ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ ສະ​ແດງ​ໃຫ້​ເຫັນ ທ່ານ​ນາງ ໄຊ​ນ​ໂບມ ຈະ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ແມ່​ຍິງ​ຄົນ​ທຳ​ອິດ​ຂອງ ເມັກ​ຊິ​ໂກ


ທ່ານ​ນາງ ຄ​ລາວ​ເດຍ ໄຊ​ນ​ໂບມ ປາ​ກົດ​ຕົວ​ຢູ່​ຕໍ່​ໜ້າ​ຜູ້​ສະ​ໜັບ​ສະ​ໜູນຫຼັງ​ຈາກ​ຖືກ​ປະ​ກາດ​ວ່າ​ເປັນ​ຜູ້​ຊະ​ນະ​ເລີດ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ, ນະ​ຄອນຫຼວງ ເມັກ​ຊິ​ໂກ ຊີ​ຕີ້, ປະ​ເທດ ເມັກ​ຊິ​ໂກ, 3 ມິ​ຖຸ​ນາ 2024.
ທ່ານ​ນາງ ຄ​ລາວ​ເດຍ ໄຊ​ນ​ໂບມ ປາ​ກົດ​ຕົວ​ຢູ່​ຕໍ່​ໜ້າ​ຜູ້​ສະ​ໜັບ​ສະ​ໜູນຫຼັງ​ຈາກ​ຖືກ​ປະ​ກາດ​ວ່າ​ເປັນ​ຜູ້​ຊະ​ນະ​ເລີດ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ, ນະ​ຄອນຫຼວງ ເມັກ​ຊິ​ໂກ ຊີ​ຕີ້, ປະ​ເທດ ເມັກ​ຊິ​ໂກ, 3 ມິ​ຖຸ​ນາ 2024.

ການ​ນັ​ບ​ຄະ​ແນນ​ສຽງ​ຢ່າງວ່ອງ​ໄວ​ທີ່​ຖືກ​ເປີດ​ເຜີຍ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ້​ລົງ​ແຂ່ງ​ຂັນ​ຈາກ​ພັກ​ປົກ​ຄອງ​ ທ່ານ​ນາງ ຄ​ລາວ​ເດຍ ໄຊ​ນ​ໂບ​ມ ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ເມັກ​ຊິ​ໂກ ແລະ ກາຍ​ເປັນ​ຜູ້​ນຳ​ທີ່​ເປັນ​ແມ່​ຍິງ​ຄົນ​ທຳ​ອິດ​ຂອງ​ປະ​ເທດ.

ຫົວ​ໜ້າ​ຂອງ​ສະ​ຖາ​ບັນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໄດ້​ກ່າວ​ວ່າ ຕົວ​ຢ່າງ​ສະ​ຖິ​ຕິຈາກ​ກຸ່ມ​ຜູ້​ເລືອກ​ຕັ້ງ​ສ່ວນ​ໃຫຍ່​ທົ່ວ​ປະ​ເທດ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ນ​ນາງ ໄຊ​ນ​ໂບມ, ອະ​ດີດ​ເຈົ້າ​ຄອງ​ນະ​ຄອນຫຼວງ ເມັກ​ຊິ​ໂກ ຊິ​ຕີ້, ໄດ້​ຊະ​ນະ​ລະ​ຫວ່າງ 58.3 ເປີ​ເຊັນ ແລະ 60.7 ເປີ​ເຊັນ​ຂອງ​ການ​ລົງ​ຄະ​ແນນ​ສຽງ.

ຄູ່​ແຂ່​ງ​ສູງ​ສຸດ​ຂອງ​ທ່ານ​ນາງຄື, ທ່ານ​ນາງ ໂຊ​ຈິ​ໂທ ກາ​ລ​ເວ​ສ໌, ສະ​ມາ​ຊິກສະ​ພາ​ສູງ​ຝ່າຍ​ຄ້ານ ແ​ລະ ເປັນ​ນັກ​ທຸ​ລະ​ກິດ​ທີ່​ມີ​ຮາກ​ເຫງົ້າ​ຄົນ​ພື້ນ​ເມືອງ, ມີ​ຄະແນນ​ສຽງ​ລະ​ຫວ່າງ 26.6 ເປີ​ເຊັນ ແລະ 28.6 ເປີ​ເຊັນ. ຜູ້​ລົງ​ແຂ່ງ​ຂັນ​ທີ່​ເປັນ​ກາງ​ທ່ານ ຮໍ​ເຮ ອາ​ລ​ວາ​ເຣັ​ສ ເມ​ເຢ​ສ໌ ມີ​ຄະ​ແນນສຽງ​ລະ​ຫວ່າງ 9.9 ເປີ​ເຊັນ ແລະ 10.8 ເປີ​ເຊັນ.

ການ​ນັບ​ຄະ​ແນນ​ຢ່າງວ່ອງ​ໄວ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ພັກ ໂມ​ເຣ​ນາ ຂອງ​ທ່ານ​ນາງ ໄຊ​ນ​ໂບມ ໄດ້​ຊະ​ນະ​ຄະ​ແນນ​ສຽງ​ສ່ວນຫຼາຍ​ໃນ​ທັງ​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ​ຂອງ​ລັດ​ຖະ​ສະ​ພາ ເມັກ​ຊິ​ໂກ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນບໍ່​ດົນຫຼັງ​ຈາກ​ການ​ນັບ​ຄະ​ແນນ​ສຽງ​ຢ່າງວ່ອງ​ໄວ​ຖືກ​ປະ​ກາດ, ທ່ານ​ນາງ ໄຊ​ນ​ໂບມ ໄດ້​ກ່າວ​ວ່າ​ທ່ານ​ນາງ​ຮູ້​ສຶກ​ເປັນ​ໜີ້​ບຸນ​ຄຸນ​ທີ່​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ 200 ປີ​ທີ່​ ເມັກ​ຊິ​ໂກ ຈະ​ມີ​ປະ​ທາ​ນາ​ທິ​ບໍ​ດີ​ແມ່​ຍິງ​ຄົນ​ທຳ​ອິດ.

ທ່ານ​ນາງໄດ້​ສັນ​ຍາ​ທີ່​ຈະ​ສ້າງ​ປະ​ເທດ​ທີ່​ຈະ​ເລີນ​ຮັ່ງ​ມີ​ຂຶ້ນກວ່າ​ເກົ່າ ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ເງິນ, ໂດຍ​ປາ​ສະ​ຈາກ​ການ​ສໍ້​ລາດ​ບັງຫຼວງ ແລະ ປາ​ສະ​ຈາກ​ການ​ຖືກ​ຍົກ​ເວັ້ນ​ຈາກ​ການ​ລົງ​ໂທດ. ຮັກ​ວິ​ທະ​ຍາ​ສາດ​ດ້ານ​ສະ​ພາບ​ອາ​ກາດ​ກ່າວ​ວ່າ ລັດ​ຖະ​ບານ​ຈະ​ເຮັດ​ວຽກ​ ກ່ຽວ​ກັບ ສິ​ດ​ທິ​ໃນ​ການ​ຕັດ​ສິນ​ໃຈ​ດ້ານ​ພະ​ລັງ​ງານຂອງ​ເຂົາ​ເຈົ້າ​ເອງ ແລະ ພະ​ລັງ​ການ​ທົດ​ແທນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG