ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບຢູໂຣບ ກັບເທີກີ ບັນລຸຂໍ້ຕົກລົງ ຍຸດຕິການຫຼັ່ງໄຫຼ ຂອງອົບພະຍົບ


ເດັກນ້ອຍຄົນໜຶ່ງ ກຳລັງກິນໝາກແອບໂປລ ລໍຖ້າຢູ່ແຖວ ຂ້າມເຂົ້າມາຊາຍແດນເຊີເບຍ ຕິດກັບໂຄຣເອເຊຍ.
ເດັກນ້ອຍຄົນໜຶ່ງ ກຳລັງກິນໝາກແອບໂປລ ລໍຖ້າຢູ່ແຖວ ຂ້າມເຂົ້າມາຊາຍແດນເຊີເບຍ ຕິດກັບໂຄຣເອເຊຍ.

​ບັນດາ​ປະ​ເທດ ສະຫະພາບ​ຢູ​ໂຣບ ​ໄດ້​ໃຫ້ການອະນຸມັດຕໍ່
ແຜນ​ປະຕິບັດງານຮ່ວມກັບເທີ​ກີ ​ໃນ​ຄວາ​ມຫວັງ​ ທີ່​ຈະ​ຫຼຸດ
ຜ່ອນ​ການຫລັ່ງ​ໄຫລ​ຂອງພວກອົບ​ພະ​ຍົບເຂົ້າ​ສູ່ຢູ​ໂຣບ.

​ເຖິງ​ແມ່ນ​ໃນຂະນະທີ່​ບັນດາ​ຜູ້ນຳ ໄດ້​ອະພິປາຍກັນກ່ຽວ
ກັບແຜນການ ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ ​ໃນ​ນະຄອນ
Brussels ​ໃນ​ວັນ​ພະຫັດ​ວານ​ນີ້ ອົບ​ພະຍົບຈາກອັຟກາ-
​ນິສຖານ​ຄົນ​ໜຶ່ງ​ ໄດ້​ຖືກ​ຍິງ​ຕາຍ ​ໃນ​ການ​ປະ​ທະກັນລະ
ຫວ່າງພວກ​ອົບ​ພະຍົບແລະຕຳຫຼວດ​ຊາຍ​ແດນ ທີ່ຊາຍ
​ແດນ ບຸລກາ​ເຣຍຕິດກັບ​ເທີ​ກີ.

ການ​ເສຍ​ຊີວິດນີ້ ​ເຊື່ອ​ວ່າ​ເປັນເຫດການເທື່ອ​ທຳ​ອິດ ໃນລະຫວ່າງ​ວິ​ກິດ​ການດັ່ງກ່າວ
ທີ່​ໄດ້ເຮັດ​ໃຫ້ປະທານາທິບໍດບຸລກາ​ເຣຍ ທ່ານ Boyko Borisov ບິນ​ກັບ​ຄືນປະເທດ ​
ຈາກ​ກອງ​ປະຊຸມ​ສຸດ​ຍອດ.

ອົບ​ພະຍົບ​ເກືອບ 600,000 ຄົນ​ໄດ້ໄປ​ເຖິງ​ຢູ​ໂຣບ ​ໂດຍ​ທາງ​ທະ​ເລ ​ໃນ​ປີ​ນີ້ ຫລາຍ​ຄົນ​
ໄດ້​ພາກັນ​ເດີນທາງ​ແຕ່​ເທີ​ກີ ​ໄປ​ຫາ​ກຣິສ ກ່ອນ​ມຸ້ງໜ້າໄປ​ທາງ​ເໜືອ.

ຫລັງ​ຈາກ​ກອງ​ປະຊຸມ​ສຸດ​ຍອດ ປະທານສະພາ​ຢູ​ໂຣບ ທ່ານ Donald Tusk ​ໄດ້​ກ່າວ​ຕໍ່​
ບັນດາ​ນັກ​ຂ່າວ​ວ່າ “ກ່ອນ​ອື່ນໝົດ ອະນຸຍາດ​ໃຫ້ ຂ້າພະ​ເຈົ້າ ສະ​ແດງ​ຄວາມຫວັງ ດ້ວຍ​
ຄວາມ​ລະມັດລະວັງ ໄປໃນທາງທີ່ດີ ​ແລະ​ຂ້າພະ​ເຈົ້າຕ້ອງ​ໄດ້ ຄຳ​ວ່າ “ລັດ​ມັດ​ລະວັງ.”

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ກ່າວຕໍ່ບັນດານັກຂ່າວ.
ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ກ່າວຕໍ່ບັນດານັກຂ່າວ.

ພາຍ​ໃຕ້​ແຜນການດັ່ງ​ກ່າວ ​ເທີກີໄດ້ຕົກລົງທີ່ຈະປາບປາມພວກລັກລອບຜ້ຄົນ ​ແລະ​ເອົາ​
ມາດ​ຕະການ​ບໍ່​ໃຫ້​ອົບ​ພະຍົບຫລາຍ​ລ້ານ​ຄົນ​ເຂົ້າ​ໄປຢູ​ໂຣບ.

​ ເພື່ດເປັນການຕອບແທນ ສະຫະພາບຢູ​ໂຣບ​ເຫັນ​ດີ ​ທີ່​ຈະ​ເລັ່ງລັດຂັ້ນຕອນ ໃນ ການອອກ
​ວີ​ຊາ​ແກ່ຊາວເທີ​ກີ ທີ່​ຕ້ອງການ​ໄປ​ຢ້ຽມຢາມ​ ສະຫະພາບຢູ​ໂຣບ ​ແລະເ​ປີດ​ການເຈລະຈາ
ໃນການເຂົ້າ​ເປັນ​ສະມາຊິກ​ຂອງ​ເທີ​ກີ ໃນສະຫະພາບ​ຢູໂຣບ.

​ນອກນັ້ນ ເທີ​ກີຍັງ​ໄດ້​ຮຽກຮ້ອງຂໍການຊ່ວຍເຫລືອໃໝ່ 3 ພັນ​ 4 ຮ້ອຍ​ລ້ານ​ໂດ​ລາ ແຕ່
ປະທານ​ຄະນະ​ກຳມາທິການ​ຢູ​ໂຣບ ທ່ານ Jean-Claude Juncker ກ່າວ​ວ່າ ​ໂຕ​ເລກ​ດັ່ງກ່າວ ​ຈະ​ຕ້ອງ​ມີ​ການ​ເຈລະຈາກັນຕື່ມ.

Migrants UN
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG