ຄືກັນກັບຢູ່ໃນພາກສ່ວນໃຫຍ່ຂອງໂລກໃນເວລານີ້ ປະຊາ
ຊົນໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ກໍາລັງພາກັນ
ສິ້ງຊອມເບິ່ງການປະທ້ວງເພື່ອປະຊາທິປະໄຕ ທີ່ກໍາລັງ
ລຸກລາມໄປທົ່ວພາກຕາເວັນອອກກາງ ພາຍໃຕ້ປະສົບປະ ການ ແລະຜົນປະໂຫຍດຂອງພວກເຂົາເຈົ້າເອງ.
ພວກເດີນຂະບວນປະທ້ວງຢູ່ໃນອີຈິບ ໄດ້ປະສົບຄວາມສໍາເລັດໃນການບັງຄັບໃຫ້ປະທານາທິບໍດີ Hosni Mubarak ສະລະອໍານາດຢ່າງສັນຕິ ຫລັງຈາກປົກຄອງປະເທດມາໄດ້ສາມສິບປີ. ແຕ່ການປະທ້ວງທໍານອງດຽວກັນ ຢູ່ໃນປະເທດອິຣ່ານ ລີເບຍ ບາເຣນ ແລະເຢເມນ ແມ່ນໄດ້ຖືກຝ່າຍລັດຖະບານປາບປາມຢ່າງຮຸນແຮງ ແຕ່ກໍຍັງດໍາເນີນໄປຢູ່ ໃນບາງປະເທດ.
ເມື່ອສິບສອງປີຜ່ານມາ ປະເທດອິນໂດນີເຊຍ ກໍເຄີຍມີປະສົບການທີ່ຄ້າຍຄືກັນນີ້ ຊຶ່ງໄດ້ຂັບໄລ່ປະທານາທິບໍດີ
ຊູຮາໂຕ ອອກຈາກຕໍາແໜ່ງ. ພວກນັກວິເຄາະດ້ານ
ການເມືອງຫລາຍໆຄົນກ່າວວ່າ ການໂອນອໍານາດຢ່າງສັນຕິຂອງອິນໂດເນເຊຍ ໄປສູ່ລະ
ບອບປະຊາທິປະໄຕທີ່ມີຫລາຍພັກນັ້ນ ຄວນຈະເປັນແບບຢ່າງໃຫ້ແກ່ປະເທດອື່ນໆ ໃນ ໂລກມຸສລິມ.
ແຕ່ຢູ່ຕາມຖະໜົນຫົນທາງຂອງນະຄອນຫລວງຈາກາຕ້າ ກໍປາກົດວ່າມີບາງຄົນທີ່ສະແດງຄວາມເປັນຫ່ວງອອກມາ ແລະເຕືອນໃຫ້ລະວັງ. ນຶ່ງໃນນັ້ນ ກໍຄື ນາງ ເມຍ ອາລເວຍຣາ ທີ່ກ່າວວ່າ ອິນໂດເນເຊຍຍັງບໍ່ເປັນປະຊາທິປະໄຕຢ່າງແທ້ຈິງເທື່ອ
// ສຽງ //
ນາງ ອາລເວຍຣາ ກ່າວວ່າ ມັນເປັນເລຶ່ອງຈິງ ທີ່ວ່າອິນໂດເນເຊຍເປັນ ປະເທດມຸສລິມທີ່ມີປະຊາກອນຫລາຍທີ່ສຸດ ແຕ່ພວກເຂົາເຈົ້າກໍຍັງມີການ ແບ່ງແຍກກັນ ແລະບໍ່ມີການປະຕິບັດທີ່ດີປານໃດ ໃນຫລາຍໆຂົງເຂດ ເຊັ່ນໃນດ້ານສາດສະໜາແລະການເມືອງ ເປັນຕົ້ນ.
ນາງກ່າວຕໍ່ໄປວ່າ ການກໍ່ຄວາມຮຸນແຮງທີ່ມີເພີ່ມທະວີຂື້ນຕໍ່ພວກກຸ່ມຊົນກຸ່ມນ້ອຍ ບວກກັບການສໍ້ລາດບັງຫລວງ ເຮັດໃຫ້ຫລາຍໆຄົນຢູ່ທີ່ນີ້ ມີຄວາມຮູ້ສຶກວ່າ ປະຊາທິປະໄຕບໍ່ມີຜົນດີໃດໆ.
ທ່ານ Renaldi ທີ່ສຸເຫລົ່າ Sunda Kelapa ເຫັນພ້ອມນໍາວ່າ ຊາວອິນໂດເນເຊຍຈໍານວນຫລາຍ ມີຄວາມທໍ້ແທ້ໃຈກັບລັດຖະບານ. ທ່ານເຫັນໃຈພວກປະທ້ວງຢ່າງສັນຕິທັງຫລາຍໃນພາກຕາເວັນອອກກາງ ແຕ່ກໍອົດເປັນຫ່ວງຢູ່ ວ່າມັນຈະມີຄວາມໝາຍຢ່າງໃດ ກັບອິນໂດເນເຊຍ?
// ສຽງ //
ທ່ານ ຣີນາລດີ ກ່າວວ່າ ທ່ານເປັນຫ່ວງວ່າ ຖ້າຫາກວ່າ ສິ່ງທີ່ກໍາລັງເກີດຂື້ນໃນໂລກອາຫຣັບເວລານີ້ ຫາກແກ້ໄຂບໍ່ໄດ້ໃນເວລາອັນຄວນນັ້ນແລ້ວ ມັນກໍຈະກາຍເປັນໂຣກຕິດຕໍ່ໄດ້.
ທີ່ປະເທດໄທ ຢູ່ໃນຄຸ້ມນຶ່ງໃນນະຄອນຫລວງບາງກອກ ທີ່ພວກຄົນຢູ່ອາໃສ ມາຈາກຕາເວັນອອກກາງ ແລະພວກນັກທ່ອງທ່ຽວຈາກພາກຕາເວັນອອກກາງມັກພາກັນໄປທ່ຽວນັ້ນ ປະຊາ ຊົນພາກັນສະແດງຄວາມເປັນຫ່ວງກ່ຽວກັບການປະທ້ວງ.
ນາຍ Ali Al-Jaafari ຈາກປະເທດໂອມານ ເວົ້າວ່າ ລາວຄິດວ່າການປະທ້ວງຄົງຈະບໍ່ລຸກ
ລາມໄປໄກກວ່າຂົງເຂດຕາເວັນອອກກາງ ແລະແນ່ນອນວ່າ ຈະບໍ່ລາມມາເຖິງຂົງເຂດເອເຊຍ
ຊຶ່ງລາວກ່າວວ່າ ເປັນບ່ອນທີ່ມີປະເພນີວັດທະນະທໍາທີ່ແຕກຕ່າງກັນຫລາຍ ກັບປະເພນີອາ
ຫຣັບນັ້ນ. ນາຍອາລ ຈາຟາຣີ ເວົ້າວ່າ:
“ຂ້າພະເຈົ້າບໍ່ຄິດວ່າຈະມີສິ່ງໃດເກີດຂື້ນແກ່ອ່າວເປີເຊຍ ໂດຍສະເພາະສະຫະລັດອາຫຣັບ Emirates, Kuwait, Saudi Arabia ແລະ ໂອມານ. ພວກປະເທດເຫລົ່ານີ້ເປັນປະເທດທີ່ມີຄວາມໝັ້ນຄົງ ຫລືປະຊາຊົນສ່ວນໃຫຍ່ ກໍມີຄວາມຢູ່ດີກິນດີແລ້ວ.”
ແຕ່ ນາຍ Essa Ghazzi ຊາວຄູເວດ ກ່າວວ່າ ລາວບໍ່ຄິດວ່າການປະທ້ວງທັງຫລາຍນັ້ນ ຈະນໍາເອົາການປ່ຽນແປງທີ່ແທ້ຈິງມາສູ່ຕາເວັນອອກກາງ. ນາຍ ກາຊຊີ ເວົ້າວ່າ
“ມັນເປັນການກະທໍາທີ່ໂງ່ຈ້າ ເພາະວ່າ ຖ້າຫາກວ່າພວກເຂົາເຈົ້າບໍ່ມັກລັດຖະ
ບານທີ່ພວກເຂົາເຈົ້າມີຢູ່ໃນເວລານີ້ແລ້ວ ພວກເຂົາເຈົ້າຈະຍິ່ງຊໍ້າຮ້າຍລົງໄປ
ກວ່ານີ້ອີກ ບໍ່ໃນທາງໃດກໍທາງນຶ່ງ. ຂ້າພະເຈົ້າບໍ່ເຊື່ອໃຈພວກນັກການເມືອງເລີຍ.”
ຄວາມເປັນຫ່ວງອັນໃຫຍ່ຫລວງທີ່ສຸດ ສໍາລັບປະຊາຊົນຫລາຍໆຄົນໃນຂົງ ເຂດເອເຊຍຕາເວັນອອກສຽງໃຕ້ ກໍແມ່ນກ່ຽວກັບການກໍ່ຄວາມຮຸນແຮງ ທີ່ນໍາໃຊ້ເພື່ອຍຸຕິການປະທ້ວງນັ້ນ. ຫລາຍໆຄົນເວົ້າວ່າ ພວກເຂົາເຈົ້າຢ້ານວ່າ ມັນມີແຕ່ຈະເຮັດໃຫ້ການປະທ້ວງຮຸນແຮງໜັກຂຶ້ນໄປຕຶ່ມເທົ່ານັ້ນ.