ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການ​ປະ​ທ້ວງ ແລະເດີນຂະບວນ ​ຢູ່​ທົ່ວ​ໂລກ ເນື່ອງໃນ ​ວັນ​ກໍາມະກອນ ​ສາກົນ


ພວກປະທ້ວງພາກັນເດີນຂະບວນໄປຕາມຖະໜົນ ຢູ່ຕໍ່ໜ້າຕຶກຂອງຕະຫລາດຮຸ້ນໃນນະຄອນນີວຢອກໃນວັນທີ 1 ພຶດສະພາ, 2018.
ພວກປະທ້ວງພາກັນເດີນຂະບວນໄປຕາມຖະໜົນ ຢູ່ຕໍ່ໜ້າຕຶກຂອງຕະຫລາດຮຸ້ນໃນນະຄອນນີວຢອກໃນວັນທີ 1 ພຶດສະພາ, 2018.

ພວກ​ກໍາມະກອນ ​ແລະ​ພວກ​ປະ​ທ້ວງ​ຢູ່​ທົ່ວ​ໂລກ​ພາກັນ​ສະ​ເຫລີ​ມ ສະຫລອງ​ວັນ​ກໍາມະ
ກອນ​ສາກົນ ຫລື May Day ​ໃນ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ພາກັນ​ໂຮມ​ຊຸມນຸມ ​ແລະ​ປະ​
ທ້ວງ​ເພື່ອ​ຮຽກຮ້ອງ​ໃຫ້ລັດຖະບານ​ປະ​ເທດ​ຕ່າງໆ ​ແກ້​ໄຂ​ໃຫ້​ມີ​ສະພາບ​ບ່ອນ​ເຮັດວຽກ
ງານດີກວ່າ​ເກົ່າ ​ແລະບັນຫາ​ແຮງ​ງານ​ອື່ນໆ.

ສໍາລັບ​ຢູ່​ຄິວບາ ປະຊາຊົນ​ຄິວ​ບາ​ເກືອບ​ 1 ລ້ານ​ຄົນ​ໄປ​ໂຮມ​ຊຸມນຸມ​ກັນ​ຢູ່ທີ່​ນະ ຄອນ
ຫລວງຮາວາ​ນາ ​ເພື່ອສະຫລອງ​ວັນ​ກໍາມະກອນ​ສາກົນ​ເປັນຄັ້ງທໍາ​ອິດ ນັບ​ແຕ່​ທ່ານ ​ຣາ​
ອູລ ຄາ​ສ​ໂຕຣ (Raul Castro) ລົງ​ຈາກ​ຕໍາ​ແໜ່ງ​ເປັນ​ຜູ້​ນໍາ​ຂອງ​ປະ​ເທດ ຊຶ່ງເປັນ​ການ​
ເລີ້ມຕົ້ນ ຂອງ​ຍຸກສະ​ໄໝຫຼັງຈາກ​ຕະກຸນ​ຄາ​ສ​ໂຕໝົດ​ໄປ.

ສ່ວນ​ຢູ່ຣັດ​ເຊຍນັ້ນມີ​ປະມານ 120,000 ຄົນ​ເດີນ​ຂະ​ບວນຢູ່​ໃນ​ຈະຕຸລັດ​ແດງໃນ ​ນະ
ຄອນ​ມົສກູ ​ໄປ​ຫາ​ເສັ້ນທາງ​ໃຫຍ່​ຕ່າງໆ ຢູ່​ໃນ​ການ​ຍ່າງ​ແຫ່​ຂະ​ບວນສະຫຼອງ​ວັນ​ກໍາມະ
ກອນ​ສາກົນຕາມ​ປະ​ເພນີ.

ຢູ່ໃນສະເປ​ນ ​ແມ່ນ​ມີ​ການ​ເດີນ​ເພື່ອ​ຮຽກຮ້ອງ​ເອົາ​ຄວາມ​ສະ​ເໝີພາບ​ ລະຫວ່າງ​ຍິງ-ຊາຍ,
ການ​ຂຶ້ນ​ເງິນ​ເດືອນ, ​ແລະ​ເງິນບໍາ​ເນັດ​ທີ່​ດີກ​ວ່າຢູ່​ໃນ​ຫລາຍ​ກວ່າ 70 ຕົວ​ເມືອງ. ຫລາຍ​
ພັນ​ຄົນ​ໄດ້ໄປ​ເຕົ້າ​ໂຮມກັນ​ທີ່​ກາຍ​ເປັນ​ການ​ໂຮມ​ຊຸມນຸມ​ທີ່​ໃຫຍ່ ທີ່​ສຸດ ຢູ່​ໃນ​ນະຄອນ​ມາ
ດຣິດ ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຖິງ​ຄວາມ​ສາມັກ​ຄີ​ຢູ່​ພາຍ​ໃຕ້​ຄໍາ​ຂວັນ​ທີ່​ວ່າ “​ເຖິງ​ເວລາ​ແລ້ວ​ທີ່​
ຈະ​ຕ້ອງ​ເອົາ​ໄຊຊະນະ​ໃຫ້​ໄດ້."

ສ່ວນ​ຢູ່​ໃນ​ສະຫະລັດນັ້ນ ການ​ເດີນ​ຂະ​ບວນ​ໃນ​ວັນ​ກໍາມະ​ກອນສາກົນ​ແມ່ນ​ເພື່ອ​ສິດທິ​
ຂອງ​ພວກ​ຄົນ​ເຂົ້າ​ເມືອງ ​ແລະ​ກໍາມະກອນຊຶ່ງ​ໄດ້​ມີ​ແຜນ​ຈັດ​ຂຶ້ນຢູ່​ໃນ​ລັດ​ຄາ​ລິ​ຟໍ​ເນຍ,
ນີວຢອກ, ຟລໍຣິດາ, ​ແລະ​ລັດ​ອື່ນໆ.

ຢູ່​ໃນ​ເກົາຫລີ​ໃຕ້ ກໍ​ແມ່ນ​ວ່າ ຢູ່​ໃຈກາງ​ນະຄອນຫລວງ​ໂຊ​ລ ມີ​ສະມາຊິກ​ຂອງສະຫະພາບ​
ແຮງ​ງານ​ປະມານ 10,000 ຄົນ​ພາກັນ​ເດີນຂະ​ບວນຕາມ​ຖະໜົນຫົນທາງ​ເພື່ອ​ຮຽກຮ້ອງ​
ໃຫ້​ຂຶ້ນຄ່າ​ແຮງ​ງານ​ຕໍ່າສຸດ ​ແລະ​ທໍາ​ການ​ຮຽກຮ້ອງອື່ນໆອີກ.

ສ່ວນຢູ່ຝຣັ່ງນັ້ນ ຕໍາຫຼວດ​ໄດ້​ຍິງ​ລະເບີດນໍ້າຕາ ​ແລະ​ສີດນ້ຳເຂົ້າ​ໃສ່​ເພື່ອຂັບໄລ່ພວກ​ປະ​
ທ້ວງ ​ທີ່​ນຸ່ງ​ເສື້ອງຸມ​ຫົວ ​ແລະ​ໃສ່ໜ້າກາກ​ປະມານ 1,200 ຄົນ ​ທີ່​ໄດ້​ປາກົດ​ຕົວ​ຂຶ້ນຢູ່​ນອກ
ການ​ເດີນ​ຂະ​ບວນປະ​ຈໍາປີ​ຢູ່​ໃນ​ນະຄອນ​ປາຣີ ທີ່​ໄດ້ວາງ​ແຜນ​ຈັດ​ຂຶ້ນ​ໂດ​ຍສະຫະ​ພາບ​
ແຮງ​ງານ​.

ຢູ່​ອີຣ່ານກໍ​ມີ​ຄົນ​ຫລາຍ​ຮ້ອຍ​ຄົນ​ບໍ່​ໄດ້​ສົນ​ໃຈ​ກັບ​ການ​ເກືອດ​ຫ້າມ ​ບໍ່​ໃຫ້​ມີ​ການ​ປະ​ທ້ວງ​
ເພື່ອສະຫລອງ​ວັນ​ກໍາມະກອນ​ສາກົນ ຊຶ່ງ​ພາ​ໃຫ້​ມີ​ການ​ຈັບ​ກຸມ​ຢ່າງໜ້ອຍ 6 ຄົນ ​ຢູ່​ນອກ​
ປະຕູ​ໂຂງ ​ເຂົ້າ​ໄປ​ຫາ​ຕຶກ​ສະພາ ​ຢູ່​ນະຄອນ​ເຕຫະຣ່ານ.

ສ່ວນຢູ່ເທີ​ກີນັ້ນ ​ໃນ​ພິທີສະຫລອງວັນ​ກໍາມະກອນ​ສາກົນຢູ່ ​ທີ່​ນະຄອນອິສຕັນ​ບູລ ຕໍາ
ຫລວດ​ໄດ້​ຈັບ​ກຸມ​ພວກ​ເດີນ​ຂະ​ບວນປະ​ທ້ວງ ຊຶ່ງ​ສ່ວນ​ໃຫຍ່​ພາກັນ​ຍ່າງໄປ​ຫາສະໜາມ
ຫລວງ​ຂອງ​ນະຄອນ​ດັ່ງກ່າວ ​ໂດຍເປັນ​ການ​ທ້າ​ທາຍ​ຕໍ່ການ​ເກືອດຂອງ​ລັດຖະບານ.

ທາງ​ດ້ານ​ອິນ​ໂດ​ເນ​ເຊຍ​ນັ້ນ ມີ​ກໍາມະກອນ​ປະມານ 10,000 ຄົນ​ໄປ​ໂຮມ​ຊຸມນຸມ ຢູ່​ໃກ້​
ທຳນຽບປະທານາທິບໍດີ ​ໃນ​ນະຄອນຫລວງ​ກາ​ຈາ​ຕາ ​ໂດຍ​ຮຽກຮ້ອງ​ໃຫ້​ລັດ ຖະບານ​
ຂຶ້ນຄ່າ​ແຮງ​ງານ ​ແລະງົດ​ການ​ສົ່ງ​ວຽກອອກ​ໄປ​ນອກ​ປະ​ເທດ. ພວກ​ປະ​ທ້ວງ​ຍັງ​ຮຽກຮ້ອງ​
ໃຫ້​ຫ້າມ​ບໍ່​ໃຫ້​ມີຄົນງານ​ຕ່າງປະ​ເທດ, ​ໂດຍ​ໄດ້​ເວົ້າວ່າການ​ທີ່​ມີ​ກໍາມະກອນ​ຕ່າງປະ​ເທດ​
ຢູ່​ໃນ​ປະ​ເທດ​ແມ່ນ​ເຮັດ​ໃຫ້​ໂອກາດ​ຖືກຈ້າງ​ງານ​ຂອງກໍາມະກອນ​ໃນ​ທ້ອງ​ຖິ່ນ​ຫລຸດ​ລົງ.

ຢູ່ໃນ​ກຣີສ ນັ້ນມີ​ຄົນ​ຫລາຍ​ພັນ​ຄົນ​ພາກັນເດີນ​ຂະ​ບວນ​ເປັນ​ຫລາຍໆກຸ່ມ ​ໂດຍ​ຍ່າງ​ຜ່ານ​
ໃຈກາງ​ຂອງ​ນະຄອນຫຼວງເອ​ເທັນ.

ທີ່ກຳປູເຈຍ ນາຍົກລັດຖະມົນຕີຮຸນເຊນ ໄດ້ຮ່ວມສະຫຼອງວັນເມເດກັບພວກຄົນງານໂຮງ
ງານຕັດຫຍິບປະມານ 5 ພັນຄົນ ຢູ່ນອກນະຄອນຫຼວງພະນົມເປັນ.

ຢູ່ຟີລິບປິນ ພວກເດີນຂະບວນປະມານ 5 ພັນຄົນ ໄດ້ປະທ້ວງໃກ້ໆທຳນຽບປະທານາທິ
ບໍດີ ໃນນະຄອນຫຼວງມະນີລາ ທີ່ປະທານາທິບໍດີ ໂຣດຣີໂກ ດູເຕີເຕ ບໍ່ໄດ້ເຮັດຕາມຄຳ
ໝັ້ນສັນຍາໃນລະຫວ່າງການໂຄສະນາຫາສຽງຂອງທ່ານ ທີ່ຈະຍຸຕິການຈ້າງເຂົ້າເຮັດ
ວຽກໃນໄລຍະສັ້ນນັ້ນ.

ຢູ່ອາຟຣິກາໃຕ້ ການໂຮມຊຸມນຸມປະທ້ວງ ຂອງສອງສະຫະພາບແຮງງານ ທີ່ເປັນຄູ່ແຂ່ງ
ໄດ້ຖືກຈັດຂຶ້ນ ທີ່ເມືອງເດີແບນ ແລະຢູ່ໃນເຂດອື່ນຂອງປະເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG