ໃນປີ 2005, ພວກປະເທດທີ່ມີແມ່ນໍ້າຂອງ ທີ່ມີຄວາມຍາວ 4,800 ຫລັກກິໂລແມດ ໄຫລຜ່ານນັ້ນ ໄດ້ຈັດຕັ້ງແຜນການໄລຍະຫ້າປີຊຸດທໍາອິດຂຶ້ນມາ ເພື່ອປຸ້ມລຸມຄວາມພະຍາຍາມໃຫ້ເປັນອັນນຶ່ງອັນດຽວກັນ ເພື່ອສ້າງຄວາມສົມດຸນໃນລະຫວ່າງການພິທັກຮັກສາສະພາບແວດລ້ອມ ແລະການພັດທະນາ ພ້ອມກັບລົດຜ່ອນຄວາມທຸກຈົນໄປພ້ອມໆກັນ.
ໂຄງການດັ່ງກ່າວທີ່ມີມູນຄ່າ 30 ລ້ານໂດລາ ແລະມີຊື່ຍາວໆວ່າ ໂຄງການແກ່ນແທ້ຂອງ
ສະພາບແວດລ້ອມ ແລະການລິເລີ່ມເສ້ນທາງສະຫງວນຮັກສາຊີວະນານາພັນ ແມ່ນຈະໝົດ
ອາຍຸໃນເດືອນທັນວາປີນີ້. ຫົກປະເທດຢູ່ໃນຂົງເຂດແມ່ນໍ້າຂອງທັງໝົດ ອັນມີ ຈີນ ມຽນມາ
ໄທ ລາວ ກໍາປູເຈຍ ແລະຫວຽດນາມນັ້ນ ພ້ອມກັບບັນດາລັດຖະມົນຕີທີ່ຮັບຜິດຊອບດ້ານ
ສະພາບແວດລ້ອມຂອງພວກປະເທດເຫລົ່ານີ້ ໄດ້ຮັບຮອງເອົາ ໃນທາງຫລັກການ ການຕໍ່
ອາຍຸໂຄງການນີ້ໄປຈົນເຖິງປີ 2016. ຄາດວ່າຈະມີການຮັບຮອງເອົາແຜນການດັ່ງກ່າວຢ່າງ
ເປັນທາງການໃນເດືອນທັນວາ ທ້າຍປີນີ້.
ທ່ານ ສະນັດ ຣະນະວານາ ປະຈໍາທະນາຄານພັດທະນາເອເຊຍ ທີ່ເປັນຜູ້ບໍລິຫານໂຄງການ
ດັ່ງກ່າວ ອະທິບາຍວ່າເປັນຫຍັງການເຈລະຈາກັນແບບນີ້ ຈຶ່ງມີຄວາມສໍາຄັນທີ່ສຸດຕໍ່ປະຊາ
ຊົນຫລາຍສິບລ້ານຄົນ. ທ່ານ ສະນັດ ເວົ້າວ່າ:
“ເຂດແມ່ນໍ້າຂອງທັງໝົດ ຫລື GMS ເປັນຂົງເຂດທີ່ມີຄວາມເຕີບໂຕຢ່າງວ່ອງໄວ.
ແລະຄວາມສາມາດບົ່ມຊ້ອນຂອງການເຕີບໂຕຢູ່ໃນເຂດນີ້ແມ່ນໃຫຍ່ມະຫາສານ.
ພວກປະເທດຕ່າງໆ ເຊັ່ນຈີນ ພ້ອມທັງພວກປະເທດເພື່ອນບ້ານ ເຊັ່ນອິນໂດເນ
ເຊຍ ຫລືອິນເດຍ ຊຶ່ງເປັນພວກປະເທດທີ່ມີຄວາມຮຽກຮ້ອງຕ້ອງການຢ່າງຫລວງ
ຫລາຍ ສໍາລັບຊັບພະຍາກອນທໍາມະຊາດ ແລະຜະລິດຕະພັນຕ່າງໆຈາກຂົງເຂດ
ນີ້. ດັ່ງນັ້ນ ໂຄງການດັ່ງທີ່ກ່າວມານີ້ ຈຶ່ງຖືວ່າສໍາຄັນທີ່ສຸດ ແລະຈໍາເປັນຕໍ່ການສ້າງ
ຄວາມສົມດຸນ ໃນລະຫວ່າງສິ່ງທີ່ຂົງເຂດນີ້ອາດຈະຕ້ອງໄດ້ເຮັດໃນອະນາຄົດຢູ່
ແລ້ວ ເຊ່ນ ການພັດທະນາໃນອະນາຄົດ ກັບວິທີການທີ່ຂົງເຂດນີ້ຈະສາມາດຄຸ້ມ
ຄອງຊັບພະຍາກອນຂອງຕົນເອງແບບຍືນຍົງຖາວອນ ໄດ້ ຢ່າງໃດ.”
ແມ່ນໍ້າຂອງ ແລະແມ່ນໍ້າສາຂາຂອງມັນນັ້ນ
ແມ່ນເປັນນຶ່ງໃນເຂດການປະມົງປານໍ້າຈືດ
ທີ່ອຸດົມສົມບູນທີ່ສຸດໃນໂລກ ແຕ່ພວກນັກ
ເຄຶ່ອນໄຫວດ້ານສະພາບແວດລ້ອມເຕືອນ
ວ່າ ແມ່ນໍ້າຂອງກໍາລັງຕົກຢູ່ພາຍໃຕ້ການ
ຂົ່ມຂູ່ຫລາຍຂຶ້ນນັບມື້ ຈາກມົນລະພິດແລະ
ເຂຶ່ອນໄຟຟ້ານໍ້າຕົກ ທີ່ຫລາຍໆປະເທດມີ ແຜນຈະສ້າງຂຶ້ນໃໝ່ນັ້ນ.
ພວກປົກປ້ອງສະພາບແວດລ້ອມພາກັນຢ້ານວ່າ ເຂື່ອນໄຟຟ້ານໍ້າຕົກອາດສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງ ໃຫ້ແກ່ພວກຝຸງປາທີ່ ຍ້າຍຖິ່ນຖານໄປຕາມລະດູການນັ້ນ ພ້ອມທັງການໄຫລຂອງຂີ້ຕົມແລະເສດສິ່ງຕ່າງໆ ທີ່ກໍ່ຕົວຂຶ້ນແລະພິທັກປົກປ້ອງເຂດປາກແມ່ນໍ້າ ຂອງ ໃນພາກຕາເວັນອອກສຽງໃຕ້ຂອງຫວຽດນາມ.
ຂໍ້ສະເໜີສ້າງເຂື່ອນທີ່ມີການຂັດແຍ້ງກັນຫລາຍທີ່ສຸດນັ້ນ ກໍຄືເຂື່ອນໄຟຟ້າໄຊລະບູລີ ມູນຄ່າ 3800 ລ້ານໂດລາໃນລາວ ແຕ່ຫລັງຈາກທີ່ມີການກົດດັນຈາກພວກປະເທດໃນເຂດລຸ່ມຂອງ ແມ່ນໍ້າຂອງ ກໍຄື ກໍາປູເຈຍ ແລະ ຫວຽດນາມນັ້ນ ພວກເຈົ້າໜ້າທີ່ລາວກໍໄດ້ກ່າວເມື່ອໝໍ່ໆມານີ້ວ່າ ພວກຕົນຈະໂຈະການສ້າງເຂຶ່ອນດັ່ງກ່າວນີ້ໄວ້ກ່ອນ.
ຄວາມສໍາຄັນຂອງແມ່ນໍ້າຂອງ ຕໍ່ກໍາປູເຈຍນັ້ນ ແມ່ນໄດ້ຖືກເນັ້ນຍໍ້າ ໂດຍນາຍົກລັດຖະມົນຕີ
ກໍາປູເຈຍ ທ່ານ ຮຸນ ເຊັນ ທີ່ໄດ້ກ່າວຕໍ່ກອງປະຊຸມເມື່ອວັນພະຫັດຜ່ານມານັ້ນວ່າ ການຄຸ້ມ
ຄອງຊັບພະຍາກອນນໍ້າຂອງແມ່ນໍ້າຂອງນັ້ນ ແມ່ນເປັນເລຶ່ອງຄໍຂາດບາດຕາຍ ສໍາລັບພວກ
ປະຊາຊົນທີ່ອາໃສແມ່ນໍ້າຂອງ ເປັນຫລັກ ໃນການດໍາລົງຊີວິດຂອງພວກເຂົາເຈົ້າ.
ສປປ ລາວເອງນັ້ນ ຫລິງເຫັນແມ່ນໍ້າຂອງເປັນວີທີທາງອັນສໍາຄັນ ເພື່ອກະຕຸກຊຸກຍູ້ການເສດ
ຖະກິດທີ່ທຸກຈົນຂອງຕົນ ໂດຍການຜະລິດກະແສໄຟຟ້າຈາກເຂື່ອນໄຟຟ້ານໍ້າຕົກ ໃນຂົງເຂດທີ່ຕ້ອງການພະລັງງານຢ່າງໜັກນີ້.
ທ່ານ ສະນັດ ຣະນະວານາ ແຫ່ງທະນາຄານພັດທະນາເອເຊຍ ຫລື ADB ກ່າວວ່າ ການ
ເອົາໂຄງການພະລັງງານ ໄປພົວພັນຫລືເຊື່ອມໂຍງເຂົ້າກັບສະພາບແວດລ້ອມນັ້ນ ແມ່ນ
ເປັນຈຸດໃຈກາງຂອງຂັ້ນທີສອງຂອງໂຄງການນີ້ ທີ່ ນອກນັ້ນແລ້ວ ຍັງເອົາສະພາບແວດ
ລ້ອມໄປເຊື່ອມໂຍງໃສ່ກັບການຕັດສິນໃຈກ່ຽວກັບການລົງທຶນໃນພາກສ່ວນທີ່ສໍາຄັນອື່ນໆ
ເຊັ່ນການກະເສດ ການທ່ອງທ່ຽ ແລະການຂົນສົ່ງເປັນຕົ້ນ. ທ່ານສະນັດ ເວົ້າວ່າ:
“ພວກເຮົາໄດ້ໂຕ້ແຍ້ງແລະກໍໃຫ້ເຫດຜົນໄປແລ້ວ ແລະພວກປະເທດຕ່າງໆກໍຮັບຮູ້
ເປັນຢ່າງດີ ວ່າ ສະພາບແວດລ້ອມ ຖືວ່າເປັນສ່ວນສໍາຄັນທີ່ສຸດອັນນຶ່ງ ທີ່ພວກເຂົາ
ເຈົ້າຈະຕ້ອງພິທັກຮັກສາເອົາໄວ້. ການບໍລິການດ້ານລະບົບນິເວດວິທະຍາ ທີ່ຖືກ
ສ້າງຂຶ້ນມາຈາກພື້ນທີ່ທີ່ຖືກອະນຸລັກຮັກສາໄວ້ນັ້ນ ເປັນສິ່ງທີ່ຮອງຮັບຄໍ້າຈຸນໂຄງ
ການເສດຖະກິດທັງໝົດ ຫລືການພັດທະນາເສດຖະກິດ. ດັ່ງນັ້ນ ການກະເສດ
ພະລັງໄຟຟ້ານໍ້າຕົກ ກໍຄືພາກສ່ວນທັງໝົດທີ່ສໍາຄັນຕໍ່ການພັດທະນາເສດຖະກິດ
ນັ້ນ ກໍແມ່ນອິງໃສ່ການມີການບໍລິການດ້ານລະບົບນິເວດວິທະຍາ ທີ່ມີຄຸນຄ່າ.”
ທີ່ເກາະບາຫລີ ປະເທດອິນໂດເນເຊຍ ເມື່ອອາທິດກ່ອນນີ້ ທ່ານນາງ Hillary Clinton
ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ບອກຕໍ່ກອງປະຊຸມປະຈໍາປີຂອງເວທີພາກພື້ນອາ
ຊ່ຽນ ຫລື ARF ນັ້ນວ່າ ວໍຊິງຕັນກໍາລັງປະຕິບັດງານກັບທະນາຄານພັດທະນາເອເຊຍ
ແລະສະຫະພາບຢຸໂຣບ ເພື່ອປັບປຸງໂຄງລ່າງພື້ນຖານ ແລະສະພາບແວດລ້ອມໃນເຂດລຸ່ມ
ແມ່ນໍ້າຂອງ ຊຶ່ງນອກນີ້ແລ້ວ ທ່ານນາງຍັງໄດ້ຮຽກຮ້ອງໃຫ້ຢຸດການກໍ່ສ້າງເຂຶ່ອນໃໝ່ໆ
ນັ້ນທັງໝົດ ຈົນກວ່າມີການຊັ່ງຊາຕີລາຄາຂອງຜົນກະທົບຕ່າງໆຕໍ່ສະພາບແວດລ້ອມນັ້ນ
ຢ່າງລະອຽດເຕັມສ່ວນເສຍກ່ອນ.