ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີໂກລ ໄດ້ນຳໜ້າໃນພິທີລະນຶກເຖິງວັນຄົບຮອບ 30 ປີຂອງການພັງລົງຂອງກຳແພງເບີລິນ ຫຼາຍຄັ້ງທີ່ນະຄອນຫຼວງຂອງປະເທດ ເຢຍຣະມັນ ໃນວັນເສົາວານນີ້, ເຊິ່ງກຳແພງດັ່ງກ່າວໄດ້ແບ່ງແຍກນະຄອນຫຼວງນັ້ນ ໃນລະຫວ່າງສົງຄາມເຢັນ ຈົນຮອດມື້ທີ່ມັນຖືກທຳລາຍ ແລະ ຮື້ຖອນໃນວັນທີ 9 ພະຈິກ 1989.
ທ່ານນາງ ເມີໂກລ, ຜູ້ທີ່ໄດ້ເຕີບໃຫຍ່ໃນ ເຢຍຣະມັນ ຕາເວັນອອກ ທີ່ປົກຄອງໂດຍພັກຄອມມີນິສ ໄດ້ກ່າວວ່າ “ກຳແພງເບີລິນ ໄດ້ຫາຍໄປແລ້ວ ແລະ ນັ້ນໄດ້ສອນໃຫ້ພວກເຮົາຮູ້ວ່າ ບໍ່ມີກຳແພງໃດທີ່ໄດ້ແບ່ງແຍກຄົນ ແລະ ຫ້າມເສລີພາບ ຈະສູງຫຼາຍ ຫຼື ກວ້າງຫຼາຍຈົນວ່າມັນບໍ່ສາມາດຖືກທັບມ້າງໄດ້.”
ວັນທີ 9 ພະຈິກ ຍັງເປັນວັນ “ຄຣິສຕອລນາຄ໌” (Kristallnact), ເມື່ອຊາວຢິວຖືກໂຈມຕີໃນທົ່ວ ເຢຍຣະມັນ ທີ່ປົກຄອງໂດຍ ນາຊີ ໃນປີ 1938 ເຊິ່ງມັນໄດ້ຕົວຢ່າງຂອງຄວາມຢ້ານກົວ ທີ່ຕິດຕາມມາໃນການສັງຫານໝູ່ຊາວຢິວ.
ນາຍົກ ເມີໂກລ ໄດ້ກ່າວໃນຄຳປາໄສຢູ່ໂບດແຫ່ງການປອງດອງກັນ, ທີ່ຕັ້ງຢູ່ບ່ອນທີ່ກຳແພງ ເບີລິນ ເຄີຍຕັ້ງຢູ່ວ່າ “ວັນທີ 9 ພະຈິກ, ເຊິ່ງໄດ້ສະທ້ອນເຖິງທາງທີ່ພິເສດສອງຢ່າງ ທັງຄວາມຢ້ານກົວ ແລະ ເວລາທີ່ມີຄວາມສຸກໃນປະຫວັດສາດຂອງເຮົານັ້ນ ໄດ້ເຮັດໃຫ້ພວກເຮົາຮູ້ວ່າ ພວກເຮົາໄດ້ປະເຊີນກັບຄວາມຄຽດຊັງ, ການແບ່ງແຍກເຊື້ອຊາດເຜົ່າພັນ ແລະ ການຕໍ່ຕ້ານຊາວຢິວຢ່າງເດັດຂາດ. ມັນໄດ້ຮຽກຮ້ອງໃຫ້ພວກເຮົາເຮັດທຸກຢ່າງດ້ວຍອຳນາດຂອງພວກເຮົາເພື່ອປົກປ້ອງເສລີພາບ ແລະ ປະຊາທິປະໄຕ, ກຽດສັກສີຂອງມະນຸດ ແລະ ລະບຽບກົດໝາຍ.”
ບັນດາຜູ້ນຳຈາກປະເທດ ໂປແລນ, ຮັງກາຣີ, ສໂລວາເກຍ ແລະ ສາທາລະນະລັດ ເຊັກ ກໍໄດ້ເຂົ້າຮ່ວມພິທີຢູ່ຖະນົນ ເບີນາວເອີ ສຕຣາສເຊີ, ເຊິ່ງແມ່ນສະຖານທີ່ຂອງພາກສ່ວນສຸດທ້າຍຂອງກຳແພງເບີລິດທີ່ຕັ້ງຢູ່. ພວກເພິ່ນໄດ້ວາງ ດອກກຸຫຼາບໃສ່ກຳແພງທີ່ໄດ້ແບ່ງແຍກນະຄອນຫຼວງດັ່ງກ່າວເປັນເວລາ 28 ປີ.
ປະທານາທິບໍດີ ເຢຍຣະມັນ ທ່ານ ແຟຣັງ ວອລເທີ ສໄຕນ໌ມາຍເອີ (Frank-Walter Steinmeir) ໄດ້ສະແດງຄວາມເຄົາລົບຕໍ່ຜູ້ປະທ້ວງສະໜັບສະໜູນປະຊາທິປະໄຕໃນບັນດາປະເທດອະດີດກຸ່ມ ໂຊວຽດ.
ທ່ານ ສໄຕນ໌ມາຍເອີ ໄດ້ກ່າວວ່າ “ໃນການສະແດງຄວາມຮູ້ບຸນຄຸນນັ້ນ, ມື້ນີ້ ພວກເຮົາລະນຶກເຖິງເຫດການທີ່ເປັນປະຫວັດສາດເມື່ອ 30 ປີທີ່ຜ່ານມາ ກັບເພື່ອນມິດຂອງພວກເຮົາ. ຖ້າປາສະຈາກຄວາມກ້າຫານ, ປາສະຈາກຄວາມປາຖະນະເພື່ອເສລີພາບຂອງຊາວ ໂປແລນ, ຮັງກາຣີ, ເຊັກ ແລະ ສໂລວາເກຍ, ການປະຕິວັດທີສະຫງົບໃນ ຢູໂຣບ ຕາເວັນອອກ ແລະ ຄວາມສາມັກຄີຂອງຊາວ ເຢຍຣະມັນ, ເຫດການດັ່ງກ່າວກໍຄົງຈະບໍ່ມີວັນເປັນໄປໄດ້.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ