ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີເມັກຊິໂກ ຢ້ຽມຢາມສະຫະລັດ ໂດຍເນັ້ນໜັກໃສ່ ເລື້ອງການຄ້າ


ປະທານາທິບໍດີ Donald Trump ຍົກຖະແຫລງການຮ່ວມທີ່ໄດ້ເຊັນກັບປະທານາທິບໍດີ Andres Manuel Lopez Obrador ຂອງເມັກຊິໂກ ຂຶ້ນໃຫ້ຄົນເບິ່ງ ຢູ່ສວນກຸຫລາບຕໍ່ໜ້າທໍານຽບຂາວ, ວັນທີ 8 ກໍລະກົດ, 2020
ປະທານາທິບໍດີ Donald Trump ຍົກຖະແຫລງການຮ່ວມທີ່ໄດ້ເຊັນກັບປະທານາທິບໍດີ Andres Manuel Lopez Obrador ຂອງເມັກຊິໂກ ຂຶ້ນໃຫ້ຄົນເບິ່ງ ຢູ່ສວນກຸຫລາບຕໍ່ໜ້າທໍານຽບຂາວ, ວັນທີ 8 ກໍລະກົດ, 2020

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ໃຫ້ການຕ້ອນຮັບ ແກ່ປະທານາທິບໍດີອັງເດຣ ມານູແອລ ໂລເປສ ໂອບຣາໂດ (Andrés Manuel López Obrador) ຂອງເມັກຊິໂກໃນວັນພຸດວານນີ້ ຢູ່ທີ່ທໍານຽບຂາວ ບ່ອນທີ່ພວກເພິ່ນ ໄດ້ສົນທະນາກັນກ່ຽວກັບເລື້ອງການຄ້າ, ເສດຖະກິດ ແລະຄົນເຂົ້າເມືອງ, ບໍ່ພໍ ເທົ່າໃດມື້ ກ່ອນທີ່ຂໍ້ຕົກລົງ ລະຫວ່າງສະຫະລັດ-ເມັກຊິໂກ ແລະການາດາ ຊຶ່ງ ເປັນຂໍ້ຕົກລົງດ້ານການຄ້າລະຫວ່າງສອງປະເທດກັບການາດາຈະມີຜົນບັງຄັບໃຊ້

ພວກເພິ່ນຍັງໄດ້ໃຫ້ຄໍາເຫັນກ່ຽວກັບສາຍພົວພັນລະຫວ່າງສອງປະເທດທີ່ໄດ້ຮັບ ການປັບປຸງໃຫ້ດີຂຶ້ນນັ້ນ.
“ສາຍພົວພັນລະຫວ່າງສະຫະລັດກັບເມັກຊິໂກ ບໍ່ເຄີຍໄດ້ມີຄວາມໃກ້ຊິດກັນດັ່ງ ທີ່ເປັນຢູ່ໃນເວລານີ້ ຈັກເທື່ອ,” ນັ້ນຄືຄໍາເວົ້າຂອງທ່ານທຣໍາ ທີ່ກ່າວຢູ່ໃນສວນກຸຫລາບ ກ່ອນຜູ້ນໍາທັງສອງໄດ້ເຊັນຄໍາຖະແຫລງການຮ່ວມ ເພື່ອ “ຮັບຮູ້ເຖິງ ຄວາມກ້າວໜ້າຂອງສອງປະເທດພວກເຮົາທີ່ໄດ້ບັນລຸການເປັນພາຄີກັນຄືນອີກ ແລະມີຄວາມເຂັ້ມແຂງເພີ້ມຂຶ້ນອີກ.”

ຜູ້ນໍາຂອງສະຫະລັດ ຜູ້ທີ່ເຄີຍໄດ້ໃຫ້ຄໍາເຫັນແບບດູໝິ່ນ ກ່ຽວກັບຄົນເຂົ້າເມືອງ ຊາວເມັກຊິໂກ ແລະໄດ້ນາບຂູ່ວ່າ ຈະເກັບພາສີທາງການຄ້າໃນເມື່ອກ່ອນນັ້ນ ເອີ້ນສາຍພົວພັນ ລະຫວ່າງສະຫະລັດກັບເມັກຊິໂກວ່າ “ຍອດຍ້ຽມ” ໂດຍກ່າວ ເພີ້ມອີກວ່າ ທ່ານ ແລະທ່ານ ໂລເປສ ໂອບຣາໂດ (López Obrador) “ໄດ້ ເອົາຜົນປະໂຫຍດຂອງປະເທດພວກເຮົາ ໃຫ້ມາກ່ອນໝູ່.”

ທ່ານໂລເປສ ໂອບຣາໂດ (López Obrador) ຕອບກັບ ໂດຍເວົ້າວ່າ “ໃນ ນາມທີ່ເປັນປະທານາທິບໍດີເມັກຊິໂກ ແທນທີ່ຈະຈົດຈໍາເຖິງຄວາມໝິ່ນປະໝາດ ແລະສິ່ງຕ່າງໆແບບນັ້ນ ຕໍ່ປະເທດຂອງຂ້າພະເຈົ້າ ທີ່ພວກເຮົາໄດ້ຮັບຈາກທ່ານ, ປະທານາທິບໍດີທຣໍາ, ພວກເຮົາເຂົ້າໃຈ ແລະມີຄວາມນັບຖື.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG