ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ກອງປະຊຸມ ສຸດຍອດ ແມ່ນ້ຳຂອງ ພິຈາລະນາ ບັນຫາ ທ້າທາຍ ໃນການພັດທະນາ (ວີດີໂອ)


ພວກຫາປາຊາວຫວຽດນາມ ພວມແກ່ມອງ ໃກ້ໆບ້ານ Arey Ksat ໃນເຂດຊານເມືອງ ນະຄອນຫຼວງພະນົມເປັນ (6 ກຸມພາ 2014)
​ກອງປະຊຸມສຸດຍອດຂອງ 4 ປະເທດ ສະມາຊິກຄະນະກຳມາ
ທິການແມ່ນ້ຳຂອງສາກົນຊຶ່ງມີກຳປູເຈຍ ສປປ ລາວ ໄທ ແລະ
ຫວຽດນາມ ໄດ້ສະຫລຸບວ່າ ມີຄວາມຈຳເປັນ ທີ່ຈະຕ້ອງໄດ້ທຳ
ການສຶກສາຕື່ມ ກ່ຽວກັບບັນຫາທ້າທາຍ ທີ່ເພີ້ມທະວີຂຶ້ນນັບມື້ ຂອງການເຕີບໂຕຂອງປະຊາກອນ ຄວາມຕ້ອງການນ້ຳ ແລະ
ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ທີ່ມີຕໍ່ເຂດ
ລຸ່ມ​ແມ່ນ້ຳຂອງ​ນັ້ນ. Ron Corben ຜູ້ສື່ຂ່າວວີໂອເອລາຍງານ
ມາຈາກບາງກອກ ວ່າ 2 ໂຄງການເຂື່ອນໄຟຟ້າພະລັງນ້ຳທີ່ປະ
​ເທດລາວ ກຳລັງ​ຈະ​ສ້າງ​ຂຶ້ນ ແມ່ນໄດ້ຮັບ ຄວາມສົນໃຈ ເປັນພິ
ເສດ ໂດຍທີ່ຫວຽດນາມກົດດັນໃຫ້ລາວເລື່ອນເວລາໃນການກໍ່
ສ້າງອອກໄປ ຈົນກວ່າການສຶກສາຈະເສັດສິ້ນລົງ ໃນປີ 2015. ໄພສານຈະ​ນຳ​ເອົາ ລາຍລະອຽດຂອງເລື່ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກອງປະຊຸມລະດັບລັດຖະມົນຕີ ຄັ້ງທີ 2 ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ຫລື MRC ​ໄດ້​ຖືກຄອບງຳໂດຍການຮຽກຮ້ອງ ໃຫ້ມີການຮ່ວມມືກັນຕື່ມຂຶ້ນ ເພື່ອໃຫ້ຄວາມຄຸ້ມ ຄອງແຫຼ່ງຊັບພະຍາກອນນ້ຳທີ່ມີຄວາມຫຼໍ່ແຫຼມສຳຄັນ ຢູ່ໃນແມ່ນ້ຳຂອງ.

ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung ກ່າວວ່າ ການເສີມຂະຫຍາຍ ການຮ່ວມມືຢູ່ໃນຂົງເຂດ ແມ່ນຈຳເປັນເພື່ອຄ້ຳປະກັນການພັດທະນາແບບຍືນຍົງ ຢູ່ຕາມ ເຂດສອງຟາກຝັ່ງແມ່ນ້ຳຂອງ ໂດຍໄດ້ເຕືອນເຖິງ ຜົນກະທົບໃນທາງລົບຢ່າງຮ້າຍແຮງ ທີ່ ຈະປະເຊີນໜ້າຂົງເຂດດັ່ງກ່າວ. ທ່ານໄດ້ຊີ້ໃຫ້ເຫັນເຖິງຄວາມກົນດັນທີ່ມີເພີ້ມຂຶ້ນຕໍ່ຊັບພະ ຍາກອນນ້ຳແລະຊັບພະຍາກອນທີ່ກ່ຽວຂ້ອງອື່ນໆ ຢູ່ໃນເຂດອ່າງແມ່ນ້ຳຂອງ ຊຶ່ງເປັນທີ່ຢູ່ ອາໄສຂອງປະຊາຊົນ 60 ລ້ານຄົນນັ້ນ.

ຫວຽດນາມ ພວມປະເຊີນກັບ ການໄຫລເຂົ້າມາໃນປະລິມານເພີ້ມຂຶ້ນ ຂອງນ້ຳທະເລ ໃນ ບໍລິເວນສາມຫລ່ຽມປາກແມ່ນ້ຳຂອງຍ້ອນລະດັບນ້ຳຈືດທີ່ໄຫລໄປຍັງຫວຽດນາມໄດ້ຫລຸດ
ລົງ 10 ເປີເຊັນ ໃນໄລຍະ 3 ທົດສະວັດຜ່ານມານີ້.

ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມຂອງຫວຽດນາມ ທ່ານ Nguyen Minh Quang ຮຽກຮ້ອງໃຫ້ ສປປ ລາວ ປຶກສາຫາລື ກັບບັນດາປະເທດອື່ນໆ ທີ່ ຕັ້ງຢູ່ແຄມແມ່ນ້ຳຂອງກ່ອນທີ່ຈະສຳເລັດເສັດສິ້ນການກໍ່ສ້າງເຂື່ອນ 2 ເຂື່ອນໃສ່ນ້ຳຂອງນັ້ນ.

ແຕ່ລາວຊ້ຳພັດ​ເດີນ​ໜ້າ​ຕໍ່​ໄປຢ່າງຮີບຮ້ອນ ເພື່ອໃຫ້ສຳເລັດເສັດສິ້ນການກໍ່ສ້າງເຂື່ອນໄຊຍະ ບູລີ ທີ່ສາມາດຜະລິດໄຟຟ້າໄດ້ 1,285 ເມກາວັດ ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນນັ້ນ ແລະບັນດາກຸ່ມ ປົກປ້ອງສະພາບແວດລ້ອມກໍກ່າວວ່າ ເຂື່ອນດອນສະຫົງທີ່ສາມາດຜະລິດກະແສໄຟຟ້າໄດ້ 260 ເມກາວັດ ທີ່ຈະ​ສ້າງ​ຂຶ້ນຢູ່ໃກ້ໆຊາຍແດນກຳປູເຈຍນັ້ນຈະມີຜົນກະທົບທີ່ສຳຄັນຕໍ່ການ ຂຶ້ນລ່ອງໄປມາຂອງປາ ຊຶ່ງເປັນອາຫານທີ່ຈຳເປັນ ໃນການລ້ຽງດູຜູ້ຄົນຫຼາຍໆລ້ານຄົນໂດຍ ສະເພາະແລ້ວ ແມ່ນຊາວກຳປູເຈຍ.

ວີດີໂອກ່ຽວຂ້ອງ: ການປ່ຽນແປງຂອງດິນຟ້າອາກາດ ຈະສົ່ງຜົນກະທົບຕໍ່ການ ທຳມາຫາກິນ ຕາມລຳແມ່ນ້ຳຂອງ
Scientists say Climate Change, Dams Threaten Mekong Livelihoods
please wait

No media source currently available

0:00 0:03:00 0:00
ລິງໂດຍກົງ

ອົງການແມ່ນ້ຳສາກົນຫຼື International Rivers ຊຶ່ງເປັນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະ ບານ ທີ່ມີສຳນັກງານຢູ່ໃນສະຫະລັດ ກ່າວວ່າ ວຽກງານກ່ຽວກັບການສ້າງເຂື່ອນດັ່ງກ່າວ ຄວນຈະຍຸຕິລົງໃນທັນທີ. ນັກເຄື່ອນໄຫວຂອງອົງການແມ່ນ້ຳສາກົນ ທ່ານນາງພຽນພອນ ດີເທສ ກ່າວວ່າ ພວກຜູ້ນຳ​ໃນ​ກອງ​ປະຊຸມ ຄວນ​ໄດ້ກ່າວປະນາມ ຕໍ່ການຮີບ​ຮ້ອນຟ້າວຟັ່ງ ສ້າງເຂື່ອນ​ຕ່າງໆນັ້ນ.

ທ່ານນາງພຽນພອນເວົ້າວ່າ “ນີ້ເປັນເລື່ອງທີ່ໜ້າເສຍໃຈ ບໍ່ມີການເວົ້າຫຍັງເລີຍ ກ່ຽວ ກັບສະຖານະພາບຂອງການກໍ່ສ້າງ ຢ່າງໜ້ອຍກໍກ່ຽວກັບ 2 ເຂື່ອນ ທີ່ພວມມີການ ກໍ່ສ້າງໃສ່ລຳນ້ຳຂອງ ແຕ່ແມ່ນ້ຳຂອງແມ່ນຕ້ອງການ​ໃຫ້ມີການ ເອົາບາດກ້າວໃນ ທັນທີ ກ່ຽວກັບ ການຕັດສິນໃຈ ແລະການເອົາບາດກ້າວຈາກ ພວກຜູ້ນຳທັງໝົດ. ມັນເປັນເລື່ອງສຳຄັນຫລາຍ ສຳລັບບັນດາປະເທດສະມາຊິກ ທີ່ຈະຕ້ອງຮັບຮູ້ວ່າ ທີ່ຈິງແລ້ວ ນີ້ຄືແມ່ນ້ຳສາກົນ ມັນຈຶ່ງເປັນເລື່ອງຂອງນາໆ ຊາດ.”

ແຕ່ຄະນະກຳມາທິການແມ່ນ້ຳຂອງສາກົນ ທີ່ສ້າງຕັ້ງຂຶ້ນມາ ໃນປີ 1995 ເພື່ອເປັນອົງການ ຄົ້ນຄວ້າທາງດ້ານວິທະຍາສາດນັ້ນ ບໍ່ມີອຳນາດໃນການບັງຄັບໃດໆໂດຍກາງຕໍ່​ໃຫ້ບັນດາ ປະເທດສະມາຊິກ ປະຕິບັດ​ຕາມຄຳໝັ້ນສັນຍາ ທີ່ໄດ້ໃຫ້ໄວ້ ໃນກອງປະຊຸມສຸດຍອດ.

ທ່ານ Senglong Youk ຈາກກຸ່ມແນວໂຮມປົກປ້ອງການປະມົງຫລື FACT ທີ່ມີສຳນັກງານ ຢູ່ກຳປູເຈຍກ່າວວ່າ ຄະນະກຳມາທິການແມ່ນ້ຳຂອງສາກົນຄວນຈະມີການປະຕິຮູບເພື່ອໃຫ້ ນຳເອົາຄຳສະເໜີແນະ ແລະຮຽກຮ້ອງ ຂອງກຸ່ມສັງຄົມພົນລະເຮືອນ ໄປພິຈາລະນາ.

ທ່ານ Senglong Youk ເວົ້າວ່າ “ຄະນະກຳມາທິການແມ່ນ້ຳຂອງຈຳເປັນ ຕ້ອງໄດ້ມີ ການປະຕິຮູບ. ຕາມທ່າທີ​ໃນປັດຈຸບັນນີ້​ແລ້ວສິ່ງທີ່ພວກເຮົາສາມາດເວົ້າໄດ້ໃນຖາ ນະທີ່ເປັນກຸ່ມສັງຄົມພົນລະເຮືອນກໍແມ່ນວ່າ MRC ກໍຄືກັນກັບເສືອກະດາດ ມັນຄື ກັນກັບບຸລຸດ​ໄປສະນີ ບໍ່ມີສິດອຳນາດຫຍັງເລີຍ. ບໍ່ມີອຳນາດທີ່ຈະກົດດັນຕໍ່ປະເທດ ໃດນຶ່ງ​ເລີຍໂດຍສະເພາະ ສປປ ລາວ ທີ່ໄດ້ຕັດສິນໃຈຈະສ້າງເຂື່ອນໄຊຍະບູລີແລະ ດອນສະຫົງນັ້ນ.”

ບັນດານັກເຄື່ອນໄຫວດ້ານສະພາບແວດລ້ອມພວມກະກຽມທີ່ຈະເພີ້ມການປຸກລະດົມເພື່ອ ໃຫ້ເລື່ອນການກໍ່ສ້າງໂຄງການເຂື່ອນດອນສະຫົງ ທີ່ຍັງຈະຕ້ອງໄດ້ຮັບສັດຕະຍາບັນ ຈາກ ສະພາແຫ່ງຊາດ​ລາວເສຍ​ກ່ອນ ຊຶ່ງກໍຄາດວ່າຈະມີຂຶ້ນ ໃນເດືອນທັນວາປີນີ້.

ທາງ​ຝ່າຍລາວໄດ້ກ່າວຕໍ່ກອງປະຊຸມສຸດຍອດ​ ໃນ​ອາທິດ​ແລ້ວ​ນີ້ ວ່າຕົນຈະພິຈາລະນາເບິ່ງ ຄວາມວິຕົກກັງວົນກ່ຽວກັບຜົນກະທົບຈາກການສ້າງເຂື່ອນນັ້ນຢ່າງລະມັດລະວັງ.

ເບິ່ງວີດີໂອກ່ຽວຂ້ອງ ການສ້າງເຂື່ອນຂອງຈີນ ໃສ່ແມ່ນ້ຳຂອງ:
China Mekong Dam Project Generates Growing Controversy
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG