ມີຜູ້ເສຍຊີວິດ 2 ຄົນແລະຕຳຫລວດຢ່າງນ້ອຍ 3 ຄົນໄດ້ຮັບບາດເຈັບໃນ ອັນທີ່ປາກົດວ່າເປັນການໂຈມຕີສະລະຊີບ ທີ່ແຄວ້ນ KAYAH ໃນພາກຕາເວັນ ອອກຂອງມຽນມາ ໃນວັນພຸດມື້ນີ້.
ເຈົ້າໜ້າທີ່ກ່າວວ່າ ຕຳຫລວດທີ່ເມືອງ LOIKAW ຊຶ່ງຕັ້ງຫ່າງຈາກນະ ຄອນຢ່າງກຸ້ງປະມານ 400 ຫລັກກິໂລແມັດນັ້ນ ໄດ້ຈັບຜູ້ຊາຍຄົນນຶ່ງເພື່ອຈະນຳ ໄປສອບປາກຄຳ ເວລາຜູ້ກ່ຽວບີບຄະນວນລະເບີດໃຫ້ແຕກຂຶ້ນ.
ໄດ້ມີການໂຈມຕີດ້ວຍລະເບີດຫລາຍໆຄັ້ງ ຢູ່ໃນມຽນມາ ໃນໄລຍະສອງ ສາມເດືອນຜ່ານມານີ້. ມີ 10 ຄົນເສຍຊີວິດແລະ 170 ຄົນໄດ້ຮັບບາດເຈັບເວ ລາລະເບີດ 3 ລູກ ແຕກຂຶ້ນທ່າມກາງຝຸງຊົນ ທີ່ໄປມ່ວນຊື່ນກັນໃນບຸນຮົດນ້ຳປີໃໝ່ ເມື່ອວັນທີ 15 ເມສາຜ່ານມາ ຊຶ່ງມາຮອດປັດຈຸບັນ ກໍຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ.