ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຕິບັດການ ຂອງທະຫານ ຣັດເຊຍ ແມ່ນແນເປົ້າ ໃສ່ພວກ ISIS


ນາຍົກລັດຖະມົນຕີ ຣັດເຊຍ ທ່ານ Dmitry Medvedev ກ່າວຄຳປາໄສໃນລະຫວ່າງກອງປະຊຸມຄະນະລັດຖະບ່ນ
ໃນນະຄອນຫຼວງ ມົສກູ. 7 ສິງຫາ, 2014.
ນາຍົກລັດຖະມົນຕີ ຣັດເຊຍ ທ່ານ Dmitry Medvedev ກ່າວຄຳປາໄສໃນລະຫວ່າງກອງປະຊຸມຄະນະລັດຖະບ່ນ ໃນນະຄອນຫຼວງ ມົສກູ. 7 ສິງຫາ, 2014.

ນາຍົກລັດຖະມົນຕີຂອງ ຣັດ​ເຊຍ ​ໄດ້​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ​ເປົ້າ​ໝາຍຂອງ ຣັດ​ເຊຍ ​ໃນ ຊີ​ເຣຍ ​ແມ່ນ​ເພື່ອປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ແຫ່ງຊາດຂອງ​ຕົນ ​ແລະ ປາບ​ປາ​ມພວກ​ ລັດ​ອິສລາມ ​ແລະ ບໍ່​ແມ່ນ​ເພື່ອ​ຮັກສາ​ປະທານາທິບໍດີ Bashar al-Assad ໃຫ້​ມີອຳນາດຢູ່.

​ໃນ​ການ​ສຳພາດ​ກັບໂທລະພາ​ບ Rossiya ນັ້ນ, ທ່ານ Dmitry Medvidev ​ໄດ້​ກ່າວ​ວ່າ ມັນ​ບໍ່ມີ​ຄວາມສຳຄັນຕໍ່ ຣັດ​ເຊຍ ວ່າໃຜ​
ຈະ​ເປັນ​ຜູ້ນຳ​ຂອງ ຊີ​ເຣຍ​ ​ໃນ​ອະ​ນາ​ຄົດ, ​ຕາບ​ໃດ​ມັນຫາກບໍ່​ແມ່ນ​ພວກ ISIS. ທ່ານໄດ້​ກ່າວ​ວ່າ “ມັນ​ຄວນ​ເປັນ​ລັດ​ທະ​ບານ​ທີ່​ມີ​ຄວາມ​ສີວິ​ໄລ ​ແລະ ຖືກຕ້ອງ​ຕາມ​ກົດໝາຍ.”

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ​ໄດ້​ກ່າວ​ໃນ​ຖະ​ແຫຼ​ງການ​ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ທະຫານ​ອາກາດ ​ໄດ້​ທຳ​ການ​ອອກ​ໂຈ​ມຕີ​ໃນ ຊີ​ເຣຍ 36 ຄັ້ງ, ​ໂ​ຈມຕີ​ເປົ້າໝາ​ຍພວກ ລັດ​ອິສລາມ 49 ຄັ້ງ​ໃນ​ເມືອງ Hama, Idlib, Latakia, ນະຄອນຫຼວງ Damascus ​ແລະ ​ພາກ​ພື້ນເ​ມື​ອງ Aleppo ​ໃນ 24 ຊົ່ວ​ໂມງທີ່​ຜ່ານມາ. ​ໃນ​ເວລາ​ດຽວ​ກັນ, ທຳນຽບຫ້າ​ແຈ ​ກໍໄດ້​ປະກາດ​ວ່າ ກອງ​ກຳລັງ​ທະ​ຫານ​ພັນທະ​ມິດ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່ພວກລັດ​ອິສລາມທີ່​ເປັນເປົ້າ​ໝາຍ​ ​ໃນ ​ຊີ​ເຣຍ ​ແລະ ​ໂຈ​ມຕີ 19 ຄັ້ງ​ໃນ ອີຣັກ, ​ໂດຍ​ປະສານ​ງານ​ກັບ​ລັດຖະບານ ອີ​ຣັກ.

​ໃນນະຄອນຫຼວງ ວໍ​ຊິງ​ຕັນ ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ, ປະທານາທິບໍດີ​ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້ໃຫ້ຄຳ​ວິຈານ​ກ່ຽວ​ກັບການ​ຕໍ່ສູ້ ຂອງ ຣັດ​ເຊຍ​, ​ໂດຍ​ປະກາດ​ວ່າ ການໂຈມ​ຕີ​ທາງ​ພື້ນ​ດິນ​ໃນ​ປະ​ເທດ​ນັ້ນ​ແມ່ນ “ຈະ​ບໍ່​ໄດ້ຜົນ.”

Syria
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG