ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

Measles ທີ່ລະບາດໃນ ສຫລ ກາຍມາເປັນ ບັນຫາຖົກຖຽງ ທາງການແພດ ແລະການເມືອງ (ວີດີໂອ ພາສາລາວ)


Measles in US Becomes Medical, Scientific, Political Issue
please wait

No media source currently available

0:00 0:02:49 0:00

파키스탄 북동부 라호르에서 진행된 &#39;국방의 날&#39; 행사에서 공연하고 있는 장병들.<br /> &nbsp;

ການລະບາດຂອງ​ໄຂ້​ອອກ​ຕຸ່ມ ຫຼື measles ຢູ່ໃນສະຫະລັດ ຊຶ່ງ
ມີຫຼາຍກວ່າ 100 ຄົນ​ເປັນ​ແລ້ວ ໃນຂະນະນີ້ ​ໄດ້​ຍັງ​ສົ່ງຜົນ​ ໃຫ້
ເກືອບໝົດທຸກຄົນ ຈາກບັນດາເຈົ້າໜ້າທີ່ສາທາລະນະສຸກ ຈົນເຖິງ
ບັນດາພໍ່​ແມ່ ນາຍແພດ ແລະແມ່ນ​ແຕ່ ປະທານາທິບໍດີເອງ ​ພາກັນ
​ສະ​ແດງ​ຄວາມຄິດ​ເຫັນ ກ່ຽວ​ກັບ​ເລື້ອງ​ນີ້. ຜູ້ສື່ຂ່າວວີໂອເອ Carol
Pearsonມີລາຍລະອຽດ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີ ທ່ານ
ໃນອັນດັບຕໍ່ໄປ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານເລື້ອງນີ້:

ບັນດາເຈົ້າໜ້າທີ່ສາທາລະນະສຸກ ພາກັນຢືນຢັດຢ່າງໜັກ​ແໜ້ນວ່າ ຢາວັກຊີນ​ສັກ​ປ້ອງກັນ
ໄຂ້​ອອກ​ຕຸ່ມ ແມ່ນໄດ້ຜົນດີ ແລະ ປອດໄພ. ບັນດາທ່ານໝໍລະດັບສູງ ຂອງສະຫະລັດ ​ໄດ້
ຮຽກຮ້ອງໃຫ້ຜູ້​ປົກຄອງ ເອົາພວກລູກເຕົ້າຂອງເຂົາເຈົ້າ ໄປສັກຢາວັກຊີນປ້ອງກັນພະຍາດ ​ດັ່ງກ່າວ​. ດຣ. Tom Frieden ຫົວໜ້າສູນຄວບຄຸມແລະປ້ອງກັນພະຍາດ ກໍແມ່ນຜູ້ໜຶ່ງໃນນັ້ນ.

ດຣ. Frieden ເວົ້າວ່າ “​ແຮ່ງ​ມີເດັກນ້ອຍ ທີ່ບໍ່ໄດ້ສັກຢາວັກຊີນ ຫຼາຍເທົ່າໃດ ກໍ​ແຮ່ງ
ຈະມີ​ເດັກນ້ອຍຕົກ​ ຢູ່​ໃນຄວາມສ່ຽງຫຼາຍເທົ່ານັ້ນ ແລະພວກເຂົາກໍຍັງຈະເຮັດໃຫ້
ພວກເດັກນ້ອຍເພື່ອນບ້ານ ຕົກ​ຢູ່​ໃນຄວາມສ່ຽງຫຼາຍ​ເທົ່ານັ້ນ ຄືກັນ.”

ແຕ່ພໍ່​ແມ່ບາງ​ຄົນ ​ເຊັ່ນນາງ Barbara Acosta ພາກັນປົກປ້ອງສິດ ຂອງພວກເຂົາເຈົ້າ
ທີ່ບໍ່ຍາກໃຫ້ລູກເຕົ້າຂອງເຂົາເຈົ້າສັກຢາວັກຊີນ.

ນາງ Acosta ເວົ້າວ່າ “ຂ້າພະເຈົ້າຄິດວ່າ ພໍ່​ແມ່ໝົດທຸກຄົນ ມີສິດທີ່​ຈະເລືອກເອົາ
ສິ່ງທີ່ຢູ່​ໃນຜົນປະໂຫຍດ ອັນ​ດີ​ທີ່​ສຸດ ຂອງພວກລູກເຕົ້າ ຂອງເຂົາເຈົ້າ.”

ນັກ​ການ​ເມືອງ​ຈຳນວນ​ໜຶ່ງ ກໍ​ເຫັນ​ດີ​ນຳ. ສະມາຊິກ​ສະພາ​ສູງ ສັງກັດ​ພັກຣີພັບ​ບລີ​ກັນ
ທ່ານ Rand Paul ຈາກລັດ Kentucky ​ ໄດ້​ກ່າວ​ເຖິງ​ເລື້ອງ​ຕ່າງ​ໆທີ່ທ່ານ​ໄດ້​ຍິນມາ ທີ່​
ເອົາຢາ​ວັກ​ຊີ​ນ​ໄປພົວ​ພັນ​ກັບ​ ຄວາມ​ຜິດ​ປົກກະຕິ​ທາງ​ດ້ານ​ຈິດ​ໃຈ.

ທ່ານ Paul ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ໄດ້​ຍິນ​ຫຼາຍໆ​ກໍລະນີ ທີ່​ໜ້າສະ​ລົດ​ໃຈ ກ່ຽວ​ກັບ
ພວກ​ເດັກນ້ອຍ​ ທີ່​ຍ່າງ​ແລະເວົ້າ​ໄດ້​ຕາມ​ປົກ​ກະຕິ ​ແຕ່​ບັດ​ແລ້ວ ເກີດ​ມີ​ພະຍາດ​
ທາງ​ດ້ານ​ຈິດ​ໃຈ ຫຼັງຈາກ​ທີ່​ໄດ້​ສັກ​ຢາ​ວັກ​ຊີ​ນ​ທຳ​ມະ​ດາ.”

ນາງ Acosta ​ໄດ້​ເລືອກ​ທີ່​ຈະ​ບໍ່​ໃຫ້​ພວກ​ລູກ​ເຕົ້າ ຫຼື ພວກ​ລູກຫລານ ຂອງ​ນາງ ສັກ​ຢາ
​ວັກຊີ​ນ ​ຍ້ອນຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຜົນ​ກະທົບ​ດັ່ງ​ກ່າວ.

ນາງ Acosta ​ເວົ້າວ່າ “​ເດັກນ້ອຍ​ບາງ​ຄົນ ໄດ້​ຮັບ​ຜົນ​ກະທົບໃນ​ທາງກົງກັນຂ້າມ.
ຖ້າ​ເຈົ້າ​ເຂົ້າ​ໄປ​ເບິ່ງ ​ແລະ ອ່ານ​ກ່ຽວ​ກັບ​ເລື້ອງ​ນີ້ ​ທາງອອນ​ລາຍ ຫຼື ທາງອິນ​ເຕີ
ແນັດ ​ເຈົ້າກໍ​ຈະ​ເຫັນ​ວ່າ ​ມັນ​ມີ​ຫລາຍ​ເລື້ອງ​ ທີ່​ໜ້າ​ຢ້ານ​ກົວ.”

ຫາກ​ແຕ່​ວ່າ ການ​ສຶກສາຄົ້ນຄວ້າຕ່າງໆ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສັກ​ຢາ​ວັກ​ຊີ​ນນັ້ນ
ສາມາດ​ຊ່ອຍ​ຮັກສາຫຼາຍໆ​ຊີວິດ​ໄດ້ ​ແລະວ່າ​ຜົນຂ້າງ​ຄຽງນັ້ນ ​ແມ່ນ​ບໍ່​ຄອ່ຍ​ມີປານ​ໃດ ​
ແລະຖ້າມີ​ ກໍ​ບໍ່​ຮ້າຍ​ແຮງ. ດຣ. Linda Fu ​ເປັນ​ຊ່ຽວຊານ​ດ້ານ​ພະຍາດ​ຕິດ​ແປດໃນ
ພວກ​ເດັກນ້ອຍ ຢູ່ໂຮງໝໍ ລະບົບ​ສຸຂະພາບ​ຂອງ​ພວກ​ເດັກນ້ອຍ​ແຫ່ງ​ຊາດ ​ໃນ​ວໍ​ຊິງ​ຕັນ.

ດຣ. Fu ​ເວົ້າວ່າ “ຜົນ​ຂ້າງຄຽງທີ່​ເກີດ​ຂຶ້ນໂດຍທົ່ວ​ໄປ ຈາກ​ການ​ສັກ​ຢາ​ວັກ​ຊີ​ນ​
ໃດໆນັ້ນ ກໍ​ແມ່ນວ່າ ​ມີ​ຄວາມ​ເຈັບ​ປວດ​ຢູ່​ບໍລິ​ເວນ​ບ່ອນ​ເຂັມ​ແທງ ​ແລະ ​ເປັນ​ໄຂ້​ ​
ໃນ​ລະຍະ​ເວລາ 24 ຫາ 48 ຊົ່ວ​ໂມງ.”

ດຣ​. Fu ກ່າວ​ວ່າ ຜົນ​ຂ້າງ​ຄຽງ​ທີ່​ບໍ່​ຮ້າຍ​ແຮງ ​ແລະ ຊົ່ວຄາວ​ຂອງ​ການ​ສັກ​ຢາ​ວັກ​ຊີ​ນນັ້ນ
​ແມ່ນ​ມີນ້ຳໜັກ​ເໜືອກ​ວ່າ ຄວາມ​ສ່ຽງ​ຕໍ່​ການ​ທີ່​ຈະ​ມີ ອາການ​ແຊ​ກຊ້ອນ​ຕ່າງໆ​ ຈາກ​ໂຣກ​
ໄຂ້​ອອກ​ຕຸ່ມ measles ຊຶ່ງ​ສາມາດ​ ມີ​ຮວມທັງ ຫູ​ອັກ​ເສບ ຫູ​ໜວກ​ຖາວອນ ສະໝອງ​
ອັກ​ເສບ ສະໝອງ​ເສຍ​ຫາຍ​ຢ່າງ​ຖາວອນ ພະຍາດ​ປອດ​ບວມ ​ແລະ ການ​ເສຍ​ຊີວິດ.

​ໃນ​ຄັ້ງ​ໜຶ່ງ ບັນດາ​ພໍ່​ແມ່ມີ​ຄວາມ​ກັງ​ວົນ ກ່ຽວ​ກັບສານ​ກັນ​ບູດຕ່າງໆ ​ທີ່​ປະສົມ​ໃສ່​ກັບ​ຢາ​
ວັກ​ຊີ​ນນັ້ນ. ດຣ. Fu ກ່າວ​ວ່າ ອັນ​ນັ້ນ ​ແມ່ນ​ບໍ່​ເປັນ​ເລື້ອງ​ທີ່ຕ້ອງ​ກັງ​ວົນ​ອີກ​ຕໍ່​ໄປ​ແລ້ວ.

​ດຣ. ​Fu ​ເວົ້າວ່າ “ຢາ​ວັກ​ຊີ​ນຕ່າງໆ ທີ່​ພວກ​ເດັກນ້ອຍ​ໄດ້​ຮັບ​ໃນ​ມື້​ນີ້ ​ແມ່ນບໍລິສຸດ
ຂຶ້ນຫຼາຍກ່ວາ​ແຕ່​ກ່ອນ ​ແລະ ປອດ​ໄພ ​ແລະມີ​ປະສິດທິ ພາບ.”

ບັນດານາຍ​ແພດ​ ທີ່ປະຕິບັດໜ້າ​ທີ່​ ໃນ​ທຸກມື້​ນີ້ ​ສ່ວນຫຼາຍແມ່ນ​ບໍ່​ເຄີຍ​ພົບເຫັນ​ກໍລະ​ນີ
ຂອງ​ໄຂ້​ອອກ​ຕຸ່ມ measles ​ເລີຍ. ​ນັ້ນກໍເປັນ​ຍ້ອນວ່າ ຢາ​ວັກ​ຊີ​ນ​ມີ​ປະສິດທິພາບ​ເຖິງ
99 ​ເປີ​ເຊັນ ຖ້າ​ບຸກຄົນ​ໜຶ່ງຫາກໄດ້​ຮັບ ຢາ​ວັກ​ຊີ​ນ ສອງ​ຂະໜາດ.

​ແມ່ນແຕ່ ປະທານາທິບໍດີ ​ໂອ​ບາ​ມາ ກໍ​ຍັງ​ໄດ້​ມີຄວາມ​ເຫັນ​ກ່ຽວ​ກັບ ເ​ລື້​ອງນີ້. ​ໃນ​ລະຫວ່າງ
​ການ​ໃຫ້​ສຳພາດ ກັບ​ໂທລະພາບ​ຊ່ອງ NBC ​ຂອງ​ອາ​ເມຣິການັ້ນ ທ່ານ ​ໂອ​ບາ​ມາ ຮຽກ
ຮ້ອງ​ໃຫ້​ບັນດາ​ຜູ້​ປົກຄອງ ຈົ່ງ​ພາກ​ພວກ​ລູກ​ເຕົ້າຂອງ​ເຂົາ​ເຈົ້າ ​ໄປ​ສັກ​ຢາ​ວັກ​ຊີ​ນກັນ measles.

XS
SM
MD
LG