ສະບາຍດີທ່ານຜູ້ຟັງທີ່ເຄົາລົບວັນທີ 25 ທັນວາ ກໍຄືວັນບຸນຄຣິສມາສ ຫລື ວັນເກີດຂອງ
ພະເຍຊູເຈົ້າ ຫາກໍ່ຜ່ານໄປມື້ວານນີ້. ຊາວຄຣິສຕຽນຢູ່ທົ່ວໂລກໄດ້ພາກັນສະຫລອງບຸນ
ຢ່າງຄຶກຄື້ນ. ເນື່ອງໃນໂອກາດນີ້ ທາງວີໂອເອພວກເຮົາກໍໄດ້ສຳພາດຊາວອາເມຣິກັນ
ເຊື້ອສາຍລາວ 3 ທ່ານ ທີ່ລວມທັງຜູ້ທີ່ນັບຖືສາດສະໜາຄຣິສຕຽນ ແລະນັບຖືສາສະ
ໜາພຸດ ຢູ່ໃນສະຫະລັດຊຶ່ງພວກເພິ່ນຕ່າງກໍໄດ້ເລົ່າເຖິງຄວາມຮູ້ສຶກໃນການສະຫຼອ
ງບຸນປະຈຳປີທີ່ສຳຄັນທາງສາສະໜາຄຣິສຕຽນດັ່ງກ່າວ ທີ່ໄດ້ສືບສານກັນມາແຕ່ດຶກ
ດຳບັນຢູ່ໃນຫລາຍມຸມໂລກ. ກິ່ງສະຫວັນ ຈະນຳລາຍລະອຽດກ່ຽວກັບເລື້ອງນີ້ ມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.
ທີ່ທ່ານໄດ້ຟັງຜ່ານໄປນັ້ນແມ່ນເພງ Silent Night ຊຶ່ງເປັນເພັງນຶ່ງທີ່ມີຊື່ສຽງ ໂດ່ງດັງ
ແລະເປັນສັນຍາລັກການສະຫລອງວັນບຸນຄຣິສມາສ. ເພາະສະນັ້ນ ໃນລາຍການຊີ
ວິດຊາວລາວຂອງວີໂອເອປະຈຳແລງວັນພະຫັດມື້ນີ້ ເຮົາໄດ້ນຳເອົາການສຳພາດເຖິງ
ຄວາມຮູ້ສຶກຂອງຊາວອາເມຣິກັນເຊື້ອສາຍລາວ 3 ທ່ານ ກ່ຽວກັບການສະຫຼອງບຸນດັ່ງ
ກ່າວມາສູ່ທ່ານຟັງ. ຄຣິສມາສແມ່ນງານບຸນສະຫຼອງວັນເກີດຂອງພະເຍຊູເຈົ້າ ຫລື
Jesus ທີ່ໄດ້ປະຕິບັດກັນມາເປັນເວລາ 2019 ປີແລ້ວ ແລະເປັນການສະຫລອງບຸນ
ທີ່ມີຄົນພາກັນສະຫລອງກັນຫລາຍທີ່ສຸດໃນອັນດັບໂລກ.
ຢູ່ໃນສະຫະລັດນັ້ນ ໃນລະດູການສະຫລອງບຸນຄຣິສມາສນີ້ ບໍ່ວ່າຈະເປັນຄົນທີ່ມີພື້ນ
ຖານມາຈາກໃສ ແລະນັບຖືສາສະໜາໃດໆກໍຕາມ ເຂົາເຈົ້າຈະຫລີກລ່ຽງ ການໄດ້ຮັບ
ອິດທິພົນຂອງບັນຍາການສະຫລອງບຸນຄຣິສມັສນີ້ໄດ້ຍາກ. ເພາະວ່າເປັນວັນພັກ
ລາດຊະການຂອງຊາດ ແລະຕົວເມືອງ, ຮ້ານຄ້າຕ່າງໆ ຕະຫລອດຮອດບ້ານຢູ່ອາໄສ
ຂອງບຸກຄົນກໍລ້ວນແຕ່ຖືກຕົບແຕ່ງເອ້ຍ້ອງໃຫ້ງົດງາມດ້ວຍແສງໄຟລະຍິບລະຍັບ,
ຕົ້ນຄຣິສມາສ ແລະສິ່ງປະດັບປະດາຕ່າງໆ, ແລະກໍມີການຟ້ອນລຳທຳເພງ, ກິນທານ
ແລກປ່ຽນຂອງຂວັນ ແລະບັດອວຍພອນເຊິ່ງກັນແລະກັນລະຫວ່າງຄູ່ຮັກ, ພໍ່ແມ່, ລູກ
ເຕົ້າ ແລະເພື່ອນຝູງ. ຜູ້ຄົນທີ່ຢູ່ຫ່າງໄກຈາກຄອບຄົວ ກໍພາກັນເດີນທາງກັບບ້ານໄປ
ຫາຄອບຄົວ ແລະໄປເຕົ້າໂຮມກັນຢູ່ຕາມໂບດຕ່າງໆ ເພື່ອສູດມົນ ແລະກິນລ້ຽງສະ
ຫລອງວັນສຳຄັນທາງສາສະໜາຄຣິສຕຽນດັ່ງກ່າວນີ້.
ກ່ອນບຸນຄຣິສມາສຈະມາເຖິງ ຢູ່ນະຄອນຫລວງວໍຊິງຕັນນັ້ນ ກໍໄດ້ມີການນຳເອົາຕົ້ນ
ແປກແກ່ໃສ່ລົດມ້າມາມອບໃຫ້ປະທານາທິບໍດີ ເພື່ອຕົບແຕ່ງຢູ່ໃນທຳນຽບຂາວ ຫລັງ
ຈາກນັ້ນ ປະທານາທິບໍດີ ກໍໄດ້ນຳພາພິທີໄຕ້ໄຟຕົ້ນຄຣິສມາສແຫ່ງຊາດຢູ່ສະໜາມ
ຫຍ້າອັນກວ້າງໆທາງໜ້າທຳນຽບຂາວ. ສ່ວນຢູ່ທີ່ວັງວາຕິກັນ ໃນປະເທດອີຕາລີນັ້ນ
ພະສັນຕະປາປາກໍໄດ້ນຳພາຝູງຊົນສູດມົນພາວະນາ ໃນຕອນທ່ຽງຄືນກ່ອນຈະຮອດ
ວັນຄຣິສມາສ. ເວລານີ້ ບັນຍາກາດຈະເຕັມໄປດ້ວຍຄວາມງຽບສະງົບ, ຖະໜົນຫົນ
ທາງເປົ່າຫວ່າງແປນ, ຮ້ານຄ້າຕ່າງໆປິດ ແລະບາງແຫ່ງກໍມີຫິມະຂາວຕົກປົກຄຸມໄປ
ທົ່ວຢ່າງງົດງາມ.
ບັດນີ້ ພວກເຮົາມາຟັງການສຳພາດກັບ ຍານາງດາວັນ ຫຼວງລາດ ທີ່ນັບຖືສາສະໜາ
ຄຣິສຕຽນນິກາຍແບບຕິສ ຢູ່ໃນລັດເທັກຊັສ ທາງພາກໃຕ້ຂອງ ສະຫະລັດ ຊຶ່ງຍານາງ
ໄດ້ເລົ່າເຖິງປະເພນີການສະຫຼອງບຸນຄຣິສມາສສູ່ຟັງວ່າ:
ຄຣິສມາສ, ນອກຈາກເປັນບຸນທາງສາສະໜາອັນສຳຄັນຍິ່ງແລ້ວ ກໍຍັງເປັນບຸນທີ່
ພວກເດັກນ້ອຍພາກັນຄອງຄອຍລໍຖ້າດ້ວຍໃຈຈົດຈໍ່ໃຫ້ວັນອະພິນິຫານນີ້ມາເຖິງ
ເພາະວ່າ ເຂົາເຈົ້າເຊື່ອວ່າຈະໄດ້ຮັບຂອງຂວັນຈາກ Santa Clause ຫລື ພໍ່ເຖົ້າ
ໃຈດີ ດັ່ງທີ່ເວົ້າກັນຢູ່ໃນນິທານໂບຮານ ຊຶ່ງເພິ່ນເປັນຄົນທ້ອງປຸ້ງ, ໜວດຂາວຍາວ,
ນຸ່ງເຄື່ອງສີແດງແຂບຂາວ, ມີໃບໜ້າຍິ້ມແຍ້ມແຈ່ມໃສ ແລ້ວ ຂີ່ລົດມ້າ ຫລື sleigh
ທີ່ລາກແລ່ນຢູ່ເທິງຫິມະໂດຍໝູ່ກວາງ ແລະສາມາດເຫາະເຫີນເດີນອາກາດຈາກ
ຂວ້າໂລກເໜືອເພື່ອນຳເອົາຂອງຂວັນມາສົ່ງໃຫ້ບັນດາເດັກນ້ອຍທີ່ພວມພາກັນ
ນອນລັບລໍຖ້າຢູ່ນັ້ນໄດ້. ເພື່ອຢາກຮູ້ລາຍລະອຽດກ່ຽວກັບເລື້ອງນີ້ເພີ້ມພວກເຮົາ
ມາຟັງຍານາງ ອຳພອນ ທີ່ນັບຖືສາສະໜາຄຣິສຕຽນ ນິກາຍໂປຣແຕສຕັງ ຈາກ
ລັດອິລລິນອຍທີ່ ອະທິບາຍເຖິງເລື້ອງນີ້ນຳກັນເລີຍເນາະ:
ທ່ານຫູມເພງ ຣັດຕະນະ ສະມາຊິກອາວຸໂສຜູ້ສຳຄັນຂອງສັງຄົມລາວອາເມຣິກັນ
ອີກຄົນນຶ່ງ ຈາກລັດເວີຈເນຍທີ່ເປັນຊາວພຸດ ໄດ້ໃຫ້ຄຳເຫັນກ່ຽວກັບການສະ
ຫຼອງບຸນຄຣິສມາສດັ່ງນີ້:
ໃນວາລະໂອກາດສະຫລອງບຸນຄຣິສມາສ ປີ 2019 ແລະປີໃໝ່ສາກົນ 2020 ທີ່
ຈະມາເຖິງນີ້ຂ້າພະເຈົ້າ ພ້ອມດ້ວຍຄະນະຈັດທຳລາຍການວິທະຍຸ ວີໂອເອພາກພາ
ສາລາວທຸກຄົນຂໍຖືໂອກາດນີ້ອວຍໄຊໃຫ້ພອນແກ່ບັນດາທ່ານຜູ້ຟັງພ້ອມດ້ວຍຄອບ
ຄົວ ແລະເພື່ອນມິດຢູ່ທຸກຫົນທຸກແຫ່ງໃນໂລກນີ້ ຈົ່ງປະສົບແຕ່ຄວາມຜາສຸກຕະ
ຫລອດໄປດ້ວຍເຖີດ.