ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະ​ບວນ​ຜູ້​ຍົກ​ຍ້າຍ ​ຖິ່ນ​ຖານ ຈະ​ເຮັດ​ໃຫ້ ຜູ້​ລົງ​ຄະ​ແນນ​ສຽງ ໃນ ສ​ຫ​ລ ຫວັ່ນ​ໄຫວ ໄດ້ບໍ່?


​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ, ສ່ວນ​ນຶ່ງ​ຂອງ​ຂະ​ບວນ​ຜູ້​ຍົກ​ຍ້າຍ​ຖິ່​ນ​ຖານຫຼາຍ​ພັນ​ຄົນ ຈາກ​ພາກ​ພື້ນ ອາ​ເມ​ຣິ​ກາ​ກາງ ທີ່ມຸ່ງ​ໜ້າ​ສູ່ ສະ​ຫະ​ລັດ, ພັກ​ຜ່ອນ​ຢູ່​ຕາມ​ແຄມ​ທາງ​ຂອງ​ເມືອງ ທາ​ປາ​ຈຸ​ລາ, ປະ​ເທດ ເມັກ​ຊິ​ໂກ, ວັນ​ທີ 21 ຕຸ​ລາ, 2018.
​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ, ສ່ວນ​ນຶ່ງ​ຂອງ​ຂະ​ບວນ​ຜູ້​ຍົກ​ຍ້າຍ​ຖິ່​ນ​ຖານຫຼາຍ​ພັນ​ຄົນ ຈາກ​ພາກ​ພື້ນ ອາ​ເມ​ຣິ​ກາ​ກາງ ທີ່ມຸ່ງ​ໜ້າ​ສູ່ ສະ​ຫະ​ລັດ, ພັກ​ຜ່ອນ​ຢູ່​ຕາມ​ແຄມ​ທາງ​ຂອງ​ເມືອງ ທາ​ປາ​ຈຸ​ລາ, ປະ​ເທດ ເມັກ​ຊິ​ໂກ, ວັນ​ທີ 21 ຕຸ​ລາ, 2018.

ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ຕໍ່​ວ່າ​ຂະ​ບວນ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່ບໍ່​ມີ
ເອກະສານຈາກພາກພື້ນອາເມຣິກາກາງທີ່ກຳລັງພະຍາຍາມເດີນທາງເຂົ້າໃນ ສະຫະ
ລັດ ຊ້ຳແລ້ວຊ້ຳອີກນັ້ນ, ພັກເດໂມແຄຣັດ ກໍໄດ້ຍຶດໝັ້ນ ກັບບັນຫາ ການໂຄສະນາຫາ
ສຽງຕ່າງໆ ທີ່ເປັນການທົດສອບຄວາມສົນໃຈຄື ປະກັນສຸຂະພາບ, ດ້ວຍເວລາອີກບໍ່
ເຖິງສອງສັບປະດາ ກ່ອນຮອດການເລືອກຕັ້ງກາງສະໄໝ ທີ່ຈະເປັນການຕັດສິນວ່າ
ພັກການເມືອງໃດຈະເປັນຜູ້ຄວບຄຸມທັງສະພາຕ່ຳ ແລະ ສະພາສູງ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ຕອນ​ແລງ​ຂອງວັນ​ຈັນ​ທີ່​ຜ່ານ​ມາ ຢູ່​ການ​ຊຸມ​ສຳ​ລັບ​ສະ​ມາ​ຊິກ​
ສະພາສູງພັກຣີພັບບລີກັນຂອງລັດ ເທັກຊັສ ທ່ານ ເທັດ ຄຣູສ ໃນນະຄອນ ຮິວສຕັນ
ວ່າ, “ຂະບວນຜູ້ຍົກຍ້າຍຖິ່ນຖານນັ້ນ ເບິ່ງແມ, ນັ້ນແມ່ນການໂຈມຕີຕໍ່ປະເທດຂອງ
ພວກເຮົາ. ແລະ ໃນຂະນວນຜູ້ຍົກຍ້າຍຖິ່ນຖານນັ້ນ ມັນ ມີພວກຄົນບໍ່ດີຢູ່ນຳດ້ວຍ.
ແລະ ພວກເຮົາບໍ່ສາມາດປ່ອຍໃຫ້ສິ່ງແນວນັ້ນ ເກີດຂຶ້ນຕໍ່ປະເທດຂອງເຮົາໄດ້.”

ໃນ​ລັດ ເວີ​ຈິ​ເນຍ, ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ຄໍ​ຣີ
ສຈວດ ໄດ້ໃຊ້ຂະບວນຜູ້ຍົກຍ້າຍຖິ່ນຖານ ເພື່ອໂຈມຕີຄູ່ແຂ່ງຂັນຂອງທ່ານ, ເຊິ່ງແມ່ນ
ຜູ້ດຳລົງຕຳແໜ່ງຄົນປັດຈຸບັນ ສັງກັດພັກເດໂມແຄຣັດ ທ່ານ ທິມ ເຄນ.

ທ່ານ ສ​ຈວດ ໄດ້​ຂຽນ​ໃນ ທວິດ​ເຕີ ວ່າ “ທ່ານ ທິມ ເຄນ ໄດ້​ເຊື້ອ​ເຊີນ​ການ​ຮຸກ​ຮານ​ນີ້​
ເຂົ້າມາປະເທດຂອງພວກເຮົາ. ທ່ານ ທິມ ເຄນ ກັບ ເພື່ອນຮ່ວມພັກສັງຄົມນິຍົມຂອງ
ລາວ ໄດ້ເອີ້ນຜູ້ລ່ວງລ້ຳພວກນີ້ ໃຫ້ລະເມີດກົດໝາຍຂອງພວກເຮົາ ແລະ ທັບມ້າງເຂດ
ຊາຍແດນຂອງພວກເຮົາຢ່າງເປີດເຜີຍ.”

ທ່ານນາງ ມອ​ລ​ລີ ເຣ​ໂນ​ລ​ສ໌, ເຈົ້າ​ໜ້າ​ທີ່​ຈາກ​ສະ​ຖາ​ບັນ ບ​ຣຸກ​ຄິງ​ສ໌ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​
ໃນນະຄອນຫຼວງ ວໍຊິງຕັນ ໄດ້ກ່າວວ່າ “ຈັງຫວະຂອງຂະບວນຜູ້ຍົກຍ້າຍຖິ່ນຖານ
ແມ່ນໄດ້ຜົນດີຫຼາຍສຳລັບພັກຣີພັບບລີກັນ. ພັກຣີພັບບລີກັນ ໄດ້ມີຄວາມເປັນຫ່ວງ
ກ່ຽວກັບ ລະດັບຄວາມກະຕືລືລົ້ນໃນບັນດາຜູ້ລົງຄະແນນສຽງຢູ່ຖານທີ່ໝັ້ນຂອງເຂົາ
ເຈົ້າໃນປີ 2018. ສະນັ້ນ, ເລື່ອງກໍແມ່ນວ່າ, ມັນຈຶ່ງເປັນກົນລະຍຸດເພື່ອກະຕຸ້ນຖານທີ່
ໝັ້ນຂອງເຂົາເຈົ້າແທ້ໆ.”

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ຫຼາຍ​ຄົນ​ແມ່ນບໍ່​ໄດ້​ໃຫ້​ຄຳ​ເຫັນ ກ່ຽວ​ກັບ ຂະ​ບວນ​ຜູ້​ຍົກ​ຍ້າຍ​
ຖິ່ນຖານ ນອກຈາກກ່າວຫາ ພັກຣີພັບບລີກັນ ກ່ຽວກັບ ການຫຼິ້ນເກມການເມືອງ.

ໃນ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ນຶ່ງ, ຜູ້​ນຳ​ສຽງ​ສ່ວນ​ນ້ອຍ ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ ຈາກ​
ນະຄອນ ນິວຢອກ ແລະ ຜູ້ນຳສຽງສ່ວນນ້ອຍ ສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ
ຈາກລັດຄາລິຟໍເນຍ ໄດ້ກ່າວວ່າ ທ່ານ ທຣຳ “ແມ່ນຢາກ ປ່ຽນຫົວຂໍ້ຈາກປະກັນສຸຂະ
ພາບ ໄປເປັນຄົນເຂົ້າເມືອງຢ່າງແຮງ ເພາະທ່ານຮູ້ວ່າ ປະກັນສຸຂະພາບ ແມ່ນບັນຫາ
ອັນດັບນຶ່ງທີ່ປະຊາຊົນ ອາເມຣິກັນ ມີຄວາມເຫັນຫ່ວງ.”

ບັນ​ດາຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ​ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ, ພັກ​ເດ​ໂມ​ແຄ​ຣັດ ໄດ້​ເພັ່ງ​ເລັງ​ໃສ່​ປະ​
ກັນສຸຂະພາບ ຄືກັບແສງເລເຊີ ແລະ ຈະບໍ່ຫັນໄປທາງອື່ນ.”

While President Donald Trump repeatedly rails against a caravan of undocumented Central American migrants attempting to reach the United States, Democrats are sticking to poll-tested campaign issues like health care with fewer than two weeks to go before midterm elections that will determine which party controls both houses of Congress.

"The caravanlook, that is an assault on our country," Trump said in Houston late Monday at a rally for Republican Senator Ted Cruz of Texas. "And in that caravan you have some very bad people. And we can't let that happen to our country."

In Virginia, Republican Senate candidate Corey Stewart seized on the caravan to blast his opponent, Democratic incumbent Tim Kaine.

"Tim Kaine is inviting this invasion into our country," Stewart tweeted. "@timkaine & his fellow socialists are openly calling for these invaders to violate our laws & smash through our borders."

"The timing [of the caravan] works well for Republicans," Molly Reynolds, a fellow at the Washington-based Brookings Institution, said. "Republicans have been somewhat concerned about the level of enthusiasm among their base voters in 2018. So, in that sense, it [highlighting the migrant caravan] is really a tactic to motivate the base."

'Fear-mongering'

Many Democrats have not commented on the caravan other than to accuse Republicans of political games.

In a joint statement, Senate Minority Leader Chuck Schumer of New York and House Minority Leader Nancy Pelosi of California said Trump "is desperate to change the subject from health care to immigration because he knows that health care is the number one issue Americans care about."

The Democratic leaders added, "Democrats are focused like a laser on health care and will not be diverted."

XS
SM
MD
LG