ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກຄົນເຂົ້າເມືອງ 42 ຄົນ ໄດ້ຖືກຊ່ອຍເຫຼືອ ຂຶ້ນກຳປັ່ນລຳນຶ່ງ ເດີນທາງເຂົ້ານ່ານນ້ຳ ຂອງອີຕາລີ


ໃນວັນທີ 31 ມັງກອນ 2019, ພວກຄົນເຂົ້າເມືອງ ໄດ້ຖືກຊ່ອຍຊີວິດຂຶ້ນກຳປັ່ນ ຊື່ວ່າ Sea-Watch 3, ຊຶ່ງບັນທຸກ ພວກຄົນເຂົ້າເມືອງ 47 ຄົນ, ເຂົ້າມາຈອດຢູ່ທ່າເຮືອ ຊິຊີລີ ຂອງກາຕາເນຍ ທາງພາກໃຕ້ຂອງອີຕາລີ.
ໃນວັນທີ 31 ມັງກອນ 2019, ພວກຄົນເຂົ້າເມືອງ ໄດ້ຖືກຊ່ອຍຊີວິດຂຶ້ນກຳປັ່ນ ຊື່ວ່າ Sea-Watch 3, ຊຶ່ງບັນທຸກ ພວກຄົນເຂົ້າເມືອງ 47 ຄົນ, ເຂົ້າມາຈອດຢູ່ທ່າເຮືອ ຊິຊີລີ ຂອງກາຕາເນຍ ທາງພາກໃຕ້ຂອງອີຕາລີ.

ກຳປັ່ນໃຫ້ຄວາມຊ່ອຍເຫຼືອດ້ານມະນຸດສະທຳ ລຳນຶ່ງຂອງເຢຍຣະມັນ ທີ່ບັນທຸກພວກ
ຄົນເຂົ້າເມືອງ 42 ຄົນ ທີ່ຖືກຊ່ອຍຊີວິດຂຶ້ນມາໄດ້ ຢູ່ນອກຝັ່ງຂອງລີເບຍ ໄດ້ເດີນທາງ
ໄປເຖິງນ່ານນ້ຳຂອງອີ​ຕາ​ລີ ໂດຍຂັດຂືນຕໍ່ຄຳສັ່ງຕ່າງໆ ຈາກໂຣມ ບໍ່ໃຫ້ເຂົ້າໄປຫຍຸ້ງກ່ຽວ.

ຈົນມາເຖິງຕອນແລງວັນພຸດວານນີ້ ກຳປັ່ນຊື່ວ່າ Sea-Watch 3 ໄດ້ຢຸດຢູ່ນອກ ຝັ່ງໃກ້ໆ
ກັບທ່າເຮືອຂອງເກາະລຳເປດູຊາ.

ກັບຕັນຂອງກຳປັ່ນດັ່ງກ່າວ ທ່ານນາງຄາໂຣລາ ແຣັກຄີຕ ໄດ້ກ່າວຢູ່ໃນທວີດເຕີ້ ວ່າ
ທ່ານນາງ ບໍ່ມີທາງເລືອກອື່ນໃດ. ກຳປັ່ນນີ້ ປະຕິບັດການໂດຍອົງການ Sea-Watch
ທີ່ບໍ່ຫວັງຜົນກຳໄລ ໄດ້ໃຊ້ເວລາຢູ່ໃນທະເລສອງສັບປະດາ ໃນເວລາທີ່ບໍ່ມີ ປະເທດໃດ
ໃນຢູໂຣບ ຈະຮັບເອົາການ​ເຂົ້າ​ຈອດ​ຂອງກຳປັ່ນນີ້.

ທ່ານນາງ ແຣັກຄີຕ ໄດ້ກ່າວໃນທວີດເຕີ້ວ່າ“ຂ້າພະເຈົ້າຮູ້ດີ ສິ່ງທີ່ຂ້າພະເຈົ້າກຳລັງສ່ຽງ
ຢູ່ນີ້ ແຕ່ພວກທີ່ລອດຊີວິດ 42 ຄົນ ທີ່ຂ້າພະເຈົ້າມີຢູ່ເທິງກຳປັ່ນ ແມ່ນ ອ່ອນເພຍ.
ຂ້າພະເຈົ້າ ຈະນຳເອົາພວກເຂົ້າເຈົ້າ ໄປຍັງທີ່ປອດໄພ.”

ໃນເວລາຕໍ່ມາ ທ່ານນາງໄດ້ນຳເອົາບັນທຶກວີດີໂອ ລົງໃນທວີເຕີ້ ຊຶ່ງທ່ານນາງ ກ່າວວ່າ
ທາງການຂອງອີຕາລີ ໄດ້ຂຶ້ນມາເທິງກຳປັ່ນ ເພື່ອກວດສອບເອກກະສານ ແລະໜັງສື
ເດີນທາງຂອງພວກລູກເຮືອ.

ລັດຖະມົນຕີກະຊວງພາຍໃນຂອງອີຕາລີ ທີ່ຕໍ່ຕ້ານຄົນເຂົ້າເມືອງ ໄດ້ໃຫ້ຄຳສັນຍາວ່າ
ຈະປັບໄໝ ຈັບກຸມ ແລະຍຶດ ກຳປັ່ນລຳໃດ ທີ່ເຂົ້າມາໃນນ່ານນ້ຳ ຂອງອີຕາລີ ໂດຍບໍ່
ໄດ້ຮັບອານຸຍາດ. ທ່ານຊາລວີນີ ໄດ້ກ່າວໄປວ່າ “ພວກເຮົາຈະ ໃຊ້ທຸກວິທີທາງແບບ ປະຊາທິປະໄຕ ເພື່ອຢຸດຢັ້ງ ການບໍ່ເອົາຈິງເອົາຈັງ ຕໍ່ກົດໝາຍ. ອີຕາລີ ບໍ່ສາມາດ
ເປັນບ່ອນຈອດ ສຳລັບຜູ້ໃດກໍຕາມ ທີ່ຕັດສິນໃຈ ຈະນຳເອົາຄົນມາລົງຢູ່ທີ່ນີ້.”

ທ່ານໄດ້ກ່າວຫາຊ້ຳແລ້ວຊ້ຳອີກ ພວກກູ້ໄພໃຈບຸນ ໃນການພົວພັນກັບການກະທຳຜິດ
ກັບພວກລັກລອບຂົນສົ່ງຄົນດ້ວຍການລໍຖ້າຢູ່ນອກຝັ່ງຂອງລີເບຍ ເພື່ອຮັບເອົາພວກຄົນ
ເຂົ້າເມືອງຂຶ້ນຈາກເຮືອຕ່າງໆທີ່ບໍ່ເໝາະສົມສຳລັບແລ່ນທະເລ ທີ່ອາດຈະບໍ່ສາມາດແລ່ນ ໄປຮອດທະວີບຢູໂຣບໄດ້.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG