ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີຜູ້ເສຍຊີວິດເພີ່ມຂຶ້ນ ຍ້ອນການຈູດ ບ່ອນຫຼິ້ນກາຊີໂນ ໃນເມັກຊິໂກ


ຄວັນກຸ້ມຂຶ້ນຈາກໂຮງຫຼິ້ນກາຊີໂນ Royale ໃນເມືອງ Monterrey ທາງພາກເໜືອຂອງເມັກຊິໂກ (25 ສິງຫາ 2011)
ຄວັນກຸ້ມຂຶ້ນຈາກໂຮງຫຼິ້ນກາຊີໂນ Royale ໃນເມືອງ Monterrey ທາງພາກເໜືອຂອງເມັກຊິໂກ (25 ສິງຫາ 2011)

ຈຳນວນຜູ້ເສຍຊີວິດຈາກການລອບວາງເພີງໃສ່ບ່ອນຫຼິ້ນກາຊີໂນໃນຫົວເມືອງພາກເໜືອແຫ່ງ
ນຶ່ງຂອງເມັກຊິໂກ ໃນວັນພະຫັດວານນີ້ ຊຶ່ງມາຮອດປັດຈຸບັນ ມີ 50 ກວ່າຄົນແລ້ວ.

ຜູ້ປົກຄອງລັດ Nuevo Leon ທ່ານ Rodrigo Madina ກ່າວຕໍ່ຕາໜ່າງໂທລະພາບ
Televisa ວ່າ ມີ 53 ຄົນແລ້ວເສຍຊີວິດໃນການລອບວາງເພີງທີ່ໂຮງກາຊີໂນ Royale.
ເມືອງ Monterrey ແມ່ນເມືອງເອກຂອງລັດ Nuevo Leon.

ພວກທີ່ເຫັນເຫດການກ່າວວ່າ ພວກມືປືນໄດ້ບຸກເຂົ້າໄປໃນບ່ອນຫຼິ້ນກາຊີໂນ ແລ້ວກໍພາກັນ
ເອົານໍ້າມັນຮວດໃສ່ກ່ອນຈະຈູດໄຟເຜົາໂຮງກາຊີໂນດັ່ງກ່າວ. ພວກເຄາະຮ້າຍຈຳນວນນຶ່ງໄດ້
ຖືກພົບເຫັນຢູ່ໃນຫ້ອງນໍ້າຂອງບ່ອນຫຼິ້ນກາຊີໂນ ບ່ອນທີ່ພວກເຂົາເຈົ້າໄດ້ພາກັນຫຼົບລີ້ໜີມື
ປືນນັ້ນ.

ປະທານາທິບໍດີເມັກຊິໂກ ທ່ານ Felipe Calderon ໄດ້ປະນາມການໂຈມຕີດັ່ງກ່າວນີ້ວ່າ
ເປັນການກໍ່ການຮ້າຍທີ່ໜ້າກຽດ ແລະໂຫດຮ້າຍທີ່ສຸດ ໃນຂໍ້ຄວາມທີ່ສົ່ງໄປທາງ Twitter
ນັ້ນ.

XS
SM
MD
LG