ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມຽນມາ ຜ່ອນຜັນ​ໂທດ ​ແກ່ພວກ​ນັກ​ໂທດ​


ປະທານາທິບໍດີ ມຽນມາ ທານ Thein Sein
ປະທານາທິບໍດີ ມຽນມາ ທານ Thein Sein

ໃນ​ວັນ​ອັງຄານ​ມື້​ນີ້ ມຽນມາໄດ້ປ່ອຍພວກນັກໂທດບາງຈຳນວນ ອັນ​ເປັນ​ພາກສ່ວນ​ນຶ່ງ​
ຂອງ​ໂຄງການ​ຜ່ອນຜັນ​ໂທດ ທີ່​ລັດ​ຖະບານ​ສັ່ງ​ໃຫ້​ປະຕິບັດ. ​ແຕ່​ພວກ​ເຄື່ອນ​ໄຫວ​ບາງ​ຄົນ
ກ່າວ​ວ່າ ບໍ່​ມີ​ນັກ​ໂທດ​ຫລາຍ​ພໍ​ທີ່​ຖືກ​ປ່ອຍ.

ສະມາຊິກ​ຄອບຄົວ​ຫລາຍ​ສິບ​ຄົນ​ຂອງ​ພວກ​ນັກໂທດ ​ໄດ້​ພາກັນ​ໄປ​ເຕົ້າ​ໂຮມ​ຢູ່​ນອກ​ຄຸກ
ອິນ​ເຊ​ນ ​ເພື່ອ​ລໍຖ້າ​ຮັບ​ຕ້ອນ​ຍາດ​ພີ່ນ້ອງ​ຂອງ​ຕົນ ທີ່​ຈະ​ຖືກ​ປ່ອຍ​ນັ້ນ.

ແຕ່​ຫລາຍໆ​ຄົນ​ມີ​ຄວາມຜິດ​ຫວັງ ທີ່​ການ​ຜ່ອນຜັນ​ໂທດ​ດັ່ງກ່າວ ບໍ່​ໄດ້​ຊ່ວຍ​ພວກ​ນັກ​ໂທດ
ການ​ເມືອງ​ຫລາຍ​ຮ້ອຍ​ຄົນ ທີ່​ເຊື່ອ​ກັນ​ວ່າ ຍັງ​ຖືກ​ຄຸມ​ຂັງ​ຢູ່​ໃນ​ປະ​ເທດ ​ເຖິງ​ແມ່ນ​ໄດ້​ມີ​ການ
ປະຕິ​ຮູບ​ໄປ​ສູ່​ປະຊາທິປະ​ໄຕ​ ​ເມື່ອ​ບໍ່​ນານ​ມາ​ນີ້​ກໍ​ຕາມ.

ໃນວັນຈັນວານນ ປະທານາທິບໍດີ Thien Sien ໄດເຊັນຄຳ​ສັ່ງການຜອນຜັນ​ໂທດ​ໃຫ້​
ນັກໂທດ​ສ່ວນ​ໃຫຍ່ເພອ ເປັນຂີດໝາຍໂອ​ກາດ​ວັນ​ເອກ​ກະລາດ ຄົບຮອບ 64 ປີ ຈາກການ ເປັນຫົວເມືອງຂນຂອງອັງກິດ ໃນວັນພຸດມື້ອື່ນນ.

ພາຍ​ໃຕ້​ໂຄງການ​ນີ້ ນັກໂທດປະຫານຈຳນວນ​ນຶ່ງ ຈະ​ໄດ້​ຮັບ​ການຜອນ​ໂທດລົງມາເປັນ
ຈໍາຄຸກຕະອດຊີວິດ. ສ່ວນໂທດຈຳຄຸກາຍກວາ 30 ປີນນຈະລຸດລົງມາເປັນ 30 ປີ
ແລະໂທດຈຳຄຸກລະຫວາງ 20-30 ປີ ຈະຫຼຸດລົງມາໃຫເປັນ 20 ປີ. ໂທດຈຳຄຸກໄລຍະ
ສນໆນນ ຈະຫຼຸດລົງ 1 ສວນ 4.

ພວກ​ເຄື່ອນ​ໄຫວ​ຫລາຍໆ​ຄົນ​ແລະ​ຍາດ​ພີ່ນ້ອງ​ຂອງ​ນັກ​ໂທດ ​ໄດ້​ຫວັງ​ວ່າ​ຈະ​ມີ​ການນີລະ​
ໂທດ​ກໍາ ​ແທນ​ທີ່​ຈະ​ແມ່ນ​ການ​ຜ່ອນຜັນ​ໂທດ.

XS
SM
MD
LG