ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Calderon ມອບອຳນາດ ໃຫ້ທ່ານ Pena Nieto


ປະທານາທິບໍດີ ທີ່ພົ້ນຈາກຕຳແໜ່ງ ຂອງເມັກຊິໂກ ທ່ານ Felipe Calderon (ຊ້າຍ) ມອບທຸງຊາດ ໃຫ້ແກ່ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Enrique Pena Nieto ໃນພິທີ ມອບອຳນາດ ຈັດຂຶ້ນໃນຕອນທ່ຽງຄືນ ຢູ່ທຳນຽບແຫ່ງຊາດ ທີ່ນະຄອນເມັກຊິໂກຊີຕີ້ (1 ທັນວາ 2012)
ປະທານາທິບໍດີ ທີ່ພົ້ນຈາກຕຳແໜ່ງ ຂອງເມັກຊິໂກ ທ່ານ Felipe Calderon (ຊ້າຍ) ມອບທຸງຊາດ ໃຫ້ແກ່ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Enrique Pena Nieto ໃນພິທີ ມອບອຳນາດ ຈັດຂຶ້ນໃນຕອນທ່ຽງຄືນ ຢູ່ທຳນຽບແຫ່ງຊາດ ທີ່ນະຄອນເມັກຊິໂກຊີຕີ້ (1 ທັນວາ 2012)
ປະທານາທິບໍດີ ທີ່ກຳລັງຈະພົ້ນຈາກຕຳແໜ່ງຂອງເມັກຊິໂກ ທ່ານ
Felipe Calderon ໄດ້ມອບອຳນາດໃຫ້ແກ່ປະທານາທິບໍດີທີ່ໄດ້
ຮັບເລືອກໃໝ່ທ່ານ Enrique Pena Nieto ໃນພິທີທີ່ຈັດຂຶ້ນເພື່ອ ເປັນສັນຍາລັກແບບສັ້ນໆ ບໍ່ດົນຫຼັງຈາກທ່ຽງຄືນ ຂອງຄືນວັນເສົາ
ທີ່ທຳນຽບແຫ່ງຊາດທີ່ມີຄວາມສຳຄັນທາງປະວັດສາດຂອງເມັກຊິ
ໂກ.

ທ່ານ Pena Nieto ຈະສາບານໂຕເຂົ້າຮັບຕຳແໜ່ງໃນວັນເສົາ
ມື້ນີ້. ການເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຂອງທ່ານ ແມ່ນ
ຂີດໝາຍ ຂອງການກັບຄືນເຂົ້າກຳອຳນາດໃໝ່ ຂອງພັກສະຖາ
ບັນປະຕິວັດຫຼື PRI ທີ່ໄດ້ປົກຄອງປະເທດເມັກຊິໂກ ມາເປັນເວ
ລາ 7 ທົດສະວັດຈົນຮອດປີ 2000. ພັກ PRI ຈະກັບຄືນເຂົ້າກຳ
ອຳນາດເປັນເທື່ອທຳອິດໃນຮອບ 12 ປີ ດ້ວຍການເປັນປະທາ
ນາທິບໍດີຂອງ ທ່ານ Pena Nieto.

ຄະນະລັດຖະບານຂອງທ່ານ Pena Nieto ໄດ້ຖືກນຳສະເໜີຕໍ່ສື່ມວນຊົນທີ່ນະຄອນຫຼວງ ເມັກຊິໂກຊີຕີ້ໃນມື້ວັນສຸກວານນີ້. ໃນການເຄື່ອນໄຫວທີ່ຖືກັນວ່າເປັນການສ້າງຄວາມເຫັນ ໃຫ້ສອດຄ່ອງກັນນັ້ນ ປະທານາທິບໍດີ ທີ່ເຂົ້າກຳອຳນາດໃໝ່ ອາຍຸ 46 ປີທ່ານນີ້ ໄດ້ເລືອກ ເອົາສະມາຊິກບາງຄົນໃນຄະນະລັດຖະບານຂອງປະທານາທິບໍດີ Calderon ທີ່ພົ້ນຈາກ ຕຳແໜ່ງນັ້ນ ເຂົ້າຮັບໜ້າທີ່ໃນຄະນະລັດຖະບານຂອງທ່ານ.

ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ຂອງເມັກຊິໂກໄດ້ພົບປະກັບປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ທຳນຽບຂາວ ບ່ອນທີ່ພວກຜູ້ນຳທັງສອງ ໄດ້ສົນທະນາຫາລືກັນ ກ່ຽວກັບເລື່ອງຄວາມສຳພັນສອງຝ່າຍ ແລະບັນຫາພູມີພາກ ຈຳນວນນຶ່ງ.

ກ່ຽວຂ້ອງກັນ

XS
SM
MD
LG