ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະມາຊິກສະພາສູງ ທ່ານ McCain ພວມຢ້ຽມຢາມປະເທດ ແອັສໂທເນຍ Estonia ໃນຄວາມພະຍາຍາມປ້ອງກັນການ ຮຸກຮານຂອງ ຣັດເຊຍ


ທະຫານໂຕນຈ້ອງ ສະຫະລັດຄົນນຶ່ງ ກຳລັງຮ່ວມການເຝິກຊ້ອມ ທີ່ Pabrade ປະເທດ Lithuania.
ທະຫານໂຕນຈ້ອງ ສະຫະລັດຄົນນຶ່ງ ກຳລັງຮ່ວມການເຝິກຊ້ອມ ທີ່ Pabrade ປະເທດ Lithuania.

ສະມາຊິກຂັ້ນນໍາ​ສະພາ​ສູງສະຫະລັດ​ຄົນ​ນຶ່ງ ບອກບັນດາ​ຜູ້ນຳ​ປະ​ເທດ​ທີ່​ຕັ້ງ​ຢູ່ເຂດທະ​ເລ Baltic ວ່່າ​ ເຂົາ​ເຈົ້າ​ສາມາດ​ອີງ​ອາ​ໄສ ​ການສືບຕໍ່ສະໜັບສະໜູນ​ຂອງສະຫະລັດ ຈາກ​ລັດຖະບານ​ທີ່​ຈະເຂົ້າ​ຮັບ​ຕຳ​ແໜ່ງ​ໃໝ່ ຂອງທ່ານ Donald Trump ​ໃນ​ກໍລະນີ​ທີ່ຣັດເຊຍທຳ​ການ​ລຸກ​ລານ.

ສະມາຊິກ​ສະພາ​ສູງ ສະຫະລັດ ທ່ານ John Mccain ທີ່​ເປັນ​ສະມາຊິກ​ພັກ ຣີພັບ​ບລິ​ກັນ ຂອງ​ປະທານ​າທິບໍດີທີ່​ຖືກ​ເລືອກ​ໃໝ່ ທ່ານ Trump ຍັງ​ໄດ້​ກ່າວໃນ​ວັນ​ອັງຄານ​ວານ​ນີ້​ຢູ່​ນະຄອນຫລວງ Tallinn ປະ​ເທດ Estonia ວ່າ ທ່ານ​ບໍ່​ມອງ​ເຫັນວ່າຈະມີການ​ຫລຸດຜ່ອນ ການ​ລົງໂທດ​ຕໍ່ຣັດ​ເຊຍ ຫລັງ​ຈາກ​ການຍຶດ​ເອົາ Crimea ​ໃນປີ 2014 ມາຂຶ້ນກັບຕົນ.

ສະມາຊິກ​ສະພາ​ສູງ​ຈາກ​ລັດ Arizona ຜູ້​ທີ່​ກຳລັງ​ຢ້ຽມຢາມ​ສາມ​ປະ​ເທດ​ເຂດ ທະ​ເລ Baltic ອາທິດ​ນີ້ ​ຕິດ​ຕາມດ້ວຍ​ເພື່ອ​ສະມາຊິກ​ສະພາ​ສູງພັກຣິພັບ​ບລິ​ກັນ ທ່ານ Lindsey Graham ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າການ​ມີໜ້າຂອງກຳລັງ​ທະຫານ​ສະຫະລັດ​ຢູ່​ທີ່​ນີ້ ​ໃນ​ປະ​ເທດ Estonia ​ເປັນ​ສັນຍານ​ທີ່​ພວກ​ເຮົາ​ເຊື່ອ​ອັນ​ທີ່ ອະດີດ​ປະທານາທິບໍດີ Ronald Reagan ​ເຊື່ອ​ ​ແລະ​ເປັນ​ສັນຕິພາບ​ຜ່ານ​ທາງກຳລັງ.

ສະມາຊິກສະພາສູງສະຫະລັດ ທ່ານ John McCain, ຊ້າຍ, ກ່າວຢູ່ກອງປະຊຸມນັກຂ່າວ ຮ່ວມກັບນາຍົກລັດຖະມົນຕີ Estonian ທ່ານ Juri Ratas ທີ່ Tallinn.
ສະມາຊິກສະພາສູງສະຫະລັດ ທ່ານ John McCain, ຊ້າຍ, ກ່າວຢູ່ກອງປະຊຸມນັກຂ່າວ ຮ່ວມກັບນາຍົກລັດຖະມົນຕີ Estonian ທ່ານ Juri Ratas ທີ່ Tallinn.

ທ່ານ​ກ່າວ​ວ່າ “ທາງ​ດີ​ທີ່​ສຸດ​ເພື່ອ​ປ້ອງ​ກັນ​ຄວາມ​ປະພຶດ​ບໍ່​ດີ​ຂອງຣັດ​ເຊຍ ກໍ​ຄື​ການເຊື່ອ​ຖື ກຳລັງ​ທະຫານ​ທີ່​ແຂງ​ແຮງ ​ແລະ​ພັນທະ​ມິດ NATO ທີ່​ແຂງ​ແຮງ​ອັນ​ທີ່ ປະ​ເທດ Estonia ​ເປັນ​ພາກສ່ວນ​ທີ່​ສຳຄັນ. NATO ​ໄດ້ປະກາດ​ແຜນ​ໃນ​ປີ​ນີ້​ທີ່​ຈະສົ່ງ​ກຳລັງທະຫານຢັບຢັ້ງ 4,000 ຄົນ ​ໄປຢູ່ໃນ​ເຂດ​ທະ​ເລ Baltic ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ໂຣບ.

ບັນດາ​ຜູ້ນຳ​ປະ​ເທດ Estonia, Lithuania ​ແລະ Latvia ​ອະດີດ​ຫົວ​ເມືອງ​ຂຶ້ນ​ຂອງ​ສະຫະພາບ​ໂຊ​ຫວຽດ ໄດ້​ເຂົ້າ​ຮ່ວມ​ອົງການ NATO ​ເມື່ອຖືກລົບ​ກວນ​ຈາກຣັດ​ເຊຍ ທີ່ຍຶດ​ຄອງຂົງ​ເຂດ​ຊາຍ​ແດນ​ໃນ​ປະ​ເທດ​ Ukraine ​ແລະ Georgia ພ້ອມ​ດ້ວຍ​ການ​ເສີມສ້າງ​ອາວຸດ​ຂອງ Moscow​ ​ເຂົ້າໃກ້​ກັບ​ຊາຍ​ແດນທີ່ຢູ່ໃນພາກສ່ວນ Kinliningrad ຂອງຣັດ​ເຊຍ.

Sen. John McCain, NATO alliance more important than ever
please wait

No media source currently available

0:00 0:00:28 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Baltics McCain
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG