ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຈະຕອບໂຕ້ ຕໍ່ການລົງໂທດ ຮອບໃໝ່ ຂອງຝ່າຍ ຕາເວັນຕົກ (ສະ​ໄລ​ດ໌/ວີດີໂອ)


ukraine8september14
please wait
Embed

No media source currently available

0:00 0:02:58 0:00

ເບິ່ງວີດີໂອເລື້ອງນີ້

ນາຍົກລັດຖະມົນຕີຣັດ​ເຊຍ ກ່າວ​ວ່າ ມົສກູ​ຈະ​ຕອບ​ໂຕ້ “​ແບບ
​ບໍ່ຄື​ກັນ”
ກັບ​ການ​ລົງ​ໂທດໃໝ່ໃດໆ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ວາງ
​ໃສ່​ພາກສ່ວນ​ພະລັງງານ ຫຼື​ພາກສ່ວນ​ການ​ເງິນ​ໃນ​ການ​ຕອບ
ໂຕ້​ຕໍ່ການ​ສະໜັບສະໜຸນຂອງຣັດ​ເຊຍ​ທີ່ມອງ​ເຫັນ​ວ່າ​ມີ​ຢ່າງ
​ກວ້າງຂວາງ​ແກ່​ພວກ​ກະບົດ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ
ນັ້ນ.

ທ່ານ Dmitry Medvedev ​ໄດ້​ຂົ່ມຂູ່​ດ້ວຍ​ການ​ຈຳກັດ​ໃນ​ດ້ານ​ນ່ານຟ້າຂອງຣັດ​ເຊຍ ຖ້າ​ຫາກ​ມີການ​ລົງ​ໂທດ​ຄັ້ງ​ໃໝ່​ຕື່ມ​ອີກ​. ນາຍົກ​ລັດຖະມົນຕີຣັດ​ເຊຍ ກ່າວ​ຕື່ມ​ວ່າ ພວກ​ສາຍ​ການບິນ​ຝ່າຍ​ຕາ​ເວັນ​ຕົກບາງ​ສາຍ​ສາມາດລົ້ມ​ລະລາຍ​ໄປ​ໄດ້ ຖ້າ​ພວກ​ສາຍ​ການບິນ​ເຫຼົ່າ​ນີ້ບໍ່​ໄດ້​ຮັບ​ອະນຸມັດ​ໃຫ້​ບິນ​ເໜືອ​ນ່ານຟ້າ​ຂອງຣັດ​ເຊຍ​. ຖ້ອຍ​ຖະ​ແຫຼ​ງຂອງນາຍົກລັດຖະ
ມົນຕີດັ່ງກ່າວ​ໄດ້​ຖືກ​ພິມ​ເຜີຍແຜ່​ໃນ​ວັນ​ຈັນ​ມື້​ນີ້​ໃນ​ໜັງສື​ພິມ​ລາຍ​ວັນ Vedomosti ຂອງຣັດ​ເຊຍ.

ສະຫະພາບ​ຢູ​ໂຣບກຳນົດ​ຈະ​ວາງ​ການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ຮອບ​ໃໝ່​ຕໍ່ຣັດ​ເຊຍ
​ໃນ​ວັນ​ຈັນ​ມື້​ນີ້.

ຣັດ​ເຊຍ​ປະຕິ​ເສດ​ວ່າ​ຕົນ​ບໍ່​ໄດ້​ສົ່ງ​ອາວຸດ​ໃຫ້​ແກ່​ພວກ​ຫົວ​ແບ່ງ​ແຍກ​ຢູ​ເຄຣນຫຼື​ສົ່ງ​ທະຫານ​ຂອງ​ຕົນ​ເຂົ້າ​ໄປ​ໃນ​ຢູ​ເຄຣນ ​ເຖິງ​ແມ່ນ​ມີ​ຫຼັກ​ຖານຊີ້​ໃຫ້​ເຫັນ​ທາງ​ກົງກັນຂ້າມ​ກໍ​ຕາມ.

ບັນດາ​ຜູ້ຕາງໜ້າ​ຈາກຣັດ​ເຊຍ ພວກ​ຫົວ​ແບ່ງ​ແຍກ ​ແລະ​ລັດຖະບານຢູ​ເຄຣນ​ໄດ້​ເຫັນ​ດີ​
ນຳ​ຂໍ້​ຕົກລົງ​ຢຸດ​ຍິງ​ກັນ​ໃນ​ວັນ​ສຸກ​ຜ່ານ​ມາ ທີ່​ການ​ພົບ​ປະ​ເຈລະຈາ​ກັນ​ທີ່​ປະ​ເທດ Belarus ພາຍ​ໃຕ້​ການ​ນຳພາ​ຂອງ​ອົງການວ່າ​ດ້ວຍ​ຄວາມ​ປອດ​ໄພ​ແລະ​ການ​ຮ່ວມ​ມື​ໃນ​ຢູ​ໂຣບຫຼື​ອົງກາ​ນ OSCE ນັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ສູ້​ລົບ​ກັນ ​ແລະ​ການ​ຍິງ​ປືນ​ໃຫຍ່​ໃສ່​ກັນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ໄດ້​ເຮັດ​ໃຫ້​ຂໍ້​ຕົກລົງ​ຢຸດ​ຍິງ​ກັນ​ລະຫວ່າງ​ລັດຖະບານ Kyiv ​ແລະ​ພວກ​ແບ່ງ​ແຍກ​ນິຍົມຣັດ​ເຊຍ​ຕົກ​ຢູ່​ໃນ​ສະພາບ​ອັນຕະລາຍ. ການ​ຍິງ​ປືນ​ໃຫຍ່​ຢູ່​ໃກ້ໆ​ກັບ​ສະໜາມ​ບິນ​ເມືອງ Donetsk ​ໃນວັນ​ອາທິດ​ວານ​ນີ້ ​ໄດ້​ເຮັດ​ໃຫ້​ເຮືອ​ນ 2 ຫຼັງຖືກ​ເຜົາ​ໄໝ້​ໄປ​

ໃນ​ບ້ານ​ນ້ອຍໆ​ແຫ່ງ​ນຶ່ງ. ການ​ປະ​ທະ​ກັນ​ຢູ່​ໃກ້ໆ​ກັບ​ເມືອງ Mariupol ​ໄດ້​ສັງຫານ​ພົນລະ​ເຮືອນ​ຄົນ​ນຶ່ງ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຕື່ມ​ອີກ 3 ຄົນ.

ການ​ກໍ່​ການ​ກະບົດ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ເມສາ​ຜ່ານ​ມາ ​ໂດຍ​ພວກ​ຫົວ​ແບ່ງ​ແຍກ​ທີ່​ນິຍົມຣັດ​ເຊຍ ​ໄດ້​ເອົາ​ຊີວິດ​ປະຊາຊົນ​ໄປ​ແລ້ວ​ຫຼາຍ​ກວ່າ 2600 ຄົນ ​ແລະ​ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ພັນ​ຄົນຕ້ອງ​ອົບ​ພະຍົບອອກ​ຈາກ​ຂົງ​ເຂດ​ຕ່າງໆ​
ໃກ້​ກັບ​ຊາຍ​ແດນຣັດ​ເຊຍ​. ຢູ​ເຄຣນ ​ແລະ​ເນ​ໂຕ້ ​ໄດ້​ກ່າວ​ຫາມົສກູ ວ່າ​ໃຫ້ການ​ຊ່ອຍ​ເຫຼືອ​ໂດຍ​ກົງ​ແກ່​ພວກ​ຫົວ​ແບ່ງ​ແຍກ.

Russia's prime minister says Moscow would respond "asymmetrically" to any new Western sanctions placed on his country's energy or financial sectors in response to Russia's widely perceived support of rebels in eastern Ukraine.

Dmitry Medvedev threatened restrictions on Russia's airspace if new sanctions are imposed. The prime minister said some Western airlines could become bankrupt if they are not allowed to fly over Russia. The prime minister's remarks were published Monday in a Russian daily newspaper, Vedomosti.

The European Union is set to impose a new round of economic sanctions on Russia Monday.

Russia denies arming Ukrainian separatists or sending its own troops into Ukraine, despite evidence to the contrary.

Envoys from Russian, the separatists and the Ukrainian government approved a cease-fire Friday at talks in Belarus led by the Organization for Security and Cooperation in Europe.

However, fighting and shelling in eastern Ukraine have put the truce between Kyiv and pro-Russian separatists in jeopardy. Shelling near the Donetsk airport Sunday set two houses on fire in a small village. Clashes near the city of Mariupol killed a civilian and wounded three other people.

The rebellion in eastern Ukraine launched in April by pro-Russian separatists has killed more than 2,600 people and created tens of thousands of refugees fleeing areas near the Russian border. Ukraine and NATO accuse Moscow of providing direct help to separatists.

XS
SM
MD
LG