ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົບ​ພະ​ຍົບ ທີ່​ເດີນ​ທາງ​ ມາ​ຮອດ​ຊາຍ​ແດນ ​ດ້ານ​ໃຕ້​ຂອງ​ ສ​ຫລ ​ຍັງ​ສືບ​ຕໍ່​ ​ເພີ້ມ​ທະ​ວີ​ຂຶ້ນ


ອົບ​ພະ​ຍົບ​ຊາວ​ຄິວ​ບາ ຖືກ​ຄວບ​ຄຸມ​ຕົວ ໂດຍເຈົ້າ​ໜ້າ​ທີ່​ຄົນ​ເຂົ້າ​ເມືອງເມັກ​ຊິ​ໂກ ຢູ່​ເມືອງ Ciudad Juarez ໃນ​ຂະ​ນະ​ທີ່​ກຳ​ລັງ​ຂ້າມ​ຂົວ​ສາ​ກົນ Paso del Norte ​ໄປ​ຝາກ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ ເພື່ອ​ຂໍ​ລີ້​ໄພ​, ວັນ​ທີ 29 ເມ​ສາ, 2019
ອົບ​ພະ​ຍົບ​ຊາວ​ຄິວ​ບາ ຖືກ​ຄວບ​ຄຸມ​ຕົວ ໂດຍເຈົ້າ​ໜ້າ​ທີ່​ຄົນ​ເຂົ້າ​ເມືອງເມັກ​ຊິ​ໂກ ຢູ່​ເມືອງ Ciudad Juarez ໃນ​ຂະ​ນະ​ທີ່​ກຳ​ລັງ​ຂ້າມ​ຂົວ​ສາ​ກົນ Paso del Norte ​ໄປ​ຝາກ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ ເພື່ອ​ຂໍ​ລີ້​ໄພ​, ວັນ​ທີ 29 ເມ​ສາ, 2019

ລັດ​ຖະ​ບານ​ຂອງ​ທ່ານດໍ​ໂນ​ລ ທ​ຣຳ​ໃນ​ວັນ​ພະ​ຫັດ​ວານນີ້ ເວົ້າ​ວ່າ ການເພີ້ມ​ຂຶ້ນ​ຂອງ​ຈຳນ​ວນ​ອົບ​ພະ​ຍົບທີ່​ເດີນ​ທາງ​ມາ​ຮອດ​ຊາຍ​ແດນ​ດ້ານ​ໃຕ້​ຂອງ​ອາມ​ເຣິ​ການັ້ນ​ຍັງ​ສືບ​ຕໍ່​ທະ​ວີ​ຄູນ​ຂຶ້ນໂດຍ​ທີ່​ມີ​ຄົນ​ເຂົ້າ​ເມືອງບໍ່​ມີ​ເອ​ກະ​ສານຫຼາຍກວ່າ 300,000 ຄົນ ຊຶ່ງສ່ວນ​ໃຫຍ່ແມ່ນ​ມາ​ຈາກ​ຂົງເຂດທະ​ວີບ​ອາ​ເມ​ຣິ​ກາ​ກາງຖືກ​ຈັບຫລືບໍ່​ກໍ​ກຳ​ລັງ​ຂໍ​ລີ້​ໄພ ເທົ່າ​ທີ່​ມີ​ ໃນ​ປີ​ງົບ​ປະ​ມານນີ້ ຊຶ່ງ​ເລີ້ມ​ຕົ້ນ​ມາ​ ແຕ່​ເດືອນ​ຕຸ​ລາ​ປີ​ກາຍນີ້ ເປັນ​ຕົ້ນ​ມາ.

"ພວກ​ເຮົາ​ກຳ​ລັງ​ຢູ່​ທ້າມ​ກາງວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ ແລະ​ດ້ານ​ຄວາມ​ໝັ້ນ​ຄົງຢູ່​ຊາຍ​ແດນ​ທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້," ນັ້ນ​ຄື​ຄຳ​ເວົ້າ​ຂອງຜູ້​ຮັກ​ສາ​ການລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງ​ສະ​ຫະ​ລັດ, ທ່ານ ເຄ​ວິນ ແມັກ​ອາ​ລີ​ແນນ (Kevin McAleenan) ທີ່​ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ ​ຢູ່​ສະ​ພາ​ສູງ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ພວກ​ອົບ​ພະ​ຍົບ​ເກືອບ​ຮອດ 110,000 ຄົນ ພະ​ຍາ​ຍາມ​ທີ່​ຈະຂ້າມ​ຊາຍ​ແດນ​ມາ ໂດຍບໍ່​ມີ​ສະ​ຖາ​ນະ​ພາບ​ເຂົ້າ​ເມືອງ​ທີ່​ຖືກ​ກົດ​ໝາຍ​ ໃນ​ເດືອນແລ້ວນີ້ ຊຶ່ງ​ເປັນ​ຈຳ​ນວນ​ຫລາຍ​ທີ່​ສຸດ​ໃນ​ຮອບ​ທົດ​ສະ​ວັດ​ນຶ່ງຜ່ານ​ມາ ແລະຫລາຍກວ່າ 65 ເປີ​ເຊັນ​ຂອງ​ຄົນພວກນັ້ນ ແມ່ນມາ​ກັນເປັນ​ຄອບ​ຄົວ ແລະ​ເປັນ​ເດັກ​ນ້ອຍ​ທີ່ບໍ່​ມີ​ຜູ້​ປົກ​ຄອງ​ມາ​ນຳ.”

ຜູ້​ຮັກ​ສາ​ການລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງ​ສະ​ຫະ​ລັດ, ທ່ານ ເຄ​ວິນ ແມັກ​ອາ​ລີ​ແນນ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ ​ຢູ່​ສະ​ພາ​ສູງສະ​ຫະ​ລັດ, 23 ພຶດ​ສະ​ພາ, 2019
ຜູ້​ຮັກ​ສາ​ການລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງ​ສະ​ຫະ​ລັດ, ທ່ານ ເຄ​ວິນ ແມັກ​ອາ​ລີ​ແນນ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ ​ຢູ່​ສະ​ພາ​ສູງສະ​ຫະ​ລັດ, 23 ພຶດ​ສະ​ພາ, 2019

​ໃນ​ລະ​ດັບຄວາມ​ໄວໃນ​ການ​ເດີນ​ທາງມາເຖິງ​ໃນ​ປັດ​ຈຸ​ບັນນີ້, ຈຳ​ນວນທັງ​ໝົດ​ຂອງພວກ​ອົບ​ພະ​ຍົບທີ່ມາ​ເຖິງ​ຊາຍ​ແດນ​ໃນ​ປີ 2019 ຈະເທົ່າ​ກັບ 3 ເທົ່າ​ຂອງ​ຈຳ​ນວນ​ຄົນ​ທັງ​ໝົດທີ່​ຖືກ​ລາຍ​ງານ​ວ່າມາ​ເຖິງ​ຊາຍ​ແດນ​ໃນ​ປີ 2018 ຊຶ່ງ​ແມ່ນ 169,000 ຄົນ​ນັ້ນ.

ທ່ານ ແມັກ​ອາ​ລີ​ແນນ (McAleenan) ເວົ້າ​ວ່າ ເຖິງ​ແມ່ນ​ວ່າ ​ການກໍ່​ຄວາມ​ຮຸນ​ແຮງ​ຂອງ​ພວກ​ແກັ່ງ ແລະການກໍ່​ຄວາມບໍ່​ປອດ​ໄພ​ແບບ​ຮ້າຍ​ແຮງ​ ຢູ່​ໃນ​ສາມ​ປະ​ເທດ​ ໃນ​ເຂດ​ອາ​ເມ​ຣິ​ກາ​ກາງໄດ້ເລີ້ມ​ຫລຸດ​ລົງມາ​ແດ່​ແລ້ວກໍ​ຕາມ ແຕ່ວ່າ ປະ​ເດັນ​ອື່ນໆ ເຊັ່ນ ໄພ​ແຫ້ງ​ແລ້ງ​ທີ່​ມີ​ມາ​ຕະ​ຫລອດ ແລະ​ການ​ຂາດ​ໂອ​ກາດ​ທາງ​ເສດ​ຖະ​ກິດ ຍັງ​ສືບ​ຕໍ່​ຜັກ​ດັນ​ຄົນ​ຈຳ​ນວນ​ຫລວງ​ຫລາຍ​ໃຫ້​ເດີນ​ທາງ​ຂຶ້ນ​ມາ​ທາງ​ເໜືອ.

ຜູ້ຮັກ​ສາ​ການລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ສະ​ຫະ​ລັດ ຍັງ​ໄດ້​ເນັ້ນ ໃຫ້​ເຫັນ​ວ່າ ນະ​ໂຍ​ບາຍ​ຂອງສະ​ຫະ​ລັດ ແມ່ນເປັນ "ປະ​ເດັນ​ດຶງ​ດູດ" ເອົາ​ພວກ​ອົບ​ພະ​ຍົບ​ມາ.

ພ​ວກອົບ​ພະ​ຍົບທີ່​ຫາ​ທາງ​ລີ້​ໄພ​ໃນ​ສະ​ຫະ​ລັດໄດ້​ຮັບ​ອາ​ຫານ​ຈາກ​ກຸ່ມອາ​ສາ​ສະ​ໝັກ ຢູ່​ໃກ້​ກັບຂົວ​ສາ​ກົນໃນ​ເມືອງ Matamoros ຂອງ​ເມັກ​ຊິ​ໂກ, 30 ເມ​ສາ, 2019,
ພ​ວກອົບ​ພະ​ຍົບທີ່​ຫາ​ທາງ​ລີ້​ໄພ​ໃນ​ສະ​ຫະ​ລັດໄດ້​ຮັບ​ອາ​ຫານ​ຈາກ​ກຸ່ມອາ​ສາ​ສະ​ໝັກ ຢູ່​ໃກ້​ກັບຂົວ​ສາ​ກົນໃນ​ເມືອງ Matamoros ຂອງ​ເມັກ​ຊິ​ໂກ, 30 ເມ​ສາ, 2019,

"ບັນ​ດາ​ຄອບ​ຄົວ [ທີ່​ຖືກ​ຈັບ​ຢູ່​ຊາຍ​ແດນ] ບໍ່​ສາ​ມາດ​ເອົາ​ໄປ​ຂັງ​ໄວ້​ນຳ​ກັນໄດ້ ແລະ​ບໍ່​ສາ​ມາດ​ດຳ​ເນີນ​ຂັ້ນ​ຕອນ​ຢ່າງ​ຍຸ​ຕິ​ທຳ​ໄດ້, ແລະ​ຈຳ​ເປັນ​ຕ້ອງໄດ້​ຮັບ​ການ​ຮັບ​ປະ​ກັນ​ໃຫ້​ມີ​ການ​ປ່ອຍ​ຕົວ ແລະ​ໃຫ້​ຢູ່​ໃນ​ສະ​ຫະ​ລັດ​ແບບບໍ່​ມີ​ກຳ​ນົດ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ແມັກ​ອາ​ລີ​ແນນ (McAleenan) ທີ່​ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ​ດ້ານ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍໃນ​ຂອງ​ສະ​ພາ​ສູງ. ທ່ານກ່າວ​ຕໍ່​ໄປ​ວ່າ “ມັນ​ໄດ້​ຖືກ​ຂູດ​ຮີດ​ໂດຍ​ພວກລັກ​ລອບ​ເອົາ​ຄົນ​ເຂົ້າ​ມາ ແລະ​ນັ້ນ​ຄື​ສິ່ງ​ທີ່​ພາ​ໃຫ້​ມີ​ການ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫລາຍ​ຂອງ​ຈຳ​ນວນ​ຄົນເດີນ​ທາງ​ມາຊຶ່ງ​ພວກ​ເຮົາໄດ້ເຫັນຢູ່​ໃນ​ປີນີ້.

ການ​ຮັບ​ມື​ຂອງ​ລັດ​ຖະ​ບານ​ໃນ​ເລື້ອງ​ເດັກ​ນ້ອຍ​ອົບ​ພະ​ຍົບ​ຍັງ​ສືບ​ຕໍ່​ເປັນ​ຈຸດ​ເພັ່ງ​ເລັງ​ຂອງຕິດ​ຕາມ​ກວດ​ກາ​ເບິ່ງ​ໂດຍ​ລັດ​ຖະ​ສະ​ພາຢູ່​ພາຍ​ຫລັງ​ທີ່​ມີ​ຂ່າວ​ອອກ​ມາ​ໃນຕົ້ນ​ອາ​ທິດນີ້ວ່າ ມີ​ເດັກ​ນ້ອຍ​ຜູ້​ທີ 6 ຊຶ່ງ​ເປັນ​ເດັກ​ຍິງ​ອາ​ຍຸ 10 ປີ ຈາກ ແອ​ລ​ຊາ​ລ​ວາ​ດໍ ເສຍ​ຊີ​ວິດ​ຢູ່​ໃນ​ການ​ຄຸມ​ຂັງ ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG