ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກໍ່ສ້າງ ຂົວຂ້າມນໍ້າຂອງ ຢູ່ດອນໂຂງ ຈະສໍາເລັດໃນທ້າຍປີໜ້າ (ສະໄລດ໌ພາບຈາກດອນໂຂງ)


ພິທີເຊັນສັນຍາກູ້ຢືມເງິນ ເພື່ອສ້າງຂົວຂ້າມແມ່ນໍ້າຂອງ ຢູ່ດອນໂຂງ ແຂວງຈໍາປາສັກ ລະຫວ່າງລາວ ແລະຈີນ ທີ່ຄາດວ່າຈະສໍາເລັດ ໃນທ້າຍປີ 2014.
ພິທີເຊັນສັນຍາກູ້ຢືມເງິນ ເພື່ອສ້າງຂົວຂ້າມແມ່ນໍ້າຂອງ ຢູ່ດອນໂຂງ ແຂວງຈໍາປາສັກ ລະຫວ່າງລາວ ແລະຈີນ ທີ່ຄາດວ່າຈະສໍາເລັດ ໃນທ້າຍປີ 2014.
ທາງການລາວຢືນຢັນວ່າການກໍ່ສ້າງຂົວຂ້າມນໍ້າຂອງຢູ່ດອນ
ໂຂງໃນແຂວງຈໍາປາສັກຈະສໍາເລັດໃນທ້າຍປີ 2014 ໂດຍ
ທີ່ຜ່ານມາ ການດໍາເນີນງານໄດ້ຄືບໜ້າໄປແລ້ວ 26%
ຂອງແຜນການທີ່ວາງໄວ້.

ທ່ານ ຄໍາຮຸ່ງ ໜູພະໄຊ ຫົວໜ້າໂຄງການກໍ່ສ້າງຂົວນໍ້າຂອງ
ຢູ່ທີ່ດອນໂຂງ ໃນແຂວງຈໍາປາສັກໄດ້ຖະແຫຼງຢືນຢັນວ່າ ການດໍາເນີນງານຂອງໂຄງການໄດ້ຄືບໜ້າໄປແລ້ວ 26% ໂດຍເຖິງແມ່ນວ່າຈະຊັກຊ້າກວ່າແຜນການທີ່ວາງໄວ້ ເຖິງ
16% ຍ້ອນຜົນກະທົບຈາກບັນຫາໄພນໍ້າຖ້ວມເມື່ອປີຜ່ານ
ມາ ຊຶ່ງເຮັດໃຫ້ທໍ່ເຫຼັກຂະໜາດໃຫຍ່ສໍາລັບຕອກເສົາເຂັມ
ໃນນໍ້າຂອງ ມີອັນຕ້ອງລົ້ມລົງ ແລະຕ້ອງໃຊ້ເວລາຫຼາຍ ເດືອນເພື່ອເກັບກູ້ທໍ່ເຫຼັກຂະໜາດໃຫຍ່ດັ່ງກ່າວກໍຕາມ
ຫາກແຕ່ກໍຍັງຄົງໝັ້ນໃຈວ່າ ການກໍ່ສ້າງຂົວດັ່ງກ່າວ ຈະສໍາເລັດລົງພາຍໃນທ້າຍປີ
2014 ຢ່າງແນ່ນອນ.

ທັງນີ້ກໍເນື່ອງຈາກວ່າ ການດໍາເນີນງານໃນພາກຕົວຈິງນັບຕັ້ງແຕ່ກາງປີ 2011 ເປັນ
ຕົ້ນມາ ແລະຈົນເຖິງປັດຈຸບັນນີ້ ໄດ້ຄືບໜ້າເປັນຢ່າງດີໃນຫຼາຍໆດ້ານ ໂດຍບໍ່ວ່າຈະ ເປັນການກໍ່ສ້າງທີ່ພັກຂອງບຸກຄະລາກອນ ການສຶກສາອອກແບບພັດທະນາທ່າເຮືອ ແລະສິ່ງອໍານວຍຄວາມສະດວກຕ່າງໆ ການຕິດຕັ້ງໝໍ້ແປງໄຟ ການກໍ່ສ້າງທ່າເຮືອບັກ
ຊົ່ວຄາວ ແລະຫ້ອງທົດລອງວິໄຈ ສໍາລັບໜ້າວຽກຕ່າງໆນັ້ນ ກໍໄດ້ດໍາເນີນການໄປຢ່າງ
ຕັ້ງໜ້າ ສ່ວນການຕອກເສົາເຂັມຂອງຂົວນັ້ນ ກໍຈະສໍາເລັດພາຍໃນ 3 ເດືອນ ຕໍ່ໜ້ານີ້.

ການກໍ່ສ້າງຂົວຂ້າມນໍ້າຂອງຢູ່ດອນໂຂງນີ້ ທາງການລາວໄດ້ຮັບການສະໜັບສະໜຸນ ເງິນກູ້ຢືມຈາກທະນາຄານການຄ້າຂາອອກ-ຂາເຂົ້າແຫ່ງປະເທດຈີນ ໃນມູນຄ່າຫຼາຍ
ກວ່າ 32 ລ້ານໂດລາ ແລະທາງການລາວໄດ້ສົມທົບອີກ 2 ລ້ານໂດລາ ຊຶ່ງກໍເຮັດໃຫ້
ຂົວດັ່ງກ່າວນີ້ມີມູນຄ່າກໍ່ສ້າງລວມເກີນກວ່າ 34 ລ້ານໂດລາ ທີ່ຮັບຜິດຊອບໂດຍສະ
ຖາບັນສໍາຫຼວດ ແລະອອກແບບການຂົນສົ່ງຈາກມົນທົນຢູນນານຂອງຈີນ ໂດຍຕົວຂົວ
ຈະມີຄວາມຍາວ 718.8 ແມັດ ແລະກວ້າງ 11 ແມັດ ທີ່ແບ່ງເປັນສອງຊ່ອງຈະລາຈອນ
ສໍາລັບຍານພາຫະນະທີ່ກວ້າງເບື້ອງລະ 4 ແມັດແລະເປັນທາງຍ່າງເບື້ອງລະ 1.5 ແມັດ
ທີ່ເຊື່ອມຕໍ່ລະຫວ່າງບ້ານຫາດກັບບ້ານນາ ແລະພ້ອມນີ້ ກໍຍັງຈະກໍ່ສ້າງຂົວນ້ອຍ ກວ້າງ
5 ແມັດ ຍາວເກືອບ 200 ແມັດ ຈາກບ້ານໂຂງແຫຼມໄປຫາບ້ານດອນສັກ ປູຢາງໜ້າ
ທາງເຊື່ອມຕໍ່ຈາກຂົວໃຫຍ່ ຫາທາງ 13 ໃຕ້ ແລະກໍ່ສ້າງທ່າເຮືອບັກຖາວອນ ຈາກບ້ານ
ດອນໂຂງ ມາບ້ານຫ້ວຍຍາງ ໃນເຂດມູນລະປະໂມກອີກດ້ວຍ.

ພາບທໍາມະຊາດສີພັນດອນ ແຂວງຈໍາປາສັກ
ພາບທໍາມະຊາດສີພັນດອນ ແຂວງຈໍາປາສັກ
ການພັດທະນາດັ່ງກ່າວນີ້ ຖືເປັນພາກສ່ວນນຶ່ງຂອງເຂດເສດ
ຖະກິດພິເສດຄອນພະເພັງ ເມືອງໂຂງ ຊຶ່ງຕາມແຜນການ
ແລ້ວ ເຂດເສດຖະກິດພິເສດດັ່ງກ່າວນີ້ ຈະມີອານາບໍລິເວນ
ທີ່ກວ້າງເຖິງ 39,000 ເຮັກຕ້າ ໂດຍໄດ້ມີການຈັດແບ່ງພື້ນ
ທີ່ອອກເປັນ 5 ເຂດດ້ວຍກັນ ກໍຄືພື້ນທີ່ໂດຍຮອບນໍ້າຕົກ
ຄອນພະເພັງນັ້ນ ກໍຈະພັດທະນາໃຫ້ເປັນເຂດທ່ອງທ່ຽວ ແລະຮອງຮັບທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວ ເຊັ່ນ
ໂຮງແຮມ ຣີສອດ ບ້ານພັກຕາກອາກາດ ແລະສວນສາທາ ລະນະຢູ່ໃນເຂດອຸດທະຍານແຫ່ງຊາດ ເປັນຕົ້ນ.

ສ່ວນນອກນັ້ນ ກໍຈະເປັນເຂດສູນການຄ້າປອດພາສີ ສະໜາມບິນຮອງຮັບທັງເຮືອບິນ ສ່ວນຕົວ ແລະເຮືອບິນໂດຍສານ ສະໜາມກອຟ໌ລະດັບມາດຕະຖານສາກົນ ແລະສູນ ບໍລິການທາງທຸລະກິດຢ່າງຄົບວົງຈອນ ທີ່ຈະມີຕະຫຼາດການຄ້າເສລີ ເປັນສ່ວນປະກອບ ທີ່ສໍາຄັນອີກດ້ວຍ.

ພາຍໃຕ້ແຜນການດັ່ງກ່າວນີ້ ທາງການແຂວງຈໍາປາສັກກໍໄດ້ດໍາເນີນການກະກຽມ ຄວາມພ້ອມໃນດ້ານຕ່າງໆ ເພື່ອຮອງຮັບໃຫ້ໄດ້ຢ່າງມີປະສິດທິພາບ ກັບທັງຍັງໄດ້ ແນໃສ່ການເຊື່ອມຕໍ່ການທ່ອງທ່ຽວກັບປະເທດເພື່ອນບ້ານອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ ຂັ້ນສູງໃນແຂວງຈໍາປາສັກ ໄດ້ໃຫ້ການຢືນຢັນວ່າ:
ຄວາມຄືບໜ້າໃນການສ້ງຂົວດອນໂຂງຮອດເດືອນທັນວາ 2012
ຄວາມຄືບໜ້າໃນການສ້ງຂົວດອນໂຂງຮອດເດືອນທັນວາ 2012

ທີ່ສໍາຄັນພວກເຮົາກໍຍັງໄດ້ຍົກລະດັບເລຶ່ອງບຸກຄະ
ລາກອນນີ້ຕື່ມ ກະແມ່ນວ່າ ປຸກຈິດສໍານຶກໃຫ້ປະຊາຊົນ
ການເຝິກອົບຮົມ ການອະນຸລັກຮັກສາສະພາບແວດ
ລ້ອມ ການມີສ່ວນຮ່ວມໃນການຜະລິດຕະພັນ ທີ່ເປັນ
ເຄືອຂ່າຍໃຫ້ ແກ່ການທ່ອງທ່ຽວ ນອກຈາກນັ້ນ ກະ
ທາງດ້ານໂຄສະນາສົ່ງເສີມການທ່ອງທ່ຽວ ກະຖືວ່າ ເປັນສິ່ງສໍາຄັນທີ່ສຸດໃນການເຮັດໃຫ້ການໂຄສະນາ
ພວກເຮົາໄດ້ຈັດການໂຄສະນາໃຫ້ມີລັກສະນະການ
ເຊື່ອມຕໍ່ ໃນບັນດາປະເທດທີ່ມີຊາຍແດນຕິດຈອດ
ແລະປະເທດອື່ນໆ ທີ່ມີຄວາມເປັນໄປໄດ້ ສາມາດເຂົ້າເຖິງແຂວງຈໍາປາສັກ ຂອງພວກເຮົາ.”


ໃນໄລຍະທີ່ຜ່ານມານີ້ ກໍປາກົດວ່າ ມີທັງກຸ່ມນັກທຸລະກິດຈາກຈີນ ເກົາຫຼີໃຕ້ ມາເລເຊຍ ຫວຽດນາມ ແລະໄທ ລວມເຖິງນັກທຸລະກິດໃນລາວເອງນັ້ນ ຕ່າງກໍໄດ້ພາກັນສະແດງ ເຈດຈໍານົງ ທີ່ຈະເຂົ້າໄປລົງທຶນໃນເຂດເສດຖະກິດພິເສດຄອນພະເພັງແລ້ວ ເຖິງ 8 ບໍລິສັດ.

ພາບຈາກດອນໂຂງ:

XS
SM
MD
LG