ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໑ ກັນຍາ ໒໐໒໓

ຄອບຄົວ ທ່ານລີດາວລີ ແລະຍານາງໄມຫາລີ ປະສົບຜົນສຳເລັດ ໃນການຕັ້ງຖິ່ນຖານ ຢູ່ກີອານາ


ທ່ານລີດາວລີ ແລະຍານາງໄມຫາລີ ຊຶ່ງເປັນຊາວມົ້ງຈາກລາວ ທີ່ໄດ້ປະສົບຜົນສຳເລັດ ໃນການຕັ້ງຖິ່ນຖານຢູ່ກີອານາ ດິນແດນຂອງຝຣັ່ງ ໃນອາເມຣິກາໃຕ້.


ຍານາງໄມຫາລີແລະສາມີ ທ່ານລີດາວລີ ໄດ້ເດີນທາງໄປຮອດກີອານາ ຊຶ່ງເປັນດິນແດນພາຍ ໃຕ້ການປົກຄອງຂອງຝຣັ່ງ ໃນປີ 1988​ ໂດຍມີຄວາມຕັ້ງໃຈຈະໄປເປີດຮ້ານຂາຍເຂົ້າຈີ່ຢູ່ທີ່ນັ້ນ.

ລິງໂດຍກົງ


"ທຳມະດາເຮົາມານີ້ ເຮົາຢາກມາເຮັດຮ້ານເຂົ້າຈີ່ ແຕ່ວ່າຕອນມາຮອດແລ້ວ ຮ້ານເຂົ້າຈີ່ເຮົາກໍບໍ່ມີເງິນພໍ ແລະກໍບໍ່ໄດ້ເຮັດຮ້ານເຂົ້າຈີ່ ແລ້ວກໍເລີຍມາເຮັດສວນ ແຕ່ວ່າເຮົາຢູ່ເມືອງລາວ ເຮົາກໍໄດ້ເຮັດສວນຢູ່ໜ້ອຍນຶ່ງ ແລະພໍ່ແມ່ກໍເຮັດໄຮ່ເຮັດນາຊື່ໆດອກ ເກັ່ງກໍບໍ່ເກັ່ງດອກ."

ຍານາງໄມຫາລີເລົ່າສູ່ຟັງວ່າ ຍານາງໄດ້ເດີນທາງອອກຈາກເມືອງລາວມາໃນປີ 1975 ຊຶ່ງໃນຕອນນັ້ນບ້ານເມືອງພວມເກີດຄວາມວຸ້ນວາຍແລະໄດ້ເຂົ້າໄປຢູ່ໃນສູນອົບພະຍົບບ້ານວິໄນ.

ນາງໄດ້ພົບກັບສາມີຢູ່ທີ່ສູນບ້ານວິໄນ ໄດ້ຕັດສິນໃຈແຕ່ງງານກັນ ແລະຫຼັງຈາກນັ້ນ ກໍເດີນທາງໄປຕັ້ງຖິ່ນຖານຢູ່ປະເທດຝຣັ່ງ ກັບຄອບຄົວຂອງທາງສາມີ. ຍາ ນາງເລົ່າສູ່ຟັງວ່າໃນປີ 1987 ຍານາງແລະ ສາມີໄດ້ມີໂອກາດເດີນທາງໄປຢ້ຽມພີ່ນ້ອງຢູ່ກີອານາ​ເປັນເທື່ອທຳອິດ ແຕ່ສາມີຂອງຍານາງມັກຊີວິດການເປັນຢູ່ທີ່ນັ້ນຫຼາຍ ຈຶ່ງໄດ້ພາກັນຕັດສິນໃຈໄປເລີ້ມຕົ້ນຊີວິດອີກເທື່ອນືຶ່ງຢູ່ທີ່ນັ້ນ.

ນີ້ແມ່ນໝາກຖົ່ວລຽນທີ່ປູກຢູ່ສວນຍານາງໄມຫາລີ ໃນກີອານາ ດິນແດນຂອງຝຣັ່ງໃນອາເມຣິກາໃຕ້
ນີ້ແມ່ນໝາກຖົ່ວລຽນທີ່ປູກຢູ່ສວນຍານາງໄມຫາລີ ໃນກີອານາ ດິນແດນຂອງຝຣັ່ງໃນອາເມຣິກາໃຕ້

ເຖິງແມ່ນຄວາມຕັ້ງໃຈຢາກມີຮ້ານເຂົ້າຈີ່ໃນເບື້ອງຕົ້ນບໍ່ໄດ້ບັງເກີດຜົນ ແຕ່ເວລານີ້ ຍານາງໄມຫາລີແລະຄອບຄົວກ່າວວ່າ ພວກເຂົາເຈົ້າກໍມີຮ້ານເຂົ້າຈີ່ເປັນຂອງຕົນເອງແລ້ວແລະນອກນັ້ນກໍຍັງມີສວນ ສຳລັບປູກໝາກໄມ້ ຜັກແລະດອກໄມ້ອີກດ້ວຍ. ຍານາງເວົ້າເລື້ອງສວນສູ່ຟັງວ່າ:

ລິງໂດຍກົງ


"ປູກອີ່ຫຍັງກໍໄດ້ໝົດ ມີໝາກເງາະ ມີໝາກຮຸ່ງ ມີລຳໄຍ ມີຖົ່ວລຽນ ສ່ວນຜັກນັ້ນ ກໍມີ ສະລັດ ມີຜັກບົ້ງ ຜັກອີ່ຫຍັງກໍມີຄືຢູ່ລາວໝົດແລະປູກຫຍັງກໍໄດ້ໝົດ ດິນຫັ້ນບໍ່ສູ່ດີປານໃດ ເຮົາຕ້ອງໄດ້ໃສ່ປຸຍຫຼາຍ."

ນອກຈາກອາເຈັນຕີນາແລ້ວ ກີອານາກໍເປັນອີກບ່ອນນຶ່ງ ທີ່ມີຄົນລາວຄົນມົ້ງເຂົ້າໄປອາໄສຢູ່ໃນທະວີບອາເມຣິກາໃຕ້. ຊາວມົ້ງເລີ້ມເຂົ້າໄປຕັ້ງຖິ່ນຖານ ຢູ່ກີອານາ ໃນປີ 1977 ແລະຄອບຄົວຂອງຍານາງໄມຫາລີ ແລະທ່ານລີດາວລີ ກໍເປັນນຶ່ງໃນບັນດາຄອບຄົວຊາວມົ້ງທີ່ປະກອບສ່ວນເຂົ້າໃນການສ້າງສາເສດຖະກິດຂອງກີອານາ ຊຶ່ງອີງຕາມໂຕເລກແລ້ວ ຊາວມົ້ງປະກອບເປັນ ແຕ່ພຽງ 1.5 ເປີ ເຊັນຂອງພົນລະເມືອງທັງໝົດໃນກີອານາ ແຕ່ພວກເຂົາເຈົ້າໄດ້ຄວບຄຸມຜົນຜະ ລິດກະສິກຳເຊັ່ນຜັກ ແລະໝາກໄມ້ ຢ່າງໜ້ອຍ 70 ເປີເຊັນຂອງດິນແດນດັ່ງກ່າວ ແລະເວລານີ້ ຝຣັ່ງບໍ່ຈຳເປັນຕ້ອງໄດ້ສົ່ງສິນຄ້າເຫຼົ່ານີ້ ມາແຕ່ຝຣັ່ງ ຄືກັນກັບແຕ່ກ່ອນ.

XS
SM
MD
LG