ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະຫາເສດຖີ ເມັກຊີໂກ ຍັງສືບຕໍ່ ເປັນບຸກຄົນ ທີ່ຮັ່ງທີ່ສຸດ ໃນໂລກ (ສະໄລດ໌)


ທ່ານ Carlos Slim ມະຫາເສດຖີ ດ້ານສື່ສານຄົມມະນາຄົມ ຊາວເມັກຊິໂກ ຍັງສືບຕໍ່ເປັນບຸກຄົນຮັ່ງມືອັນດັບນຶ່ງຂອງໂລກ
ທ່ານ Carlos Slim ມະຫາເສດຖີ ດ້ານສື່ສານຄົມມະນາຄົມ ຊາວເມັກຊິໂກ ຍັງສືບຕໍ່ເປັນບຸກຄົນຮັ່ງມືອັນດັບນຶ່ງຂອງໂລກ
ຜູ້​ທີ່​ມີ​ອິດ​ທິພົນດ້ານ​ສື່ສານຄົມມະນາຄົມ​ຊາວເມັກຊິກໂກທ່ານ
Carlos Slim ​ແລະ​ມະຫາ​ເສດຖີ​ດ້ານ​ຄອມ​ພິວ​ເຕີ້ຊາ​ວອາ​ເມ
ຣິກັນ ທ່ານ Bill Gates ​ອີກຄັ້ງ​ນຶ່ງ ບຸກທັງ​ສອງ​ຄົນ ຍັງເປັນຜູ້​
ຮັ່ງມີທີ່​ສຸດ​ໃນ​ໂລກ ອິງ​ຕາມນິຕິ​ຍະ​ສານ Forbes.

​ເໝືອນດັ່ງ​ປີ​ກາຍ​ນີ້ ທ່ານ Slim ​ແລະ ທ່ານ Gates ຍັງ​ຕິດ​ອັນ​
ດັບ​ສູງສຸດ​ຂອງ​ບັນຊີລາຍຊື່ປະ​ຈໍາ​ປີຂອງ​ນິຕະຍະ​ສານສະບັບ​ນີ້
ວ່າເປັນ ມະຫາ​ເສດຖີ​ພັນ​ລ້ານ​ຂອງ​ໂລກ.

ນິຕິ​ຍະ​ສານ Forbes ກ່າວ​ວ່າ ທ່ານ Slim ມີ​ເງິນ​ເຖິງ 73 ພັນ​ລ້ານ​ໂດ​ລາ ​ແລະ ທ່ານ Gates ມີ​ເງິນ​ເຖິງ 67 ພັນ​ລ້ານ​ໂດ​ລາ. ຜູ້​ບໍລິຫານ ການ​ອອກ​ແບບສະ​ເປ​ນ ທ່ານ Amanico Ortega ຢູ່​ໃນ​ອັນ​ດັບ​ທີ​ສາມ ມີ​ເງິນ 57 ພັນລ້ານ​ໂດ​ລາ ຕິດຕາມ​ດ້ວຍ ນັກ​ທະນາຄານການລົງທຶນອາ​ເມຣິກັນ ທ່ານ Warren Buffett ​ແລະ ນັກ​ການ​ຄ້າ ​ເທັກ​ໂນ​ໂລ​ຈີ ສະຫະລັດ ທ່ານ Larry Ellison.

ວາຣະສານ Forbes ກ່າວ​ວ່າ ຜູ້​ຊາຍທີ່​ຮັ່ງທີ່​ສຸດຂອງ​ເອ​ເຊຍ ແມ່ນນັກ​ອຸດສາ​ຫະກໍາ Hong Kong ທ່ານ Li Kashing. ທ່ານຕິດ​ອັນ​ດັບ​ທີ 8 ຢູ່​ໃນ​ບັນຊີ​ລາຍ​ຊື່ ​ໂດຍ​ມີ​ເງິນຢູ່ ​31 ພັນ​ລ້ານ​ໂດ​ລາ.

ນິຕິ​ຍະ​ສານສະບັບ​ນີ້ກ່າວ​ວ່າ ປັດ​ຈຸ​ບັນ​ມີ​ມະຫາ​ເສດຖີ​ພັນ​ລ້ານ ຢູ່ 1,426 ຄົນ​ ໃນ​ໂລກ ຊຶ່ງ​ມີ​ເງິນ​ຮວມກັນທັງ​ໝົດ​ 5 ພັນ 4 ຮ້ອຍ​ຕື້. ​ສ່ວນ​ໃຫຍ່​ຂອງ​ພວກ​ເສດ​ຖີ​ເຫຼົ່ານີ້ ​ແມ່ນຢູ່ໃນສະຫະລັດ.

XS
SM
MD
LG