ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແຜ່ນດິນໄຫວຄັ້ງທີ 3 ໃນ ເມັກຊິໂກ ເປັນໄພຂົ່ມຂູ່ ຕໍ່ການປະຕິບັດການ ກູ້ໄພ


ຍອດຫຼັງຄາມົນຂອງໂບດ Our Lady of Angels ໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວໃນນະຄອນຫຼວງ ເມັກຊິໂກ ຊີຕີ້. 24 ກັນຍາ, 2017.
ຍອດຫຼັງຄາມົນຂອງໂບດ Our Lady of Angels ໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວໃນນະຄອນຫຼວງ ເມັກຊິໂກ ຊີຕີ້. 24 ກັນຍາ, 2017.

ກຸ່ມຜູ້ກວດຄົ້ນ ແລະ ກູ້ໄພໃນປະເທດ ເມັກຊິໂກ ໄດ້ສືບຕໍ່ຂຸດຄົ້ນຊາກຫັກພັງ ເພື່ອຊອກ
ຫາຜູ້ລອດຊີວິດ ຫຼັງຈາກແຜ່ນດິນໄຫວຄັ້ງທີສາມໄດ້ເກີດຂຶ້ນໃນປະເທດ ເມື່ອວັນເສົາທີ່
ຜ່ານມາ.

ອົງການສຳຫຼວດທໍລະນີວິດທະຍາ ສະຫະລັດ ກ່າວວ່າ ແຜ່ນດິນໄຫວດັ່ງກ່າວ ມີຄວາມ
ແຮງ 6.1 ແລະ ມີສູນກາງການສັ່ນສະເທືອນໃນລັດ Oaxaca ຕັ້ງຢູ່ພາກໃຕ້ຂອງປະ
ເທດ, ປະມານ 360 ກິໂລແມັດ ທາງພາກຕາເວັນອອກສຽງໃຕ້ ຫ່າງຈາກນະຄອນຫຼວງ
ຂອງປະເທດ, ເຊິ່ງຍັງຄົງມຶນງົງ ຈາກແຜ່ນດິນໄຫວຄວາມແຮງ 7.1 ຂອງວັນອັງຄານ
ອາທິດແລ້ວນີ້ ແລະ ແຜ່ນດິນໄຫວຄວາມແຮງ 8.1 ໃນວັນທີ 7 ກັນຍາທີ່ຜ່ານມາ.

ໃນຕອນບ່າຍຂອງວັນອາທິດວານນີ້, ຈຳນວນຜູ້ເສຍຊີວິດສູງສຸດໄດ້ຢຸດຢູ່ໃນລະດັບ
319 ຄົນ ລວມທັງ 181 ຄົນໃນນະຄອນຫຼວງ ເມັກຊິໂກ ຊີຕີ້ນຳ.

ບັນດາເຈົ້າໜ້າທີ່ກ່າວວ່າ ແຜ່ນດິນໄຫວໃນວັນເສົາທີ່ຜ່ານມາ ສາມາດຮູ້ສຶກໄດ້ໃນນະ
ຄອນຫຼວງ ເມັກຊິໂກ ຊີຕີ້, ດ້ວຍການສັ່ນຄອນຕຶກແຫ່ງຕ່າງໆໃນນະຄອນຫຼວງນັ້ນ.

ອົງການໄພພິບັດຂອງ ເມັກຊິໂກ ກ່າວວ່າ ແຜ່ນດິນໄຫວຄັ້ງຫຼ້າສຸດ ແມ່ນການສັ່ນສະ
ເທືອນຂອງແຜ່ນດິນໄຫວຄວາມແຮງ 8.1 ທີ່ໄດ້ເກີດຂຶ້ນໃນເຂດຊາຍຝັ່ງພາກໃຕ້ຂອງ
ເມັກຊິໂກ ໃນວັນທີ 7 ກັນຍາທີ່ຜ່ານມາ, ສັງຫານປະຊາຊົນເກືອບ 100 ຄົນ.

ບັນດາເຈົ້າໜ້າທີ່ກູ້ໄພ ໄດ້ສືບຕໍ່ຊອກຄົ້ນ ຜ່ານຊາກຫັກພັງຈາກແຜ່ນດິນໄຫວໃນວັນອັງ
ຄານອາທິດທິດແລ້ວນີ້, ແຕ່ໄດ້ຢຸດການປະຕິບັດງານຂອງເຂົາເຈົ້າໄວ້ຊົ່ວຄາວ ຍ້ອນແຜ່ນດິນໄຫວໃນວັນເສົາມື້ກ່ອນນີ້, ອີງຕາມອົງການປົກປ້ອງພົນລະເຮືອນຂອງ
ເມັກຊິໂກ.

ພະນັກງານກູ້ໄພ ເມັກຊິໂກ, ໄດ້ຮັບການສະໜັບສະໜູນໂດຍກຸ່ມຊ່ວຍເຫຼືອຕ່າງໆຈາກ
ທົ່ວໂລກ, ລວມມີປະເທດ ອິສຣາແອລ, ຍີ່ປຸ່ນ ແລະ ສະຫະລັດ, ໄດ້ກອບກູ້ເອົາຊີວິດ
ຂອງປະຊາຊົນມາໄດ້ຢ່າງໜ້ອຍ 60 ຄົນໃນນະຄອນຫຼວງ ເມັກຊິໂກ ຊີຕີ້ ແລະ ເມືອງ
ຕ່າງໆທີ່ຢູ່ອ້ອມຮອບ.

ອົງການພັດທະນາສາກົນ ສະຫະລັດ ໄດ້ສົ່ງກຸ່ມຜູ້ຊ່ວຍເຫຼືອໄພພິບັດຫຼາຍກວ່າ 60 ຄົນ,
ພ້ອມດ້ວຍເຄື່ອງມື ແລະ ອຸປະກອນການແພດໄປນະຄອນຫຼວງ ເມັກຊິໂກ ຊີຕີ້.

Search and rescue teams in Mexico continue to scour the rubble for survivors after a third powerful earthquake rocked Mexico Saturday.

The U.S. Geological Survey said the quake had a magnitude of 6.1 and was centered in the southern state of Oaxaca, about 360 kilometers southeast of the capital, which is still reeling from Tuesday's 7.1 quake and an 8.1 quake on September 7.

As of Sunday afternoon, the death toll stood at 319, including 181 in Mexico City.

Officials said Saturday's quake was felt in Mexico City, swaying buildings in the capital.

Mexico's disaster agency said the latest quake was an aftershock of the 8.1 quake that hit Mexico's southern coast on September 7, killing nearly 100 people.

Rescue workers continued to search through rubble from Tuesday's quake, but had to suspend some their efforts briefly because of the shaking Saturday, according to Mexico's civil protection agency.

Mexican rescue workers, supported by teams from around the world, including Israel, Japan and the United States, have rescued at least 60 people in Mexico City and surrounding towns.

The United States Agency for International Development has sent a team of more than 60 disaster responders, equipped with tools and medical equipment, to Mexico City.

XS
SM
MD
LG