ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຖືກຕ້ອງຕິ ກ່ຽວກັບ ນະໂຍບາຍໃຫ້ລີ້ໄພ (ສະໄລດ໌/ວີດິໂອ ພາສາລາວ/ອັງກິດ)


ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ.

ເຈົ້າໜ້າທີ່ອິນໂດເນເຊຍເວົ້າວ່າ ມີຜູ້ຊອກຂໍລີ້ໄພ 189 ຄົນ ຖືກ
ຊ່ວຍຊີວິດໄວ້ໄດ້ ຫຼັງຈາກເຮືອທີ່​ເຂົາ​ເຈົ້າ​ຂີ່​ມານັ້ນ ຫຼົ້ມຢູ່ນອກຝັ່ງ
ເມື່ອວັນອັງຄານ​ແລ້ວ​ນີ້. ເຈົ້າໜ້າທີ່ໜ່ວຍຍາມຝັ່ງເວົ້າວ່າ ມີຜູ້ ເສຍຊີວິດຢ່າງໜ້ອຍເກົ້າຄົນ. ຊາວອົບພະຍົບ​ເຫລົ່ານັ້ນ ພະຍາ
ຍາມຈະໄປ​ໃຫ້ເຖິງເກາະ Christmas ຊຶ່ງເປັນເກາະນຶ່ງຂອງ
ອອສເຕຣເລຍ ທີ່ຫາກໍໄດ້ຈັດຕັ້ງປະຕິບັດນະໂຍບາຍ ໃໝ່ ທີ່ຂັດ
ຂວາງ​ບໍ່​ໃຫ້ພວກ​ອົບ​ພະຍົບທີ່​ເດີນທາງ​ມາ​ທາງ​ເຮືອ ຍື່ນຄໍາຮ້ອງ
ຂໍລີ້ໄພ ຢູ່​ທີ່​ເກາະນັ້ນ​ໄດ້. ຕາມທີ່ Henry Ridgwell ຜູ້ສື່ຂ່າວ
ວີໂອເອ ລາຍງານ ຈາກລອນດອນ ປະເທດອັງກິດນັ້ນ ກໍແມ່ນ
ວ່າ ກຸ່ມສິດທິມະນຸດ ພາກັນກ່າວໂຈມຕີນະໂຍບາຍໃໝ່ຂອງ
ອອສເຕຣ​ເລຍຢ່າງໃຫຍ່ ຊຶ່ງທອງປານຈະນໍາເອົາລາຍລະອຽດ
ຂອງເລຶ່ອງນີ້ ມາສະເໜີ ທ່ານ ໃນອັນດັບຕໍ່ໄປ
.
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບລາຍງານນີ້:

Migrants Boat Sinks Off Indonesia; Australia Criticized Over Asylum Policy
please wait

No media source currently available

0:00 0:02:58 0:00
ລິງໂດຍກົງ

ພວກລອດຊີວິດມາ​ຈາກເຮືອຈົມນໍ້າ ທີ່ມີອາການອິດເມື່ອຍ ອ່ອນເພຍ ແລະຂາດນໍ້ານັ້ນ
ຖືກ​ພາ​ໄປ​ພັກຢູ່ບ່ອນອາໄສຊົ່ວຄາວ ເມື່ອວັນພຸດ​ແລ້ວ​ນີ້ ຢູ່ທີ່ໝູ່ບ້ານ Cidaun, ແຂວງ West Java ໃນປະເທດອິນໂດເນເຊຍ. ​ໃນ​ນັ້ນ ມີ​ເດັກນ້ອຍ​ແລະແມ່ຍິງ​ຖືພາ​ມານ ຫຼາຍຄົນ​.

ພວກ​ລອດ​ຊີວິດ​ສ່ວນ​ໃຫຍ່​ເວົ້າ​ວ່າ ​ເຂົ​າເຈົ້າມາຈາກອີຣັກ ອີຣ່ານ ແລະສີລັງກາ. ເຮືອ
ຂອງພວກເຂົາເຈົ້າກໍາລັງມຸ້ງໜ້າໄປຍັງເກາະ Christmas ຊຶ່ງເປັນອານາເຂດຂອງອອສ
ເຕຣເລຍນັ້ນ ຫລັງ​ຈາກ​ອອກເດີນທາງມາຈາກ ປະເທດ Papua New Guinea ​ທີ່ຕັ້ງ​ຢູ່​
ເຄິ່ງຕາ​ເວັນ​ອອກ​ຂອງ​ເກາະ New Guinea ​ ຊຶ່ງ​ເຄິ່ງຕາ​ເວັນ​ຕົກ​ເປັນດິນ​ແດນ​ຂອງ​ອິນ​ໂດ​ເນ​ເຊຍ​.

ເມື່ອອາທິດກ່ອນ​ນັ້ນ ອອສເຕຣເລຍໄດ້ເຊັນຂໍ້ຕົກລົງສະບັບນຶ່ງກັບ Papua New
Guinea ທີ່ບົ່ງວ່າ ພວກ​ຊອກຂໍລີ້ໄພ ທີ່ເດີນທາງມາທາງເຮືອນັ້ນ ຈະບໍ່ໄດ້ຮັບອະນຸຍາດ ໃຫ້ຕັ້ງຖິ່ນຖານຢູ່ໃນອອສເຕຣເລຍ ເຖິງແມ່ນພວກ ເຂົາເຈົ້າຈະມີ​ເງື່ອນ​ໄຂເປັນຊາວອົບ ພະຍົບກໍຕາມ ແຕ່ກົງກັນຂ້າມ ພວກເຂົາເຈົ້າຈະຖືກສົ່ງໄປຍັງ Papua New Guinea.

ທ່ານ Kevin Rudd ນາຍົກລັດຖະມົນຕີອອສເຕຣເລຍ ເວົ້າວ່າ ເຫດການເຮືອຫລົ້ມເມື່ອ ວັນອັງຄານຜ່ານມານັ້ນ ພໍພິສູດໃຫ້ເຫັນແລ້ວວ່າ ຈໍາເປັນຕ້ອງມີນະໂຍບາຍທີ່ເຄ່ງຄັດ.

ທ່ານ ຣັດ ເວົ້າວ່າ: “ເຫດການນີ້ ແມ່ນເນັ້ນຢໍ້າເຖິງຄວາມຈໍາເປັນຕ້ອງມີການ
ປ່ຽນແປງນະໂຍບາຍໃນອອສເຕຣເລຍ ກ່ຽວກັບນະໂບາຍຜູ້ຂໍລີ້ໄພໃນດິນແດນ
ອອສເຕຣເລຍ ​ແລະ​ຕ້ອງເປັນ​ນະ​ໂຍບາຍ​ທີ່ສົ່ງຂໍ້ຄວາມອັນແຈ້ງຂາວໄປຍັງ
ພວກລັກລອບຂົນສົ່ງມະນຸດ ວ່າ​ເຂົາ​ເຈົ້າ​ຕ້ອງຍຸຕິການສົ່ງຄົນມາຍັງອອສເຕຣ
ເລຍ ໂດຍທາງເຮືອ. ພວກເຮົາໄດ້ເຫັນຄົນຈົມນໍ້າຕາຍຫລາຍ​ເກີນ​ໄປ​ແລ້ວ
ເຫັນເຮືອຫລົ້ມຫຼາຍເກີນໄປ​ ​ແລະ​ເຫັນຄົນຫາຍສາບສູນຢູ່ໃນທະເລ ຫລາຍ​
ເກີນ​ໄປ​ແລ້ວ.”


ກ່ອນໜ້ານີ້ ມີເຮືອລໍານຶ່ງ ທີ່ບັນທຸກພວກ​ຊອກ​ຂໍລີ້​ໄພ ​ເດີນທາງໄປເຖິງເກາະ Christmas
ເມື່ອວັນທີ 20 ເດືອນກໍລະກົດນີ້. ພວກອົບ​ພະຍົບ​ເຫລົ່າ​ນັ້ນແມ່ນຈຸທໍາອິດ ທີ່​ໃບຄໍາຮ້ອງຂໍ
ລີ້ໄພຂອງພວກເຂົາເຈົ້າຖືກ​ສົ່ງ​ໄປ​ Papua New Guine ຕາມຂໍ້ຕົກລົງກັນສະບັບໃໝ່ນັ້ນ.

ຂໍ້ຕົກລົງດັ່ງກ່າວນີ້ ​ໄດ້ຍັງຜົນໃຫ້ເກີດຄື້ນຟອງການປະທ້ວງຂຶ້ນມາໃນທັນທີ. Livio Zilli ເປັນທະນາຍຄວາມຊ່ວຍອົບພະຍົບ ຈາກອົງການ ນີລະໂທດກໍາສາກົນ Amnesty International.

ທ່ານ Zilli ເວົ້າວ່າ:“​ເປັນ​ທີ່​ແລ​ເຫັນ​ໄດ້​ວ່າ ພວກເຂົາເຈົ້າຈະຖືກກັກຕົວໄວ້ໂດຍ
ບໍ່ມີກໍານົດ. ພວກເຮົາບໍ່ຮູ້ວ່າ ຂັ້ນຕອນທັງ​ໝົດ​ຂອງການພິຈາລະນາຄໍາຮ້ອງຂໍ
ລີ້ໄພນັ້ນ ຈະໃຊ້ເວລາດົນນານສໍ່າໃດ. ສະນັ້ນ ພວກເຈົາຈຶ່ງເປັນຫ່ວງຫຼາຍ
ນໍາພວກຄົນເຫຼົານີ້. ປະການທີ່ສອງ ພວກເຮົາເປັນຫ່ວງນໍາ ກໍຍ້ອນມັນ​ເທົ່າ​
ກັບວ່າ ອອສເຕຣເລຍກໍາລັງ​ເລືອກວິທີ ທີ່​ຈະປະຕິບັດພັນທະນານາຊາດ
ຂອງຕົນ ຕາມ​ທີ່​ຕົນ​ມັກ.”



ທ່ານ Gary Juffa ຜູ້ປົກຄອງລັດ Oro ໃນປະເທດປາປົວ ນີວ ກີນີ ບໍ່​ແນ່​ໃຈວ່າ ປະເທດ ຂອງທ່ານ ຈະໄດ້ຫຍັງ ຈາກຂໍ້ຕົກລົງອັນນີ້?

ທ່ານ Juffa ເວົ້າວ່າ: “ໂດຍການຮັບເອົາຂໍ້ຕົກລົງນີ້ ແມ່ນພວກເຮົາເຮັດໄປຕາມ
ທີ່ລັດຖະບານອອສເຕຣເລຍບອກ ຫຼືວ່າພວກເຮົາເຮັດເຊັ່ນນີ້ ຍ້ອນພວກເຮົາຮູ້
ສຶກວ່າພວກເຮົາຊ່ວຍອອສເຕຣເລຍບໍ? ຖ້າເປັນດັ່ງນັ້ນແລ້ວ ຄ່າໃຊ້ຈ່າຍຫຼາຍ
ປານໃດ ພວກ​ເຮົາ​ຕ້ອງ​ເສຍ​ຫຍັງ​ແດ່ ​ແລະ​ຈະໄດ້ຜົນປະໂຫຍດຫຍັງແດ່?”


ອອສເຕຣເລຍ ຈະ​ເປັນ​ຜູ້ອອກເງິນທຶນ ສໍາລັບໂຄງການຂະຫຍາຍໃຫຍ່ ສູນກັກຂັງ
Manus ຢູ່ປາປົວ ນີວ ກີນີ ນັ້ນ. ລາຍງານຂອງສະຫະ​ປະຊາ​ຊາ​ດສະບັບນຶ່ງເມື່ອບໍ່ດົນ
ມານີ້ ພົບເຫັນຂໍ້ບົກຜ່ອງຫລາຍ​ຢ່າ​ງ ຢູ່ສູນກັກຂັງດັ່ງກ່າວ. ທ່ານ Livio Zilli ແຫ່ງອົງ
ການນີລະໂທດກໍາສາກົນ ເວົ້າວ່າ ອອສເຕຣເລຍຕ້ອງໄດ້ປ່ຽນແປງທິດທາງ.

ທ່ານ Zilli ເວົ້າວ່າ: “ທຸກໆຄົນທີ່ເດີນທາງ​ໄປເຖິງອອສເຕຣເລຍ ຫຼືຊາຍຝັ່ງອອສ
ເຕຣເລຍ ບໍ່ວ່າຈະ​ໄປດ້ວຍທາງໃດກໍຕາມ ຄວນຈະໄດ້ຮັບອະນຸຍາດໃຫ້​ຊົມ​ໃຊ້​
ວິທີການຂ້ອງ​ຂໍ​ເອົາສະຖານະພາບຊາວອົບພະຍົບຢ່າງມີປະສິດທິຜົນ ຢູ່ໃນ
ແຜ່ນດິນໃຫຍ່ອອສເຕຣເລຍ.”


ອອສເຕຣເລຍເວົ້າວ່າ ມີພວກຊອກຂໍລີ້ໄພຫຼາຍກວ່າ 15,000 ຄົນແລ້ວ ທີ່​ເດີນທາງ​ໄປ
ເຖິງອານາເຂດຂອງອອສເຕຣເລຍໂດຍທາງເຮືອໃນປີນີ້. ນັບຕັ້ງແຕ່ປີ 2001 ເປັນຕົ້ນມາ
ມີປະມານ 1,000 ຄົນ ທີ່ເສຍຊີວິດໃນລະຫວ່າງການເດີນທາງຂ້າມ​ນໍ້າ​ຂ້າມ​ທະ​ເລມານັ້ນ.

ລັດຖະບານອອສເຕຣເລຍໄດ້ຜະລິດວີດີ​ໂອ ອອກ​ເຜີຍ​ແຜ່ທາງອິນເທີເນັດ ​ເປັນຫຼາຍໆ
ພາສາດ້ວຍກັນ ໂຮມທັງພາສາ Farsi ແລະພາສາຫວຽດນາມ ທີ່ເຕືອນວ່າ ພວກອົບ​ພະ
ຍົບທີ່ເດີນທາງມາຍັງອອສເຕຣເລຍໂດຍທາງເຮືອ ຈະບໍ່ໄດ້ຮັບອະນຸຍາດໃຫ້ຕັ້ງຖິ່ນຖານ
ຢູ່ໃນອອສເຕຣເລຍ.
XS
SM
MD
LG