ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອທີ່ບັນທຸກ ອົບພະຍົບ ຫຼາຍຮ້ອຍຄົນ ຫລົ້ມ ຢູ່ທະເລເມດີແຕເຣນຽນ


ຮູບທີ່ບໍ່ໄດ້ລະບຸວັນເວລາ​ ທີ່ນຳອອກເຜີຍເມື່ອວັນທີ 30 ພຶດສະພາຜ່ານມານີ້ ໂດຍກອງທັບເຮືອອີຕາລີ ສະແດງໃຫ້ເຫັນ ການຊ່ອຍກູ້ໄພພວກອົບພະຍົບ.
ຮູບທີ່ບໍ່ໄດ້ລະບຸວັນເວລາ​ ທີ່ນຳອອກເຜີຍເມື່ອວັນທີ 30 ພຶດສະພາຜ່ານມານີ້ ໂດຍກອງທັບເຮືອອີຕາລີ ສະແດງໃຫ້ເຫັນ ການຊ່ອຍກູ້ໄພພວກອົບພະຍົບ.

ສາມ​ສົບ​ໄດ້​ຖືກ​ຄົ້ນພົບ ​ໃນ​ການ​ປະຕິບັດ​ງານ​ກູ້​ໄພ​ເຮືອ​ອົບ​ພະຍົບລຳ​ນຶ່ງ​ທີ່​ຫລົ້ມ​ໃນ​ທະ​ເລ ເມ​ດີ​ແຕ​ເຣນຽນ ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້ນີ້ ອີງຕາມ​ຄຳ​ເວົ້າຂອງ​ເຈົ້າໜ້າທີ່​ກຣີສ.

ຜູ້​ໂດຍສານຈຳນວນ​ນຶ່ງ​ ຂອງ​ອົບ​ພະຍົບຫລາຍ​ກວ່າ 300 ຄົນ​ ຊຶ່ງ​ໄດ້​ໂດດ​ລົງ​ນ້ຳນັ້ນໄດ້ ຖືກ​ຊ່ອຍ​ຊີວິດ​ໄວ້​ໄດ້ ຢູ່​ນອກ​ແຄມ​ຝັ່ງ​ເກາະ Crete ຂອງກຣີສ.

​ໂຄສົກຍິງ​ຄົນ​ນຶ່ງ​ຂອງ​ໜ່ວຍ​ຍາມ​ຝັ່ງ​ກຣີສກ່າວ​ວ່າ ພວກ​ທີ່​ຕົກລົງ​ໄປ​ໃນ​ນ້ຳ​ເຮືອທີ່​ແລ່ນ ຜ່ານ​ໄປມາ​ ໃນ​ເຂດ​ດັ່ງ​ກ່າວ ໄດ້​ໂຍນເຄື່ອງ​ຊູຊີບ​ລົງ​ໄປ​ໃຫ້ ​ແລະ​ພວມ ​ເຄື່ອນ​ໄຫວ​ເພື່ອ ຊ່ອຍ​ຊີວິດ​ພວກ​ອົບ​ພະຍົບ​.

​ໂຄສົກ​ກ່າວ​ຕື່ມ​ວ່າ ຈຳນວນ​ຜູ້​ຄົນ​ທີ່​ຕົກ​ຢູ່​ໃນ​ອັນຕະລາຍ​ອາດ​ຈະ​ມີ​ຈຳນວນ​ເຖິງຫລາຍ ຮ້ອຍ​ຄົນ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ໃນ​ທັນ​ທີ​ເທື່ອ​ວ່າ ​ເຮືອ​ລຳ​ນີ້ມາ​ແຕ່​ໃສ​ ​ແລະ​ຜູ້​ໂດຍສານສ່ວນ​ໃຫຍ່ ທີ່ຢູ່​ໃນ​ເຮືອ​ເປັນ​ຄົນ​ສັນຊາດ​ໃດ. ຊາວ​ໄນ​ຈີ​ເຣຍ ​ແລະ​ແກມ​ເບຍແມ່ນປະກອບ​ເປັນ​ພວກ ອົບ​ພະຍົບສ່ວນ​ໃຫຍ່ທີ່​ເດີນທາງແຕ່​ແຄມ​ຝັ່ງ​ທະ​ເລ​ຂອງລີ​ເບຍໄປ​ຫາກຣີສ ​ເຖິງ​ແມ່ນ​ວ່າ​ມີ ຊາວ​ໂຊ​ມາ​ເລຍ ​ແລະ​ເອຣິ​ເທ​ຣຍ​ໃນ​ຈຳນວນ​ເພີ້ມຂຶ້ນພາກັນ​ຫລົບໜີ​ກໍ​ຕາມ.

​ເຖິງ​ແມ່ນ​ອົບ​ພະຍົບຊາວ​ຊີ​ເຣຍສ່ວນ​ໃຫຍ່ ​ເດີນທາງ​ເຂົ້າ​ໄປ​ໃນ​ຢູ​ໂຣບໂດຍ​ທາງ​ພາກພື້ນ ດິນຜ່ານ​ເທີ​ກີ​ກໍ​ຈິງແຕ່​ເຮືອ​ລຳ​ນຶ່ງ​ທີ່​ບັນທຸກ​ຊາວ​ຊີ​ເຣຍ 65 ຄົນ ຊາວ​ປາ ກິ​ສຖານແລະອັຟ ກາ​ນິສຖານ ​ໄດ້​ຖືກ​ຈັບ​ຢູ່​ນອກ​ແຄມ​ຝັ່ງ​ທະ​ເລ​ຂອງ​ກຣີສ​ ໃນອາທິດແລ້ວ​ນີ້.

ມີ​ການ​ກະ​ປະມານ​ກັນ​ວ່າ ມີ​ພວກຍົກຍ້າຍ​ຖິ່ນ​ຖານ​ແລະອົບ​ພະຍົບ 880 ຄົນ​ໄດ້ເສຍ​ຊີວິດ ຂະນະ​ທີ່​ພະຍາຍາມ​ຂ້າມ​ທະ​ເລ​ເມ​ດີ​ແຕ​ເຣນຽນ ໃນ​ຮອບ​ອາທິດ​ທີ່​ຜ່ານ​ມາ ອີງ​ຕາມອົງ ການ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ.

​ໂຕ​ເລກ​ດັ່ງກ່າວ​ ເຮັດ​ໃຫ້ຈຳນວນ​ຜູ້​ເສຍ​ຊີວິດ​ທັງ​ໝົດ ຈາກ​ຫລາຍ​ພັນ​ຄົນ ທີ່​ພະຍາຍາມ ເດີນທາງ​ໄປ​ຢູ​ໂຣບ​ໃນ​ໄລຍະ 5 ​ເດືອນ​ທຳ​ອິດ ​ຂອງ​ປີ 2016 ​ເພີ້ມຂຶ້ນ ​ເປັນ​ຫລາຍ​ກວ່າ 2,500 ຄົນ ສົມ​ທຽບ​ໃສ່ 1,855 ຄົນ​ ​ໃນ​ໄລຍະ​ດຽວ​ກັນ ຂອງ​ປີ 2015.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Despite Trickle from Syria, Refugees Keep Arriving in Europe
please wait

No media source currently available

0:00 0:01:54 0:00

XS
SM
MD
LG