ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ​ອົບ​ພະ​ຍົບ ​ຈາກ​ ອາ​ເມ​ຣິ​ກາ​ກາງ ​ຫຼາຍ​ຮ້ອຍ​ຄົນ ມາ​ເຖິງ​​ຊາຍ​ແດນ ​ເມັກ​ຊິ​ໂກ ກັບ ​ສຫ​ລ ແລ້ວ

ພວກ​ອົບ​ພະ​ຍົບ​ຈາກ​ທະ​ວີບ​ອາ​ເມ​ຣິ​ກາ​ກາງ​ຫລາຍ​ຮ້ອຍ​ຄົນໄດ້​ໄປ​ເຖິງເມືອງ ທີ​ຮວາ​ນາ ຊຶ່ງ​ເປັນ​ເມືອງຊາຍ​ແດນ ​ລະ​ຫວ່າງ​ເມັກ​ຊິ​ໂກ ກັບ​ສະ​ຫະ​ລັດ ພາ​ກັນ​ລຽນ​ແຖວ ​ເພື່ອ​ຮັບ​ເອົາ​ອາ​ຫານ​ທີ່​ແຈກ​ຢາຍ​ໃຫ້​ໃນ​ວັນ​ທີ 14 ພະ​ຈິກ 2018

ພວກ​ອົບ​ພະ​ຍົບ​ຈາກ​ທະ​ວີບ​ອາ​ເມ​ຣິ​ກາ​ກາງ​ຫລາຍ​ຮ້ອຍ​ຄົນໄດ້​ໄປ​ເຖິງເມືອງ ທີ​ຮວາ​ນາ
ຊຶ່ງ​ເປັນ​ເມືອງຊາຍ​ແດນ​ລະ​ຫວ່າງ​ເມັກ​ຊິ​ໂກ ກັບ​ສະ​ຫະ​ລັດ​ໃນ​ວັນ​ພຸດ​ວານນີ້ ພາຍ​ຫລັງ​
ທີ່​ໄດ້​ເດີນ​ທາງ​ຫລົບໜີ​ຄວາມ​ທຸກຍາກ ແລະ​ການກໍ່​ຄວາມ​ຮຸນ​ແຮງ ຢູ່​ປະ​ເທດ​ຂອງ​ພວກ
​ກ່ຽວ ມາເປັນ​ເວ​ລາ​ນຶ່ງ​ເດືອນ ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ.

ມີ​ພວກອົບ​ພະ​ຍົບ​ປະ​ມານ 800 ຄົນໄປ​ເຖິງ​ເມືອງ​ທີ​ຮວາ​ນາດຽວນີ້ ແລະ​ຫລາຍ​ຄົນ​ໃນ
​ນັ້ນເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ພາ​ກັນ​ຢູ່​ຫັ້ນເພື່ອ​ລໍ​ຖ້າ​ພວກ​ທີ່​ເດີນ​ທາງໃນ​ຂະ​ບວນ​ຄາ​ລາ​
ວານທີ່​ຍັງ​ມາ​ຕາມ​ຫລັງນັ້ນ ມາ​ເຖິງ​ທີ່ນັ້ນ​ກ່ອນ ແລະ​ກໍລໍ​ຖ້າ​ໃຫ້​ພວກ​ຜູ້​ນຳໃຫ້​ຄຳ​ແນະ​ນຳ​
ແກ່​ເຂົາ​ເຈົ້າ​ກ່ຽວ​ກັບ​ທາ​ງເລືອກຕ່າງໆ ໃນ​ການ​ຂໍ​ລີ້​ໄພ​ໃນ​ສະ​ຫະ​ລັດກ່ອນ. ພວກ​ທີ່​ມາ
​ຮອດ​ກ່ອນ​ບາງ​ຄົນ​ກໍໄດ້ໄປ​ທີ່​ຮົ້ວ​ຂັ້ນ​ຊາຍ​ແດນ ເພື່ອ​ສະ​ຫລອງ​ການ​ເດີນ​ທາງ​ມາ​ຮອດ
​ຊາຍ​ແດນ​ຂອງ​ພວກ​ເຂົາ​ເຈົ້າ.

ກຸ່ມ​ອົບ​ພະ​ຍົບໃຫຍ່ທີ່ມີ​ປະ​ມານ 4,000 ຄົນ ຊຶ່ງ​ສ່ວນ​ໃຫຍ່​ມາ​ຈາກ​ຮອນ​ດູ​ຣັ​ສ ນັ້ນ ກຳ​ລັງ​
ພາ​ກັນ​ເດີນ​ທາງ​ຜ່ານ​ລັດຊອນ​ໂນ​ຣາ ແລະ​ຄາດ​ວ່າ ຈະ​ໄປ​ເຖິງ​ເມືອງ​ທີຮວາ​ນາ​ພາຍ​ໃນ
​ສອງ​ ສາມມື້​ຂ້າງ​ໜ້ານີ້.

ພວກ​ອົບ​ພະ​ຍົບ​ຈຳ​ນວນ​ນຶ່ງ​ທີ່​ເດີນ​ທາງ​ມາ​ຮອດ​ຊາຍ​ແດນລະ​ຫວ່າງ​ເມັກ​ຊິ​ໂກ ກັບ​ສະ​ຫະ​ລັດ​ ນັ່ງ​ຢູ່​ເທິງ​ກຳ​ແພງຂັ້ນ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ດັ່ງ​ກ່າວໃນ​ວັນ​ທີ 13 ພະ​ຈິກ, 2018
ພວກ​ອົບ​ພະ​ຍົບ​ຈຳ​ນວນ​ນຶ່ງ​ທີ່​ເດີນ​ທາງ​ມາ​ຮອດ​ຊາຍ​ແດນລະ​ຫວ່າງ​ເມັກ​ຊິ​ໂກ ກັບ​ສະ​ຫະ​ລັດ​ ນັ່ງ​ຢູ່​ເທິງ​ກຳ​ແພງຂັ້ນ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ດັ່ງ​ກ່າວໃນ​ວັນ​ທີ 13 ພະ​ຈິກ, 2018

ທ່າ​ເຮືອແຊນ ອີ​ຊີ​ໂດ​ຣ (San Ysidro) ທີ່​ເຊື່ອມ​ຕໍ່​ ລະ​ຫວ່າງ​ ເມືອງທີ​ຮ​ວາ​ນາຂອງເມັກ​ຊິ​
ໂກກັບເມືອງແຊນ​ດິ​ເອ​ໂກ​ຂອງ​ສະ​ຫະ​ລັດນັ້ນ ແມ່ນ​ຊາຍ​ແດນ​ທີ່​ມີ​ຄົນ​ໄປ​ຜ່ານ​ຫລາຍ​ທີ່​ສຸດ.
ແຕ່​ວ່າ ທ່າ​ເຮືອ​ດັ່ງ​ກ່າວ​ກໍ​ສາ​ມາດ​ດຳ​ເນີນ​ເອ​ກະ​ສານຂໍ​ລີ້​ໄພ​ໄດ້​ແຕ່​ພຽງປະ​ມານ 100 ສະ​
ບັບ​ຕໍ່​ມື້ເທົ່າ​ນັ້ນ ຊຶ່ງ​ໝາຍ​ຄວາມ​ວ່າ ພວກ​ທີ່ເຂົ້າ​ຮ່ວມການ​ເດີນ​ທາງແບບ​ຄາ​ລາ​ວານທີ່​ຫາ
ທາງ​ຂໍ​ລີ້ໄພ​ຜ່ານ​ທາງນີ້ ຈະ​ຕ້ອງ​ໄດ້​ລໍ​ຖ້າ​ເປັນ​ເວ​ລາ​ດົນ​ນານ.

ເມືອງ​ທີ​ຮວາ​ນາ ​ຍັງ​ອາດ​ປະ​ເຊີນ​ກັບ​ບັນ​ຫາດ້ານ​ທີ່​ພັກອາ​ໄສ​ສຳ​ລັບ​ພວກ​ອົບ​ພະ​ຍົບອີກ
ທີ່​ມີ​ຄົນ​ຢູ່ເຕັມ ຫລືບໍ່​ກໍ​ເກືອບ​ເຕັມ​ອັດ​ຕາ​ຢູ່ທີ່ນັ້ນ ຢູ່​ແລ້ວ.

ອາ​ສາ​ສະ​ໝັກ​ຄົນ​ນຶ່ງ ເອົາ​ອາ​ຫານ​ແຈກ​ຢາຍ​ໃຫ້​ພວກ​ອົບ​ພະ​ຍົບຈາກ​ເຂດ​ອາ​ເມ​ຣິ​ກາ​ກາງ ທີ່​ເມືອງ​ຮ​ວາ​ນາ ຂອງ​ເມັກ​ຊິ​ໂກ ໃນ​ວັນ​ທີ 14 ພະ​ຈິກ, 2018
ອາ​ສາ​ສະ​ໝັກ​ຄົນ​ນຶ່ງ ເອົາ​ອາ​ຫານ​ແຈກ​ຢາຍ​ໃຫ້​ພວກ​ອົບ​ພະ​ຍົບຈາກ​ເຂດ​ອາ​ເມ​ຣິ​ກາ​ກາງ ທີ່​ເມືອງ​ຮ​ວາ​ນາ ຂອງ​ເມັກ​ຊິ​ໂກ ໃນ​ວັນ​ທີ 14 ພະ​ຈິກ, 2018

ຫ້​ອງ​ການ​ພາ​ສີ ແລະປ້ອງກັນ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ ໄດ້​ປະ​ກາດໃນ​ວັນ​ຈັນ​ຜ່ານ​ມາ
ວ່າຕົນ​ໄດ້​ປິດ​ບາງ​ເລນ​ທີ່​ໃຫ້​ລົດ​ແລ່ນ​ໃນ​ຖະ​ໜົ​ນ​ໃຫຍ່ ຢູ່​ຈຸດ​ຂ້າມ​ຊາຍ​ແດນໃນ​ເຂດ​ທ່າ
ເຮືອແຊນອີຊີ​ໂດ​ຣ (San Ysidro) ແລະບ່ອນ​ຂ້າມ​ຊາຍ​ແດນ ຢູ່​ໃນເຂດໂອດ​ເຕ ເມ​ຊາ
(Otay Mesa) ທີ່​ຢູ່​ໃກ້​ກັນ​ນັ້ນໄວ້ ເພື່ອ​ຈະ​ຕິດ​ຕັ້ງ ບ່ອນກວດ​ກາ​ຄວາມ​ປອດ​ໄພ​ເພີ້ມ​ອີກ
ເພື່ອ​ "​ກະ​ກຽມສຳ​ລັບ​ຄາ​ລາ​ວານ​ ຂອງ​ພວກ​ອົບ​ພະ​ຍົບ ແລະ​ເພື່ອ​ກຽມ​ຮັບ​ມື​ກັບ​ຄວາມ
​ສ່ຽງໃນ​ດ້ານ​ຄວາມ​ປອດ​ໄພ ແລະ​ຄວາມ​ໝັ້ນ​ຄົງທີ່​ຄາ​ລາ​ວານ​ດັ່ງ​ກ່າວ ​ອາດກໍ່​ໃຫ້​ເກີດ
​ຂຶ້ນ." ມາດ​ຕະ​ການ​ເຫລົ່າ​ນັ້ນລວມ​ມີ ການ​ໃຊ້ໄມ້​ກັ້ນ, ຮົ້ວ​ຂັ້ນ, ແທ່ງ​ຊີ​ມັງ ແລະກໍ້ໜາມ​
ໝາກ​ຈັບ.

ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ​ທ​ຣຳ ຂອງ​ສະ​ຫະ​ລັດໄດ້​ຕຳ​ໜິ​ຂະ​ບວນ​ຄາ​ລາ​ວານ ດັ່ງ​ກ່າວ​ຢ່າງ​ແຮງ ໂດຍຮ້ອງ​ພວກ​ຂະ​ບວນດັ່ງ​ກ່າວ​ວ່າ "ເປັນ​ເຫດ​ສຸກ​ເສີນ​ແກ່​ຊາດ." ໃນ​ວັນ​ເສົາ​ຜ່ານ​ມາ ທ່ານ​ໄດ້​ເຊັນ​ຄຳ​ປະ​ກາດ​ທີ່ເວົ້າ​ວ່າ ພວກ​ອົບ​ພະ​ຍົບ​ທີ່ເຂົ້າ​ມາ​ໃນ​ສະ​ຫະ​ລັດ​ຢ່າງ​ຜິດ​ກົດ​ໝາຍ ແມ່ນບໍ່​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ລີ້​ໄພ​ໃນ​ປະ​ເທດນີ້ ຊຶ່ງ​ການ​ເຮັດ​ແນວ​ນັ້ນ ແມ່ນ​ຂັດ​ຕໍ່​ກົດ​ໝາຍ​ທີ່​ລະ​ບຸ​ວ່າ ທຸກ​ຄົນ​ແມ່ນ​ມີ​ສິດໃນ​ການ​ຂໍ​ລີ້​ໄພ ໂດຍບໍ່​ກ່ຽວ​ຂ້ອງວ່າ ເຂົາ​ເຈົ້າ​ຈະ​ເຂົ້າ​ມາ​ປະ​ເທດ​ແບບ​ໃດ​ກໍ​ຕາມ.

ທະ​ຫານ​ມາ​ຣິນ​ຂອງ ສ​ຫລ ຢືນ​ຍາມ​ຢູ່​ຂ້າງກໍ້ໜາມ​ໝາກ​ຈັບ ທີ່​ໃຊ້​ຂັ້ນ​ຊາຍ​ແດນ​ລະ​ຫວ່າງ ສ​ຫລ ກັບ​ເມັກ​ຊິ​ໂກ ເພື່ອ​ກຽມ​ການຕໍ່​ການ​ມາ​ເຖິງ​ຂອງ​ພວກ​ ອົບ​ພະ​ຍົບ​ທີ່​ມາ​ເຖິງ​ເມືອງ​ທີ​ຮ​ວານາ ໃນ​ວັນ​ທີ 13 ພະ​ຈິກນັ້ນ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG