ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກຍົກຍ້າຍຖິ່ນຖານ 1,600 ຄົນ ສູນເສຍຊີວິດ ຢູ່ໃນທະເລ ເມດີເທີ​ເຣນຽນ ໃນປີນີ້


ພວກນັກເຄື່ອນໄຫວເພື່ອສິດທິຂອງອົບພະຍົບ ຢືນຢູ່ຂ້າງປ້າຍທີ່ອ່ານວ່າ "309 ເສຍຊີວິດຢູ່ຊາຍແດນຝຣັ່ງ ອັງກິດ ນັບແຕ່ປີ 1999," ຢູ່ນອກເມືອງຄາແລສ໌ (Calais) ຂອງຝຣັ່ງ, ວັນທີ 25 ພະຈິກ 2021.
ພວກນັກເຄື່ອນໄຫວເພື່ອສິດທິຂອງອົບພະຍົບ ຢືນຢູ່ຂ້າງປ້າຍທີ່ອ່ານວ່າ "309 ເສຍຊີວິດຢູ່ຊາຍແດນຝຣັ່ງ ອັງກິດ ນັບແຕ່ປີ 1999," ຢູ່ນອກເມືອງຄາແລສ໌ (Calais) ຂອງຝຣັ່ງ, ວັນທີ 25 ພະຈິກ 2021.

ເຫດການເຮືອລຳນຶ່ງຈົມນ້ຳ ທີ່ມີຫຼາຍກວ່າ 30 ຄົນຢູ່ເທິງເຮືອໃນອາທິດນີ້ ເປັນໂສກນາຕະກຳທີ່ຮ້າຍແຮງສຸດ ໃນການອົບພະຍົບ ມາເຖິງປັດຈຸບັນນີ້ ຢູ່ໃນຊ່ອງແຄບຂອງອັງກິດ ອີງຕາມລາຍງານຂອງອົງການຂ່າວເອພີ.

ຢ່າງໃດກໍຕາມຊາກເຮືອຕ່າງໆຂອງພວກອົບພະຍົບທີ່ມີຂະໜາດໃຫຍ່ດັ່ງກ່າວ ບໍ່ແມ່ນເລື້ອງທີ່ທຳມະດາເລີຍ ຢູ່ໃນນ່ານນ້ຳອ້ອມຮອບເຂດຊາຍແດນທາງກ້ຳໃຕ້ຂອງຢູໂຣບ.

ສະເພາະແຕ່ປີດຽວນີ້ ບັນດາເຈົ້າໜ້າທີ່ອົງການສະຫະປະຊາຊາດ ກະປະມານວ່າ 1,600 ຄົນ ໄດ້ເສຍຊີວິດ ຫຼືຫາຍສາບສູນຢູ່ໃນທະເລເມດີເທີ​ເຣນຽນ ອັນເປັນເສັ້ນທາງຫຼັກ ໄປຍັງຢູໂຣບສຳລັບພວກອົບພະຍົບທັງຫຼາຍ ທີ່ພະຍາຍາມເດີນທາງເຂົ້າໄປໃນທະວີບດັ່ງກ່າວ ໂດຍການຊ່ອຍເຫຼືອຂອງພວກລັກລອບຄ້າມະນຸດ.

ຈຳນວນຂອງຜູ້ເສຍຊີວິດແມ່ນສູງກວ່າໃນປີກາຍນີ້ ແຕ່ກໍບໍ່ໝາຍຄວາມວ່າ ເປັນໂຕເລກໂດຍສະເພາະ. ອົງການກ່ຽວກັບພວກ​ຍົກ​ຍ້າຍ​ຖິ່ນ​ຖານສາກົນ ຫຼື IOM ກະປະມານວ່າ 23,000 ຄົນ ໄດ້ສູນເສຍຊີວິດ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ໃນຂະນະທີ່ພະຍາຍາມຂ້າມທະເລເມດີເຕຣານຽນໃນພວກເຮືອທີ່ບໍ່ແໜ້ນໜາ ຫຼືເຮືອຢາງ ຈຶ່ງເຮັດໃຫ້ຈຳນວນສູງຂຶ້ນເຖິງຫຼາຍກວ່າ 5,000 ຄົນໃນປີ 2016. ໃນຊ່ວງໄລຍະດຽວກັນໃນປີທີ 7 ນັ້ນ ປະມານ 166 ຄົນໄດ້ເສຍຊີວິດຢູ່ໃນຊ່ອງແຄບຂອງອັງກິດ.

ເຮືອໃບລຳນຶ່ງທີ່ໄດ້ຖືກນຳໃຊ້ໂດຍພວກລັກລອບຂົນສົ່ງພວກຍົກຍ້າຍຖິ່ນຖານແລະຊາວອົບພະຍົບ ແມ່ນຈົມຢູ່ຫາດຊາຍLe Cannelle ໃນເມືອງ Isola Capo Rizzuto ຂົງເຂດ Calabria ຂອງອີຕາລີ, ວັນທີ 13 ພະຈິກ 2021.
ເຮືອໃບລຳນຶ່ງທີ່ໄດ້ຖືກນຳໃຊ້ໂດຍພວກລັກລອບຂົນສົ່ງພວກຍົກຍ້າຍຖິ່ນຖານແລະຊາວອົບພະຍົບ ແມ່ນຈົມຢູ່ຫາດຊາຍLe Cannelle ໃນເມືອງ Isola Capo Rizzuto ຂົງເຂດ Calabria ຂອງອີຕາລີ, ວັນທີ 13 ພະຈິກ 2021.

ເມື່ອອາທິດແລ້ວນີ້ 85 ຄົນ ໄດ້ເສຍຊີວິດຢູ່ໃນສອງເຫດການທີ່ເກີດຂຶ້ນຕ່າງກັນ ໃນຂະນະທີ່ພວກເຂົາພະຍາຍາມເດີນທາງຈາກລີເບຍໄປຫາອີຕາລີ ອີງຕາມການກ່າວຂອງທ່ານຟລາຍີໂອ ດີ ຈີອາໂຄໂມ ໂຄສົງຂອງອົງການ IOM ຢູ່ໃນອີຕາລີ. ເຫດໂສກນາຕະກຳເຫຼົ່ານັ້ນ ບໍ່ຄ່ອຍໄດ້ຮັບຮູ້ຮັບເຫັນຢູ່ໃນຢູໂຣບເລີຍ.

ທ່ານດີ ຈີອາໂຄໂມ ໄດ້ເວົ້າວ່າ “ຂ້າພະເຈົ້າຄຶດວ່າ ມັນເປັນຄຳຖາມຂອງໄລຍະຂອບເຂດໃກ້ຄຽງ ຂ້າພະເຈົ້າຄຶດວ່າ ການເອົາໃຈໃສ່ຂອງສື່ມວນຊົນ ໃນສິ່ງທີ່ໄດ້ເກີດຂຶ້ນ ລະຫວ່າງອັງກິດແລະຝຣັ່ງ ຍັງເປັນສາເຫດເຮັດໃຫ້ອັນນີ້ເປັນເລື້ອງ ໃໝ່. ຢູໂຣບບໍ່ເຄີຍມີເລື້ອງແບບນັ້ນ ຢູ່ໃນທະວີບນີ້ ໂດຍປົກກະຕິແລ້ວ ມັນຈະຢູ່ພາຍນອກເຂດຊາຍແດນ.”

ປີນີ້ເປັນປີທີ່ມີອົບພະຍົບໄປໃນເສັ້ນທາງຫາຢູໂຣບທີ່ຫຼາຍທີ່ສຸດແລະຮ້າຍແຮງທີ່ສຸດ ແມ່ນຢູ່ພາກກາງຂອງທະເລເມດີເຕຣານຽນ ບ່ອນທີ່ຫຼາຍໆຄົນໄດ້ເດີນທາງຢູ່ໃນເຮືອຕ່າງໆທີ່ແອອັດ ຈາກລີເບຍ ແລະຕູນີເຊຍ ແລະໃນບາງກໍລະນີ ຈາກປະເທດເທີກີ ພຸ້ນກໍມີ ເພື່ອມຸ້ງໜ້າໄປອີຕາລີ. ປະມານ 60,000 ຄົນ ໄດ້ເດີນ ທາງຮອດອີຕາລີ ໂດຍທາງທະເລໃນປີນີ້ ແລະປະມານ 1,200 ຄົນໄດ້ເສຍຊີ ວິດ ຫຼື ຫາຍສາບສູນໃນເສັ້ນທາງຂອງການເດີນທາງ ອີງຕາມອົງການຂ້າຫຼວງໃຫຍ່ເພື່ອອົບພະຍົບຂອງສະຫະປະຊາຊາດ ຫຼື UNHCR.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG