ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມຮ້ອງຂໍລາວ ໃຫ້ເລື່ອນເວລາ ໃນການສ້າງເຂື່ອນ ໄຊຍະບູລີ


ທິວທັດຂອງແມ່ນໍ້າຂອງ ກ່ອນຕາເວັນຈະຕົກດິນ
ທິວທັດຂອງແມ່ນໍ້າຂອງ ກ່ອນຕາເວັນຈະຕົກດິນ

ຫວຽດນາມໄດ້ຮ້ອງຂໍໃຫ້ລາວ ເລື່ອນໂຄງການສ້າງເຂື່ອນ
ໄຊຍະບູລີໃສ່ແມ່ນໍ້າຂອງທີ່ເປັນບັນຫາຖົກຖຽງໂຕ້ແຍ້ງກັນ
ມູນຄ່າຫຼາຍພັນລ້ານໂດລານັ້ນອອກໄປເປັນເວລາ 10 ປີ
ເພື່ອອຳນວຍໃຫ້ມີການສຶກສາເພີ່ມຕື່ມ ກ່ຽວກັບຜົນກະ
ທົບຕໍ່ການດຳລົງຊີວິດຂອງປະຊາຊົນ ຈຳນວນຫຼາຍໆ
ລ້ານຄົນທີ່ກາງຕໍ່ແມ່ນໍ້າຂອງ ເປັນແຫຼ່ງອາຫານການກິນ
ແລະການຄ້ານັ້ນ.

ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດຫວຽດ
ນາມ ທ່ານ Pham Khoi Nguyen ໄດ້ປະກາດກ່ຽວກັບ
ເລື່ອງດັ່ງກ່າວທີ່ນະຄອນຫຼວງຮ່າໂນ່ຍ ໃນມື້ວັນພຸດວານ
ນີ້ ໂດຍກ່າວ​ຕໍ່ພວກນັກຂ່າວວ່າ ເອກກະສານຕ່າງໆ ທີ່
ທາງການຫວຽດນາມໄດ້ຮັບຈາກລັດຖະບານລາວມາຈົນ
ຮອດປັດຈຸບັນແມ່ນຍັງບໍ່ພຽງພໍ ແລະຍັງຂາດຂໍ້ມູນສະຖິຕິ
ທີ່​ຖືກຕ້ອງ​ຕາມ​ສະພາບໂຕຈິງ.

ທ່ານ Nguyen ເປັນປະທານວຽນຂອງຄະນະກຳມາທິການແມ່ນໍ້າຂອງສາກົນທີ່ປະກອບ
ດ້ວຍ 4 ປະເທດອັນເປັນກຸ່ມພວກນັກຊ່ຽວຊານ ຈາກຫວຽດນາມ ກຳ ປູເຈຍ ລາວແລະ
ໄທ. ໃນສັບປະດາແລ້ວຄະນະກຳມາທິການດັ່ງກ່າວ ບໍ່ສາມາດບັນລຸຄວາມເຫັນສອດຄ່ອງ
ກັນກ່ຽວກັບວ່າ ຈະໃຫ້ການສະໜັບສະໜຸນ ຕໍ່ຂັ້ນຕອນການປຶກສາຫາລືເພີ່ມຕື່ມ ໃນໂຄງ
ການສ້າງເຂື່ອນໄຊຍະບູລີຫຼືບໍ່.

ລາວຄາດວ່າ ຈະໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດຢ່າງໃຫຍ່ຫຼວງ ຈາກການຂາຍ
ໄຟຟ້າເກືອບທັງໝົດ 1,260 ເມກາວັດທີ່ເຂື່ອນດັ່ງກ່າວຈະຜະລິດໄດ້ນັ້ນໃຫ້ແກ່ໄທ ແລະ
ໂຕ້ແຍ້ງວ່າ ການສຶກສາເພີ່ມຕື່ມ ເປັນເລື່ອງທີ່ເຮັດໄດ້ຍາກ ທາງພາກປະຕິບັດ ແຕ່ບັນດາ
ກຸ່ມປົກປ້ອງສະພາບແວດລ້ອມ ແລະລັດຖະບານຂອງປະເທດອື່ນໆຢູ່ໃນຂົງເຂດ ກ່າວວ່າ
ເຂື່ອນດັ່ງກ່າວຈະລົບກວນການລອຍຂຶ້ນລອຍ​ລົງຂອງພວກໝູ່ປາຕາມລໍາ​ແມ່​ນໍ້າຂອງແລະ
ນອກນັ້ນຍັງຈະມີຜົນກະທົບໃນທາງລົບຕໍ່ຂົງເຂດອີກດ້ວຍ.

ທີ່ນະຄອນຫຼວງວຽງຈັນ ໃນວັນພຸດວານນີ້ ໂຄສົກຄົນນຶ່ງ ຂອງກະຊວງພະລັງງານລາວ
ກ່າວຕໍ່ອົງການຂ່າວເຢຍຣະມັນວ່າ ລັດຖະບານລາວຈະຈ້າງບໍລິສັດທີ່ປຶກສານາໆຊາດບໍລິ
ສັດນຶ່ງໃຫ້ທົບທວນເບິ່ງຄວາມຄິດຄວາມເຫັນຕ່າງໆ ຂອງບັນດາປະເທດເພື່ອນບ້ານກ່ອນ
ທີ່ຈະຕັດສິນໃຈວ່າ ຈະເລີ້ມລົງມືກໍ່ສ້າງເຂື່ອນດັ່ງກ່າວນີ້ຫຼືບໍ່.

ເຂື່ອນໄຊຍະບູລີແມ່ນໂຄງການທຳອິດຂອງຈຳນວນທັງໝົດ 11 ໂຄງການ ທີ່ໄດ້ມີການ
ສະເໜີສ້າງໃສ່ເຂດລຸ່ມແມ່ນໍ້າຂອງ. ເປັນທີ່ຄາດກັນວ່າບັນດາລັດຖະມົນຕີຂອງ 4 ປະເທດ ຈະທຳການເຈລະຈາຫາລືເພີ່ມຕື່ມກ່ຽວກັບໂຄງການສ້າງເຂື່ອນຂອງລາວໃນທ້າຍປີນີ້.

XS
SM
MD
LG