ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກເຄື່ອນໄຫວ ໃນໄທ ຄັດຄ້ານການສ້າງເຂື່ອນ ໄຊຍະບູລີ ຄັ້ງໃໝ່ ໃນແມ່ນໍ້າຂອງ


ເຮືອຫາປາຢູ່ໃນແມ່ນໍາ້ຂອງ ທີ່ປ່ຽນສີເປັນສີຟ້າ ແທນທີ່ຈະເປັນສີຂີ້ຕົມ ຢູ່ເຂດນະຄອນພະນົມທາງພາກຕາເວັນອອກສຽງເໜືອຂອງໄທ (ພາບຖ່າຍໃນວັນທີ 4 ທັນວາ 2019 ໂດຍ AP/ Chessadaporn Buasai)
ເຮືອຫາປາຢູ່ໃນແມ່ນໍາ້ຂອງ ທີ່ປ່ຽນສີເປັນສີຟ້າ ແທນທີ່ຈະເປັນສີຂີ້ຕົມ ຢູ່ເຂດນະຄອນພະນົມທາງພາກຕາເວັນອອກສຽງເໜືອຂອງໄທ (ພາບຖ່າຍໃນວັນທີ 4 ທັນວາ 2019 ໂດຍ AP/ Chessadaporn Buasai)

ມັນເປັນເວລານານກວ່າ 40 ປີ ມາແລ້ວ ນັບຕັ້ງແຕ່ລຸງບົວລາ ຕາວັນ ໄດ້ເລີ້ມ ເອົາມອງໄປກາງຢູ່ໃນນໍ້າຂອງ ເມື່ອແມ່ນໍ້າດັ່ງກ່າວ ຍັງອຸດົມຮັ່ງມີໄປດ້ວຍສັດນໍ້າ ນາໆຊະນິດ.

ແຕ່ວ່າ ມື້ທີ່ເຄີຍຫາປາໄດ້ຫລາຍໆນັ້ນ ໄດ້ຫັບຫາຍໄປແລ້ວ ສໍາລັບຊາວປະມົງ ເກືອບໝົດທຸກຄົນ ເຊັ່ນກັນກັບລຸງຕາວັນ ຜູ້ທີ່ຄັ້ງນຶ່ງເຄີຍກາງຕໍ່ອາໄສການຫາ ປາທີ່ໄດ້ຫລາຍໆ ເພື່ອເອົາໄປຂາຍເອົາເງິນມາລ້ຽງຊີບ ແລະລ້ຽງຄອບຄົວນັ້ນ.

“ນໍ້າ ແລະສີຂອງມັນໄດ້ປ່ຽນໄປ ເພາະວ່າ ໃນຕອນທີ່ແມ່ນໍ້າເປັນທໍາມະຊາດນັ້ນ ມັນບໍ່ໃສຄືແນວນີ້ ແລະມັນຈະມີຝຸ່ນຕົມ ແລະທາດບໍາລຸງຢູ່ໃນຫັ້ນ,” ນັ້ນຄືຄໍາອະທິບາຍຂອງຜູ້ເປັນພໍ່ຄົນນຶ່ງ ອາຍຸ 66 ປີ ໃນຂະນະທີ່ລາວເອົາມື ກອບເອົານໍ້າທີ່ ໃສໆຂຶ້ນມາຈາກແມ່ນໍ້ານັ້ນ.”

ນໍ້າໃສ ແຕ່ວ່າ ມັນບໍ່ມີຝຸ່ນຕົມ ແລະທາດບໍາລຸງອີກແລ້ວ.

ແຕ່ວ່າ ຢູ່ໃນມຸມມອງຂອງລັດຖະບານໄທຕໍ່ບັນຫາດັ່ງກ່າວ ຂ້ອນຂ້າງວ່າ ແຕກ ຕ່າງໄປ.

“ການປ່ຽນສີຂອງແມ່ນໍ້າໄປເປັນສີຟ້າ ໄດ້ເຮັດໃຫ້ພວກນັກທ່ອງທ່ຽວ ມີຄວາມ ຕືນເຕັ້ນ ທີ່ໄດ້ເຫັນສີຂອງມັນ ແລະມັນກໍຖືກເອົາຂ່າວໄປລົງ ໃນສື່ສັງຄົມອອນ ລາຍ ຊຶ່ງເຮັດໃຫ້ມັນໂດ່ງດັງຫລາຍຂຶ້ນ ເພື່ອວ່າຈະມີນັກທ່ອງທ່ຽວຫລາຍເພີ້ມ ຂຶ້ນ ທີ່ຢາກຈະໄປເບິ່ງມັນ,” ນັ້ນຄືຄໍາເວົ້າຂອງທ່ານ ທະນະພອນ ສຣີຢາມູນ ຈາກຫ້ອງນະໂຍບາຍໃນການວາງແຜນການຂອງລັດຖະບານໄທ.

ເວລາທີ່ມີການປ່ຽນແປງຂອງນໍ້າ ບວກໃສ່ກັບຄວາມປ່ຽນແປງຂຶ້ນໆລົງໆຂອງ ລະດັບນໍ້າ ແມ່ນເລີ້ມມີຂຶ້ນພ້ອມໆ ກັນກັບການມີເຂື່ອນໄຊຍະບູລີຂອງລັດຖະ ບານລາວຢູ່ໃນແມ່ນໍ້າຂອງຕອນເໜືອທີ່ເລີ້ມຜະລິດໄຟຟ້ານໍ້າຕົກໃນເດືອນຕຸລາ ຜ່ານມາ.

ອີງຕາມເວັບໄຊທ໌ຂອງເຂື່ອນໄຊຍະບູລີແລ້ວ, ເຂື່ອນໄຟຟ້າໄຊຍະບູລີທີ່ມີມູນຄ່າ 3.8 ຕື້ ໂດລານັ້ນ “ແມ່ນແລ່ນຢູ່ໃນເຂື່ອນກັ້ນນໍ້າ ທີ່ຈະກັກເກັບຝຸ່ນຕົມໄວ້ໜ້ອຍ ກວ່າ ໂຄງສ້າງເຂື່ອນທີ່ມີອ່າງເກັບນໍ້າໄວ້ແບບທໍາທະດານັ້ນຫລາຍ,” ແຕ່ວ່າ ຫລັກຖານອັນໃໝ່ສະແດງໃຫ້ເຫັນວ່າ ມັນຍັງມີການຕົກຕະກອນຂອງຝຸ່ນຕົມ ຄ້າງໄວ້ຢ່າງຫລວງຫລາຍຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG