ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະໜອງວຽກເຮັດງານທໍາ ແລະຄວາມຕ້ອງການແຮງງານ ຂອງບໍລິສັດຜູ້ຜະລິດລົດ ຢູ່ເມືອງ ຮັນສວີລ


ແຟ້ມຮູບ-ປະທານບໍລິສັດລົດໂຕໂຢຕາ (ຊ້າຍ) ທ່ານອາກີໂອະ ໂຕໂຢດະ (Akio Toyoda) ແລະປະທານບໍລິສັດລົດມາສດ້າ ທ່ານມາຊາມິຈິ ໂຄກາອິ (Masamichi Kogai) ພາກັນຢືນໃຫ້ຊ່າງພາບຖ່າຍຮູບ ກ່ອນການຖະແຫຼງຂ່າວໃນວັນທີ 13 ພຶດສະພາ 2015 ໃນນະຄອນຫຼວງໂຕກຽວ.
ແຟ້ມຮູບ-ປະທານບໍລິສັດລົດໂຕໂຢຕາ (ຊ້າຍ) ທ່ານອາກີໂອະ ໂຕໂຢດະ (Akio Toyoda) ແລະປະທານບໍລິສັດລົດມາສດ້າ ທ່ານມາຊາມິຈິ ໂຄກາອິ (Masamichi Kogai) ພາກັນຢືນໃຫ້ຊ່າງພາບຖ່າຍຮູບ ກ່ອນການຖະແຫຼງຂ່າວໃນວັນທີ 13 ພຶດສະພາ 2015 ໃນນະຄອນຫຼວງໂຕກຽວ.

ເຖິງວ່າຈະມີຜົນກະທົບມາຈາກການລະບາດຄັ້ງໃຫຍ່ຂອງພະຍາດໂຄວິດ-19 ມາເປັນ ເວລາເຖິງສອງປີ ແຕ່ສະພາບເສດຖະກິດໂດຍລວມ ຂອງລັດອາລາບາມາແມ່ນມີທິດ ທາງຂະຫຍາຍໂຕທີ່ດີຂຶ້ນ ເຊິ່ງຈະເຫັນໄດ້ຈາກການເຂົ້າມາຕັ້ງຖິ່ນ ຖານຂອງປະຊາຊົນ ນັ້ນກໍຍ້ອນມີການເຂົ້າມາລົງທຶນ ຂອງໂຮງຈັກໂຮງງານຕ່າງໆ ເຊັ່ນໂຮງງານຜະລິດສ່ວນປະກອບຂອງອຸດສາຫະກໍາຕ່າງໆ ໂຮງງານຜະ ລິດກ່ຽວກັບເຄື່ອງອີເລັກໂທຣນິກ ແລະອື່ນໆ, ແຕ່ທີ່ເຫັນໄດ້ຫຼາຍແມ່ນບັນດາອຸດສາຫະກໍາເຫຼົ່ານັ້ນ ກໍາລັງມີຄວາມຕ້ອງການພະນັກງານ ໂດຍສະເພາະໂຮງງານຜະລິດ ລົດໂຕໂຍຕາ-ມາສດາ, ຮຸນໄດ, ເມີເຊເ​ດັສເບັນ ແລະອື່ນໆ. ໃນນັ້ນ ໂຮງງານ ໂຕໂຍຕາ-ມາສດາ ແມ່ນມີຄວາມຕ້ອງການແຮງງານການຜະລິດຫຼາຍເຖິງ 4,000 ວຽກ, ອີງຕາມຂໍ້ມູນຈາກ ມາສດາ-ໂຕໂຍຕາ ຢູ່ທີ່ເມືອງ ຮັນສວີລ ໃນລັດອາລາບາມາ.

ປະຊາຊົນລາວ-ອາເມຣິກັນຄົນນຶ່ງ ທີ່ອາໄສຢູ່ເມືອງດັ່ງກ່າວມາໄດ້ 4 ປີ ແລ້ວເລົ່າສູ່ຟັງວ່າ “ລາວເອງຕ້ອງການທີ່ຈະເຮັດວຽກນີ້ ເພາະວຽກດັ່ງກ່າວ ເຂົາເຈົ້າຈະຈ້າງເປັນພະນັກ ງານຖາວອນຕັ້ງແຕ່ມື້ທໍາອິດທີ່ເຂົ້າໄປ ບວກກັບສະຫວັດດີການທີ່ດີ ໂດຍລວມມີ ປະກັນສຸຂະພາບ, ປະກັນສັງຄົມ, ຕາ, ແຂ້ວ ແລະ 401K, ພ້ອມທັງສ່ວນຫຼຸດໃນການຊື້ລົດຈາກໂຮງງານຂອງພະນັກງານນໍາອີກດ້ວຍ. ຖ້າສະໝັກ ແລະໄດ້ເລີ້ມວຽກໃນຊ່ວງເວລານີ້ ທາງໂຮງງານຈະໃຫ້ໂບນັສພ້ອມ 3,000,” ເຊິ່ງນາງໄດ້ກ່າວໃນບາງຕອນດັ່ງນີ້:

“ເຫັນເຂົາເຈົ້າອອກຂ່າວ ອອກຂ່າວຢູ່ຊ່ອງຂອງຂ່າວທ້ອງຖິ່ນ ອອກຢູ່ອອນລາຍ ອອກຢູ່ເຟສບຸກ, ຂ້ອຍເບິ່ງ ລະຂ້ອຍກະເຫັນວ່າ ໂຮງງານມັນຊິມາ ວ່າວຽກເຂົາຊິເອົາເຂົ້າມາຫຼາຍ, ຂ້ອຍຄິດວ່າມັນກະໂອເຄໃດ ໄດ້ຫຼາຍເຕີບ ແລະຂ້ອຍກະຄິດວ່າວຽກມັນໝັ້ນຄົງດີ ບໍລິສັດມັນກໍໃຫຍ່.”

ໂຮງງານ ມາສດາ-ໂຕໂຍຕາ ແຫ່ງນີ້ເປັນການລົງທຶນຮ່ວມດ້ວຍເງິນທຶນ 2 ຕື້ 311 ລ້ານໂດລາ ໂດຍຄາດຄະເນວ່າ ຈະມີການຜະລິດລົດອອກມາໃຫ້ໄດ້ 300,000 ຄັນໃນແຕ່ລະປີ ເຊິ່ງໄດ້ເລີ້ມຕົ້ນແຕ່ປີ 2021 ເປັນຕົ້ນມາ ອັນເປັນຜົນດີໃນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ທີ່ອາໄສຢູ່ໃນທ້ອງຖິ່ນ.

ເນື່ອງຈາກຄວາມຕ້ອງການຂອງທາງຕະຫຼາດແມ່ນມີຫຼາຍ ທາງໂຮງງານດັ່ງ ກ່າວຈຶ່ງຕ້ອງການພະນັກງານຫຼາຍໜ້າທີ່ຕໍາແໜ່ງ ແລະຍັງຈະຮັບສະໝັກພະ ນັກງານໄປເລື້ອຍໆຈົນເຖິງທ້າຍປີນີ້ ຫຼືຈົນກວ່າວ່າຈະໄດ້ພະນັກງານເຕັມຕາມຈໍານວນທີ່ຕ້ອງການ ເຊິ່ງສາມາດເຂົ້າໄປຕິດຕາມຂໍ້ມູນໄດ້ທີ່ www.MazdaToyota.com

ຮັນສວີລ ເປັນເມືອງທີ່ມີຊື່ສຽງທາງດ້ານອຸດສາຫະກໍາການບິນ ແລະອະວາກາດ ພ້ອມທັງວຽກງານທາງດ້ານການທະຫານມາດົນນານ, ນອກນັ້ນ ກໍຍັງມີພິພິທະພັນອະວາກາດທີ່ໃຫຍ່ທີ່ສຸດໃນໂລກອີກດ້ວຍ ແລະໂຮງງານມາສດາ-ໂຕໂຍຕາ ກໍຕັ້ງຢູ່ຫ່າງຈາກໂຕເມືອງຮັນສວີລ ພຽງແຕ່ 20 ນາທີເທົ່ານັ້ນ.

XS
SM
MD
LG