ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຄື່ອງວັດ​​ແທກ ລົມ​ຫາຍ​ໃຈ ສາມາດ ວິນິດໄສ ໂຣກໄດ້


ການປະກວດ​ເຄື່ອງວັດ​​ແທກລົມ​ຫາຍ​ໃຈ
ການປະກວດ​ເຄື່ອງວັດ​​ແທກລົມ​ຫາຍ​ໃຈ

ນັບ​ຕັ້ງ​ແຕ່ປີ 1931 ​ເປັນຕົ້ນມາ ເວລາ​ທີ່ເຄື່ອງ​ແທກ​ຄວາມ​ເມົາທີ່​ເອີ້ນ​ວ່າ drunkometer ອັນ​ທຳ​ອິດ​ ໄດ້​ຖືກ​ນຳ​ມາ​ທົດ​ສອບໂດຍ​ພວກ​ຕຳຫຼວດ​ໃນ​ສະຫະລັດ ​ພວກ​ເຈົ້າໜ້າ​ທີ່ຕຳ ຫຼວດຢູ່​ໃນ​ທົ່ວ​ໂລກໄດ້​ພາກັນ​ນຳ​ໃຊ້​ການກວດ​ໂດຍເຄື່ອງ​ແທກປະລິມານ​ອາລກໍ​ຮໍໃນລົມ​ຫາຍ​ໃຈ ຂອງ​ພວກ​ຂັບລົດທີ່​ເມົາ.​ ​ໃນ​ຂະນະ​ດຽວ​ກັນ ພວກ​ທ່ານ​ໝໍກໍຄົ້ນພົບ​ວ່າ ​ເຂົາ​ເຈົ້າ ສາມາດ​ນຳ​ໃຊ້​ເຄື່ອງວັດແທກລົມ​ຫາຍ​ໃຈຫຼື breathalyzers ​ຄົ້ນ​ຫາ​ພະຍາດ​ຕ່າງໆ​ ນັບ​ແຕ່ໂຣກມາ​ເລເຣຍ​ໄປ​ຫາ​ມະ​ເຮັງ. George Putic ນັກ​ຂ່າວ VOA ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍລະອຽດມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

​ອິງ​ຕາມ​ບັນດາ​ນັກວິທະຍາສາດ ​ໃນ​ແຕ່ລະ​ປີ​ມີ​ຜູ້​ຄົນເກືອບ​ 300 ລ້ານຄົນ ​ໄດ້​ຮັບ​ຢາ​ຕໍ່ ຕ້ານໂຣກມາລາ​ເຣຍ ​ເຖິງ​ແມ່ນ​ວ່າ ຜູ້​ຄົນ​ສ່ວນ​ໃຫຍ່ ​ແມ່ນ​ພຽງ​ແຕ່​ເປັນ​ພວກ​ທີ່ສົງ​ໄສ​ວ່າ ​ ຈະ​ເປັນ​ໂຣກນີ້ ​ເທົ່າ​ນັ້ນ.

​ໃນ​ປະຈຸ​ບັນ​ນີ້ ​ເຄື່ອງວັດແທກລົມ​ຫາຍ​ໃຈ ທີ່​ມີລາຄາ​ຖືກ​ນັ້ນ ​ແມ່ນ​ກຳລັງໄດ້​ຮັບການ​ພັດທະ ນາ​ຂຶ້ນ ​ທີ່ມະຫາວິທະຍາ​ໄລ Washington ​ໃນ​ນະຄອນ St. Louis ລັດ Missouri ທີ່​ສາມາດ​ບົ່ງ​ບອກ​ໄດ້​ວ່າ ພວກ​ທີ່​ປ່ວຍ​ເປັນ​ໂຣກ​ເທົ່າ​ນັ້ນ
ຈຶ່ງ​ຈະ​ສາມາດ​ຮັກສາ​ໄດ້.

ທ່ານນາງ Audrey Odom ຈາກມະຫາວິທະຍາ​ໄລ Washington ​ໃນ​ນະຄອນ St. Louis ກ່າວ​ວ່າ “​ເຄື່ອງວັດ​ແທກນີ້ ຈະເຄື່ອງມື​ທີ່​ທົນ​ທານ ​ເໝາະ ສົມ ​ໃນ​ການ​ປະຕິບັດ​ໜ້າ​ທີ່ ​ທີ່​ມີ​ຊັບພະ​ຍາກ​ອນຈຳກັດ ທີ່​ວາງ​ແ​ຜນ​ໄວ້ແລະ​ມັນ​ກໍ​ບໍ່ຕ້ອງ​ອາ​ໄສພວກ​ທີ່​ສັງ​ເກດ​ການ​ທີ່​ມີ​ປະສົບ​ການ​ ຫຼື​ບໍ່ກໍ​ຜູ້​ຄົນ​ທີ່​ໄດ້​ຮັບ​ການ​ຝຶກໃນ​ການ​ນຳ​ໃຊ້ ເຄື່ອງວັດ​ແທກ​ດັ່ງກ່າວ.”

ເຄື່ອງວັດ​ລົມ​ຫາຍ​ໃຈກ່ຽວ​ກັບມາລາ​ເຣຍ​ນີ້ ຈະ​ສາມາດ​ກວດ​ເຫັນ​ສານ​ປະກອບທີ່ປ່ອຍ​ອອກ​ມາ​ ​ໂດຍເຊື້ອ​ກາ​ຝາກຂອງ​ໂຣກມາລາ​ເຣຍ ​ບໍ່​ດົນ ຫຼັງ​ຈາກມັນ​ໄດ້​ຕິດ​ຕໍ່​ເປັນ​ໂຣກ​ຢູ່ໃນ​ຮ່າງ​ກາຍ​ຂອງ​ຜູ້​ປ່ວຍ​ນັ້ນ​ແລ້ວ ​ແລະ​ນັ້ນ​ແມ່ນ​ໝາຍ​ຄວາມວ່າ ຜູ້​ປ່ວຍ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ຢ່າງປະຈຸ​ບັນ​ທັນ​ດ່ວນ.

ການ​ທົດ​ສອບ​ຂັ້ນຕົ້ນ ​ແມ່ນ​ມີຂຶ້ນ​ໃນປະ​ເທດ Malawi ຊຶ່ງ​ຜົນ​ອອກ​ມາ​ແມ່ນຖືກ ຕ້ອງ 100 ​ເປີ​ເຊັນ ຢ່າງ​ບໍ່​ໜ້າ​ເຊື່ອ ​ໃນ​ການ​ວິດນິ​ໄສ​ໂຣກ ທີ່​ຮ້າ​ຍແຮງ​ນີ້.

​ໃນ​ຂະນະ ດຽວ​ກັນ​ນີ້ ​ເຄື່ອງວັດ​ແທກ​ລົມ​ຫາຍ​ໃຈກ່ຽວ​ກັບໂຣກມະ​ເຮັ​ງປອດ ທີ່​ກຳລັງ​ພັດທະນາ​ຂຶ້ນ​ມາ ​ໃນ​ຫຼາຍໆ​ປີ​ນັ້ນ ​ແມ່ນນ້ອຍ​ລົງແລະ​ມີ​ຄວາມແມ່ນ​ຍຳ​ຂຶ້ນ​ຫຼາຍ.

ທ່ານ Billy Boyle ປະທານ​ບໍລິສັດ Owlstone Medical ກ່າວ​ວ່າ “ສິ່ງ​ທີ່​ພວກເຮົາ ສາມາດ​ເຮັດ​ໄດ້​ນັ້ນ ​ແມ່ນ​ການ​ນຳ​ໃຊ້ ​ເທັກ​ໂນ​ໂລ​ຈີ​ແນວ​ໃໝ່ ຫຼື microchip technology ທີ່​ສາມາດ​ຈັດ​ທຳ​ເຄື່ອງວັດແທກໃຫ້​ນ້ອຍລົງ ສູ່​ຂະໜາດ​ທີ່​ນ້ອຍ ​ເທົ່າ​ກະດຸມ​ເສື້ອ.”

ຄື​ກັນ​ກັບ​ໂຣກອື່ນ​ໆນັ້ນ​ລະ ການວິນິດ​ໄສ​ໂຣກມະ​ເຮັງປອດ​ໄດ້​ແຕ່​ໃນ​ຕອນ​ຫົວທີ​ ແມ່ນມີ​ໂອກາດ​ເພີ້ມຂຶ້ນ​ໃນ​ການ​ທີ່​ຈະມີ​ຊີວິດຢູ່​ລອດ​ໄດ້ ​ແລະເຄື່ອງວັດ​ລົມ​ຫາຍ​ໃຈ ກໍ​ຍັງ​ສາມາດ​ກວດ​ເຫັນ​ສານເຄມີ​ແມ່ນ​ແຕ່​ປະລິມານ​ພຽງ​ນ້ອຍໆ​ທີ່​ກ່ຽວຂ້ອງ​ກັບ​ພະ ​ຍາດດັ່ງກ່າວ​ນີ້​ໄດ້.

ພວກ​ນັກ​ຄົ້ນຄວ້າ​ກ່າວ​ວ່າ ​ເຄື່ອງວັດ​ແທກ​ອັນ​ໃໝ່​ນີ້ ສາມາດ​ໃຊ້​ກັບ​ທຸກ​ຄົນ​ໄດ້ ບໍ່ແມ່ນພຽງ​ແຕ່ສຳລັບ​ບັນດາທ່ານໝໍ​ເທົ່າ​ນັ້ນ.

ປະຈຸ​ບັນ​ນີ້ ​ເຄື່ອງວັດແທກໂຣກມະ​ເຮັງປອດ ​ແມ່ນກຳລັງ ທຳ​ການ​ທົດ​ລອງ​ໃນ​ໂຮງພະຍາ ບານ​ໃນ​ອັງກິດ 17 ​ແຫ່ງ ​ແລະ​ຄາດຫວັງ​ວ່າ​ຈະນຳ​ອອກ​ວາງ​ຕະຫຼາດພາຍ​ໃນ​ປີ 2017 ​ນີ້.

ພວກ​ນັກວິທະຍາສາດ ​ແມ່ນກຳລັງ​ພັດທະນາ​ເຄື່ອງວັດ​ລົມ​ຫາຍ​ໃຈ ທີ່​ຈະ​ສາມາດວິນິດ​ໄສ​ ໂຣກປອດ​ບວມ ​ແລະ​ໂຣກປອດ​ແຫ້ງອີກ​ດ້ວຍ.

XS
SM
MD
LG