ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ເມັກຊິໂກເລືອກເອົາ ທ່ານ Enrique Nieto ​ເປັນ​ປະທາ​ນາ​ທິບໍດີ ​ຄົນ​ຕໍ່​ໄປ (ສະໄລດ໌)


ທ່ານ Enrique Pena Nieto, ຜູ້ສະມັກເລືອກຕັ້ງປະທານາທິບໍດີເມັກຊິໂກ ຈາກພັກ PRI ຈັບມືກັບບັນດາຜູ້ສະໜັບ
ສະໜຸນທ່ານ ຢູ່ສໍານັກງານໂຄສະນາຫາສຽງ
ຂອງທ່ານ ທີ່ນະຄອນຫລວງ Mexico City, ໃນຕອນເຊົ້າວັນຈັນ ທີ 2 ກໍລະກົດ 2012. (AP Photo/Alexandre Meneghini)
ທ່ານ Enrique Pena Nieto, ຜູ້ສະມັກເລືອກຕັ້ງປະທານາທິບໍດີເມັກຊິໂກ ຈາກພັກ PRI ຈັບມືກັບບັນດາຜູ້ສະໜັບ ສະໜຸນທ່ານ ຢູ່ສໍານັກງານໂຄສະນາຫາສຽງ ຂອງທ່ານ ທີ່ນະຄອນຫລວງ Mexico City, ໃນຕອນເຊົ້າວັນຈັນ ທີ 2 ກໍລະກົດ 2012. (AP Photo/Alexandre Meneghini)

ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ສະ​ແດງ​ໃຫ້​ເຫັນ​ວ່າ​ ບັນດາ​ຜູ້ປ່ອນ​ບັດໃນເມັກ​ຊິ​ໂກໄດ້​ເລືອກ​ທີ່​ຈະ​
ນໍາ​ເອົາພັກ​ ທີ່​ຄັ້ງ​ນຶ່ງ​ເຄີຍ​ມີ​ອໍານາດຄອບ​ງໍາທາງ​ການ​ເມືອງໃນ​ປະ​ເທດ​ນັ້ນ ກັບຄືນມາ​ມີ​ອໍາ
ນາດ​ໃໝ່ ໂດຍ​ໄດ້​ເລືອກ​ເອົາ​ທ່ານ​ Enrique Pena Nieto ​ໃຫ້​ເປັນ​ປະທາ​ນາ​ທິບໍດີ​ຄົນ​ຕໍ່​ໄປ.

​ເຈົ້າ​ໜ້າ​ທີ່ເລືອກ​ຕັ້ງກ່າວ​ໃນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ​ ທ່ານ​ Nieto ​ໄດ້ຮັບ 38% ຂອງຄະ​ແນນ​
ສຽງທັງ​ໝົດ​ ​ໂດຍ​ໄດ້​ຊະນະເຈົ້າ​ຄອງ​ກໍ​າເ​ເພງນະຄອນ Mexico City ທ່ານ Andres
Manuel Lopez Obrador ທີ່​ໄດ້​ຮັບ 31%.

​ແຕ່ທ່ານ Obrador ​ ​ກ່າວ​ວ່າ ທ່ານ​ຍັງ​ບໍ່​ພ້ອມ​ ທີ່​ຈະຍອມຮັບເອົາ​ຄວາມ​ປາ​ໄຊ​ ເທື່ອ.

ທ່ານ Pena Nieto ສັງກັດ​ພັກປະຕິວັດ​ສະ​ຖາ​ບັນ Institutional​ Revolutionary Party
ຫຼື ພັກ PRI ​ທີ່ໄດ້ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ 71 ປີ ຈົນ​ເຖິງ ປີ 2000 ເວລາປະຊາຊົນ
​ເ​ມັກ​ຊິ​ໂກ​ພາກັນ​ປ່ອນ​ບັດ​ເອົາ ທ່ານ Vicent Fox ຜູ້​ສະໝັກ​ຈາກ​ພັກກິດ​ແຫ່ງ​ຊາດ National
Action Party ຫຼື PAN. ​ປະທາ​ນາ​ທິບໍດີ ຜູ້​ກໍ​ລັງ​ທີ່​ຈະ​ພົ້ນຈາກ​ຕໍາ​ແໜ່​ງ ທ່ານ Felipe
Calderon ນັ້ນ ກໍ​ມາ​ຈາກ ພັກ PAN ​ເຊັ່ນ​ກັນ ​ໂດຍ​ໄດ້​ຖືກ​ເລືອກ​ຕັ້ງໃນ​ປີ 2006 ​ແຕ່ການ​
ຄອງ​ອໍານາດ​ຂອງ​ທ່ານ​ນັ້ນ ໄດ້ປະສົບ​ກັບ​ບັນຫາ​ເສດຖະກິດ​ທີ່​ຝືດ​ເຄືອງ​ບໍ່​ມີ​ການ​ຂະຫຍາຍ​ໂຕ
​ແລະ​ຄວາມຮຸນ​ແຮງ​ຢ່າງ​ແຜ່​ຫລາຍຍ້ອນບັນຫາຢາ​ເສບ​ຕິດ​.

ທ່ານ Calderon ​ໄດ້​ສັ່ງ​ໃຫ້ທາງ​ທະຫານ​ທໍາ​ການປາບ​ປາມ​ພວກ​ກຸ່ມ​ຄ້າ​ຢາ​ເສບ​ຕິດ ຢ່າງ​ເອົາ​ຈິງ​ເອົາ​ຈັງ ບໍ່​ດົນ​ຫຼັງຈາກ​ທີ່​ທ່ານ​ໄດ້​ຂຶ້ນ​ຮັບ​ຕໍາ​ແໜ່​ງ. ​ໄດ້​ມີ​ຫຼາຍ​ກວ່າ 50,000 ຄົນ ຖືກ​ສັງຫານ​ໃນ​ການປະ​ທະ​ກັນ​ກ່ຽວ​ກັບ​ຢາ​ເສບ​ຕິດນີ້ ນັບຕັ້ງ​ແຕ່​ນັ້ນ​ມາ.

ທ່ານ​ Pena Nieto ​ໄດ້​ຖະ​ແຫຼ​ງຕໍ່​ບັນດາ​ຜູ້​ທີ່​ສະໜັບສະໜູນ​ທ່ານ​ວ່າ ຊາວເມັກ​ຊິ​ໂກ ​ໄດ້​ເລືອກ​ເອົາ​ການ​ປ່ຽນ​ແປງໃນທິດ​ທາງ​ຂອງ​ປະ​ເທດ ​ໃນ​ການ​ເລືອກ​ເອົາ​ທ່ານ​ນັ້ນ​ ​ແຕ່​ທ່ານ​ກໍໃຫ້​ຄໍາ​ໝັ້ນສັນຍາ​ທີ່​ຈະ​ກົດ​ດັນ ກຸ່ມ​ຄ້າ​ຢາ​ເ​ສບຕິດ ຢູ່​ຕໍ່​ໄປ.

XS
SM
MD
LG