ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Merle Haggard ຕຳນານ ສິລະປິນ ເພງລູກທົ່ງ ອາເມຣິກາ ເສຍຊີວິດແລ້ວ


ທ່ານ Merle Haggard ຍິ້ມໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ທີ່ຫໍພິພິທະພັນປະຫວັດສາດ ແຫ່ງຊາດອາເມຣິກາ Smithsonian ໃນນະຄອນຫຼວງ ວໍຊິງຕັນ. 28 ພຶດສະພາ, 2003.
ທ່ານ Merle Haggard ຍິ້ມໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ທີ່ຫໍພິພິທະພັນປະຫວັດສາດ ແຫ່ງຊາດອາເມຣິກາ Smithsonian ໃນນະຄອນຫຼວງ ວໍຊິງຕັນ. 28 ພຶດສະພາ, 2003.

ທ່ານ Merle Haggard ເປັນໜຶ່ງໃນຜູ້ທີ່ມີນ້ຳສຽງຄຸ້ນເຄີຍທີ່ສຸດ ໃນວົງການດົນຕີລູກທົ່ງ ຂອງ ອາເມຣິກາ, ໄດ້ເສຍຊີວິດໃນວັນພຸດວານນີ້ ຮວມອາຍຸ​ໄດ້ 79 ປີ ຫຼັງຈາກໄດ້ຕໍ່ສູ້ກັບ ໂຣກປອດອັກເສບສອງ​ເທື່ອ ຊ້ອນ ທີ່ແກ່ຍາວມາຫຼາຍເດືອນ.

ໃນໄລຍະການປະກອບອາຊີບຂອງທ່ານ​ນັ້ນ, ທ່ານ Haggard ໄດ້ອອກ album ເພງ ຫຼາຍ ກວ່າ 80 album, ແລະ ເພງຂອງທ່ານ 38 ເພງແມ່ນໄດ້ຕິດອັນດັບສູງສຸດໃນຕາຕະ ລາງເພງລູກທົ່ງຂອງ ສະຫະລັດ, ລວມທັງເພງ “Hungry Eyes,” “Momma Tried,” ແລະ ເພງ “Okie from Muskogee” ເຊິ່ງໄດ້ກາຍເປັນປະເພດເພງທີ່ໄດ້ຮັບຄວາມນິ ຍົມຂອງພວກ ຮິບປີ ໃນລະຫວ່າງທ້າຍຊຸມປີ 1960.

ເພງຂອງທ່ານ Haggard ສ່ວນໃຫຍ່ເວົ້າເຖິງຊີວິດທີ່ທຸກຍາກໃນເວລາທີ່ທ່ານໄດ້ເຕີບ ໃຫຍ່ຂຶ້ນມາ ຢູ່​ໃນ​ເຂດ​ຊານເມືອງ Bakersfield ລັດ ຄາລີຟໍເນຍ. ສຽງທີ່ອອກແນວແຫບ ຂອງທ່ານ ໄດ້ເອົາຊະນະໃຈຂອງຊາວກຳມະກອນທີ່ມີວຽກງານລະດັບຕ່ຳ ເຊິ່ງມີຊີວິດອັນ ຫຍຸ້ງຍາກ, ເຮັດໃຫ້ທ່ານເປັນນັກຮ້ອງຂວັນໃຈສຳລັບປະຊາຊົນ ຊົນຊັ້ນກຳມະກອນໃນ ທົ່ວປະເທດ.

ທ່ານ Jay Orr ຈາກຫໍກຽດຕິຍົດເພງລູກທົ່ງໄດ້ກ່າວວ່າ “ທ່ານ Merle ເປັນນັກຮ້ອງທີ່ຍິ່ງ ໃຫຍ່ຜູ້ໜຶ່ງ. ທ່ານໄດ້ເປັນຕົວຢ່າງໃນການເປັນນັກຮ້ອງ ແລະ ຂຽນເພງປະ​ເພດລູກທົ່ງ ແທ້ໆ.”

“ທ່ານໄດ້ຂຽນເພງຈາກປະສົບການຂອງທ່ານເອງ, ແລະ ທ່ານໄດ້ຂຽນເພງຈາກປະສົບ ການຂອງກຳມະກອນຊາຍ ແລະ ຍິງໃນ ອາເມຣີກາ. ຂ້າພະເຈົ້າຄິດເຖິງເພງເຊັ່ນ ‘Working Man’s Blues’ ເຊິ່ງເປັນປະໂຫຍກທີ່ປະຊາຊົນໃຊ້ໃນການອະທິບາຍເພງ ລູກທົ່ງ”

ທ່ານ Haggard ໄດ້ເກີດໃນປີ 1937, ເປັນລູກຂອງອົບພະຍົບກຳມະກອນທີ່ທຸກຍາກ 2 ຄົນ ຈາກລັດ Oklahoma ຜູ້ທີ່ໄດ້ຍ້າຍໄປຢູ່ພາກຕາເວັນຕົກຂອງປະເທດ ເພື່ອຫຼົບໜີ ຈາກພາວະເສດຖະກິດຕົກ ຕ່ຳຄັ້ງໃຫຍ່ ແລະ ໄດ້ຕັ້ງຖິ່ນຖານໃນເມືອງ Bakersfield. ທ່ານ Haggard ແລະ ພໍ່ແມ່ຂອງທ່ານໄດ້ອາໄສຢູ່ໃນຕູ້ລົດໄຟເກົ່າ ທີ່ພໍ່ຂອງທ່ານ, ທ່ານ James Haggard, ອະດີດພະນັກງານລາງລົດໄຟ Santa Fe, ໄດ້ປັບປ່ຽນເປັນເຮືອນ ຂອງພວກເຂົາເຈົ້າ.

ນັກຮ້ອງເພງລູກທົ້ງ ທ່ານ Merle Haggard ທີ່ກອງປະຊຸມຖະແຫຼງຂ່າວໃນນະຄອນ ນິວຢອກ. 6 ເມສາ 1974.
ນັກຮ້ອງເພງລູກທົ້ງ ທ່ານ Merle Haggard ທີ່ກອງປະຊຸມຖະແຫຼງຂ່າວໃນນະຄອນ ນິວຢອກ. 6 ເມສາ 1974.

Merle Haggard Obit
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG