ເມືອງໂຂງເປັນເມືອງວັດທະນະທໍາ ຈຶ່ງບໍ່ມີຮ້ານກິນດື່ມຫລືບາຣ໌ບັນເທິງ.
ກາງຄືນແມ່ນຈະມິດງຽບ. ຖ້າຢາກໄປຫາບ່ອນກິນເຂົ້າແຊບໆ ຟັງເພງ
ຄາຣາໂອເກະຈາກໂທລະພາບ ມີສາວເສີບບໍລິການ ກໍຕ້ອງໄປກິນຢູ່
ເຮືອນແພທີ່ເມືອງແສນ ອີກຟາກນຶ່ງຂອງເກາະ ຂີ່ລົດໄປປະມານ 30
ນາທີ. ແຕ່ຖ້າຂົວສ້າງສໍາເລັດແລ້ວ ອາດຈະມີນັກທ່ອງທ່ຽວຫລາຍຂຶ້ນ
ຊຶ່ງກໍອາດຈະພາໃຫ້ມີການປ່ຽນແປງ ເຮັດໃຫ້ເມືອງໂຂງຄຶກຄື້ນຂຶ້ນກໍໄດ້.
(ພາບເຫລົ່ານີ້ແມ່ນຖ່າຍເມືອເດືອນທັນວາ 2012.)
ພາບຈາກດອນໂຂງ

1
ເຮືອບັ໊ກ ຂ້າມໄປດອນໂຂງ (Don Khong Ferry)

2
ເຮືອບັ໊ກ ຂ້າມມາຈາກດອນໂຂງ. ໂຮງແຮມ Don Khong Riverside ຢູ່ເບື້ອງຫລັງ ໃກ້ໆກັບທ່າເຮືອບັ໊ກ (Don Khong Ferry)

3
ນໍ້າຂອງ ໄຫລຜ່ານ ດອນນ້ອຍດອນໃຫຍ່ຕ່າງໆ ໃກ້ໆກັບດອນໂຂງ.

4
ຊາວປະມົງຫາປາ ຍາມເຊົ້າ ໃນແມ່ນໍ້າຂອງ ລະຫວ່າງດອນໂຂງ ແລະດອນອື່ນໆ.