນທີ 8 ຕຸລາ, ປີ 2021.
ລັກຖະມົນຕີກະຊວງການຕ່າງປະເທດສະຫະລັດທ່ານ ແອນໂທນີ ບລິງເກັນ (ຊ້າຍ), ແລະລັດຖະມົນຕີກະຊວງການຕ່າງປະເທດ ເມັກຊິໂກທ່ານ ມາຣ໌ຊິໂລ ເອີບຣາຣ໌ດ ໃນການຖະແຫລງຂ່າວຮ່ວມກັນ ທີ່ເມັກຊິໂກຊິຕີ້ ວັນທີ 8 ຕຸລາ, ປີ 2021.

ຜູ້ສະໜັບສະໜຸນດ້ານການກວດຄົນເຂົ້າເມືອງ ກ່າວວ່າ ຂອບການຮັກສາຄວາມປອດໄພໃໝ່ ລະຫວ່າງສະຫະລັດ ແລະເມັກຊິໂກ ສ່ວນໃຫຍ່ແລ້ວແມ່ນຫຼີກລ່ຽງບັນຫາການຍົກຍ້າຍຖິ່ນທີ່ມີຄວາມຫຍຸ້ງຍາກໃນຊ່ວງເວລາທີ່ມີການມາເຖິງເກືອບຫຼາຍເປັນປະຫວັດການ ຂອງພວກຍົກຍ້າຍຖິ່ນຖານ ທີ່ຊາຍແດນຂອງທັງສອງປະເທດ.

ຂອບເຂດຂອງການປະຕິບັດງານດັ່ງກ່າວ, ໄດ້ເປີດເຜີຍໃຫ້ເຫັນ ໃນລະຫວ່າງການໄປຢ້ຽມຢາມນະຄອນເມັກຊິໂກຊິຕີ້ຂອງທ່ານແອນໂທນີ ບລິງເກັນ ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ໃນທ້າຍອາອິດທີ່ຜ່ານມາ, ໂດຍມີເປົ້າໝາຍແນໃສ່ຍຸດທະສາດ ໃນການຕໍ່ສູ້ ຕ້ານການຄ້າຢາເສບຕິດ, ການຄ້າອາວຸດທີ່ຜິດກົດໝາຍ ແລະການຟອກເງິນ ໃນຂະນະທີ່ກ່າວເຖິງການສົ່ງໂຕຜູ້ຮ້າຍຂ້າມແດນດ້ວຍ ລວມເຖິງຫົວຂໍ້ດ້ານຄວາມປອດໄພອື່ນໆ.

ທ່ານບລິງເກັນ ພ້ອມດ້ວຍສະມາຊິກຄະນະລັດຖະມົນຕີອີກສອງຄົນຂອງສະຫະລັດ ພົບປະກັບປະທານາທິບໍດີຂອງເມັກຊິໂກ ທ່ານອັນເດຣສ ມານູເອລ ໂລເປສ ໂອບຣາດໍ (Andres Manuel Lopez Obrador) ແລະບັນດາເຈົ້າໜ້າທີ່ລະດັບສູງຂອງເມັກຊິໂກ. ທ່ານໂລເປສ ໂອບຣາດໍ ຍົກຍ້ອງ “ຂັ້ນຕອນໃໝ່” ໃນຄວາມສໍາພັນທະວິພາຄີ ໃນຂະນະທີ່ທ່ານ ບລິງເກັນກ່າວວ່າ ທັງສອງປະເທດຈະປະຕິບັດງານເປັນພາຄີທີ່ເທົ່າທຽມກັນໃນ “ຂໍ້ກໍາໜົດແລະຮັດແໜ້ນ” ລໍາດັບຄວາມປອດໄພຮ່ວມກັນ.

ໃນຂະນະທີ່ຂໍ້ຕົກລົງດັ່ງກ່າວ ມີຈຸດມຸ້ງໝາຍເພື່ອແກ້ໄຂບັນຫາ ການຄ້າມະນຸດ ແລະການກະທໍາຜິດທາງອາຍາຕ່າງໆ, ຂໍ້ຕົກລົງດັ່ງກ່າວນັ້ນບໍ່ໄດ້ວາງແຜນເພື່ອຈັດການກັບຜູ້ຂໍລີ້ໄພຫລາຍພັນຄົນທີ່ເດີນທາງມາເຖິງຊາຍແດນສະຫະລັດ ແລະເມັກຊິໂກໃນແຕ່ລະວັນ.

ຜູ້ສະໜັບສະໜຸນດ້ານການກວດຄົນເຂົ້າເມືອງຍິນດີກັບຂໍ້ຕົກລົງດັ່ງກ່າວນັ້ນ ເຊິ່ງມີຈຸດປະສົງແນໃສ່ ເພື່ອໃຊ້ແທນທີ່ສັນຍາ ເມີຣິດາ (Merida), ເຊິ່ງເປັນສົນທິ ສັນຍາປີ 2008 ໃນການຕໍ່ສູ້ກັບການຄ້າຢາເສບຕິດ ແລະອົງກອນກໍ່ອາດຊະຍາກໍາ, ແຕ່ກ່າວວ່າ ພວກເຂົາເຈົ້າປາດຖະໜາໃຫ້ມີການເອົາໃຈໃສ່ຫລາຍຂຶ້ນ ນໍາການຍົກຍ້າຍຖິ່ນຖານດັ່ງກ່າວນັ້ນດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG