ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ງົດການທົດລອງ ອາວຸດນິວເຄລຍ ແລະລູກສອນໄຟ ຂີປະນາວຸດ ທີ່ຍິງໄລຍະໄກ ໄວ້


ຜູ້ຊາຍຄົນນຶ່ງກຳລັງເບິ່ງໂທລະພາບຢູ່ສະຖານີລົດໄຟແຫ່ງນຶ່ງ ຂອງນະຄອນຫລວງໂຊລ ໃນເກົາຫຼີໃຕ້ ໃນວັນທີ 29 ສິງຫາ 2017 ທີ່ສະແດງໃຫ້ເຫັນການຍິງລູກສອນໄຟຂອງເກົາຫຼີເໜືອ
ຜູ້ຊາຍຄົນນຶ່ງກຳລັງເບິ່ງໂທລະພາບຢູ່ສະຖານີລົດໄຟແຫ່ງນຶ່ງ ຂອງນະຄອນຫລວງໂຊລ ໃນເກົາຫຼີໃຕ້ ໃນວັນທີ 29 ສິງຫາ 2017 ທີ່ສະແດງໃຫ້ເຫັນການຍິງລູກສອນໄຟຂອງເກົາຫຼີເໜືອ

ເກົາ​ຫຼີ​ເໜືອ​ກ່າວ​ວ່າ ຕົນ​ໄດ້​ໂຈະການ​ທົດ​ລອງ​ນິວ​ເຄລຍຂອງຕົນໄວ້ ​ແລ​ະມີ​ແຜນທີ່ຈະ
ປິດສະຖານທີ່ຍິງ​ທົດ​ລອງ​ນິວ​ເຄລຍຂອງຕົນລົງ.

​ສູນ​ກາງ​ອົງການ​ຂ່າວທີ່ເປັນທາງການຂອງເກົາຫຼີ​ເໜືອ​ ກ່າວ​ໃນ​ວັນ​ເສົາມື້​ນີ້​ວ່າ ປະ​ເທດ
ຕົນ “ຈະ​ບໍ່​ໃຊ້​ອາວຸດ​ນິວ​ເຄລຍຕໍ່​ໄປ​ອີກ ຫຼືໂອນເອົາອາວຸດ​ນິວ​ເຄລຍ ຫຼືເທັກ​ໂນ​ໂລ​ຈີ
ກ່ຽວກັບ​ນິວ​ເຄລຍໃຫ້ໃຜບໍ່ວ່າຈະຢູ່ພາຍ​ໃຕ້ສະພາບການ​ໃດໆ​ກໍ​ຕາມ ເວັ້ນເສຍແຕ່ວ່າ
ມີ​ໄພ​ຂົ່ມຂູ່ດ້ານອາວຸດນິວ​ເຄລຍ ​ແລະມີການເກາະຜິດໂດຍໃຊ້ ອາວຸດນິວ​ເຄລຍຕໍ່​ສາ
ທາລະນະ​ລັດປະຊາທິປະໄຕປະຊາຊົນ​ເກົາຫຼີ​ ຫລື ເກົາຫຼີ​ ເໜືອເທົ່ານັ້ນ.”

ກອງທັບເກົາຫຼີ​ເໜືອຍັງໄດ້ໂຈະ​ການ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ໄກ ​ແລະ​ກ່າວ​ວ່າ ການໂຈະການທົດລອງດັ່ງກ່າວ​ເລີ້ມມີ​ຜົນ​ບັງຄັບໃຂ້ນັບແຕ່ໃນ​ວັນ​ເສົາ​ມື້​ນີ້ ເປັນຕົ້ນໄປ.

​ເກົາຫຼີ​ເໜືອ​ກ່າວ​ວ່າ ລັດຖະບານຂອງຕົນ​ກຳລັງ​ທໍາການເຄື່ອນ​ໄຫວ​ເພື່ອຫັນປ່ຽນ​ທິດ​ທາງຈຸດສຸມຂອງປະເທດ ​ແລະເພື່ອ​ປັບປຸງ​ເສດຖະກິດ.

ຄວາມກ້າວໜ້າດັ່ງກ່າວ ໄດ້ມີຂື້ນພາຍໃນເວລາບໍ່ຮອດອາທິດນຶ່ງ ກ່ອນໜ້າທີ່ ​ ​ຜູ້ນຳ​
ເກົາຫຼີ​ເໜືອ ທ່ານ​ກິມ ຈົງ-ອຶນ ມີກໍານົດ​ທີ່​ຈະ​ພົບ​ປະ​ກັບ​ປະທານາທິບໍດີ​ເກົາຫຼີ​ໃຕ້
ທ່ານ​ມູນ ​ແຈ-ອິນ ຢູ່​ກອງ​ປະຊຸມ​ສຸດ​ຍອດ ເພື່ອ​ພະຍາຍາມຍຸດຕິໄພ​ຂົ່ມ​ຂູ່ຂອງ​ນິວ
ເຄລຍຢູ່​ແຫຼມ​ເກົາຫຼີ. ສະຫະລັດ ​ແລະ​ເກົາຫຼີໃຕ້​ກຳ​ລັງ​ວາງ​ແຜນ​ ທີ່ຈະຈັດ​ກອງ​ປະຊຸມ
​ສຸດ​ຍອດ ຕ່າງຫາກອີກ ແຕ່ວ່າຍັງບໍ່ທັນໄດ້​ມີການ​ກຳນົດ​ເວລາເທື່ອ.

ຫຼັງ​ຈາກ​ມີການ​ປະກາດດັ່ງກ່າວອອກມາ ປະ​ທາ​ນາ​ທິບໍດີ​ທຣໍາ ກໍໄດ້ຂຽນຄໍາປະກາດ
ນັ້ນ ​ລົງ​ໃນ​ທວີດ​ເຕີວ່າ “​ເປັນ​ຂ່າວ​ດີ​ແກ່​ເກົາຫຼີ​ເໜືອ​ແລະແກ່​ໂລກ” ​ແລະກໍ​ກ່າວອີກ​ວ່າ ​ທ່ານມີຄວາມຫວັງວ່າຈະມີ​ກອງ​ປະຊຸມ​ສຸດ​ຍອດນັ້ນເກີດຂຶ້ນ.

Mattis: Nothing Will Shake US-Japan Relationship
please wait

No media source currently available

0:00 0:01:00 0:00

ໃນຕອນ​ແລງ​ວັນ​ສຸກ​ວານ​ນີ້ ທ່ານປະທາ​ນາ​ທິບໍດີ​ທຣໍາ ກໍ​ໄດ້ສົ່ງ​ຂໍ້ຄວາມ​ຂຽນ​ລົງ​ທາງ
​ທວີດ​ເຕີອີກວ່າ “ຄວາມ​ຄືບໜ້າ​ທີ່ກໍາລັງມີຢູ່ນີ້ແມ່ນເພື່ອຜົນປະໂຫຍດຂອງ​ທຸກ​ຄົນ.”

ຫ້ອງການ​ປະທານາທິບໍດີ​ເກົາຫຼີ​ໃຕ້ກ່າວ​ວ່າ ການ​ຕັດສິນ​ໃຈ​ຂອງ​ເກົາຫຼີ​ເໜືອເປັນ “ຄວາມກ້າວໜ້າທີ່ມີຄວາມໝາຍ​” ​ແກ່​ການເຮັດໃຫ້​ແຫຼມ​ເກົາ​ຫຼີປອດອາວຸດ​ນິວ​ເຄລຍ.

Onodera: Pressure on North Korea Must Be Maintained
please wait

No media source currently available

0:00 0:01:09 0:00

​ໂຄສົກ​ທຳນຽບປະທານາທິບໍດີຂອງເກົາຫລີໃຕ້ ທ່ານ​ຢຸນ ຢັງ-ຈານ ກ່າວ​ວ່າ “ມັນ​ຍັງ
ຈະເປັນການປະສ່ວນ​ໃນການສ້າງໃຫ້ມີບັນຍາກາດທີ່ເປັນໄປໃນທາງ​ບວກ​ທີ່ສຸດ ເພື່ອ
ເຮັດໃຫ້​ກອງ​ປະຊຸ​ມ​ສຸດ​ຍອດລະຫວ່າງເກົາ​ຫຼີໃຕ້ ​ແລະ​ເກົາຫຼີ​ເໜືອ ​ແລະ ​ກອງ​ປະຊຸ​ມ
ສຸດ​ຍອດລະຫວ່າງ​ເກົາຫຼີ​ເໜືອກັບສະຫະລັດ ທີ່​ຈະ​ມາເຖິງນີ້ ໄດ້ຮັບ​ຜົນສຳ​ເລັດ​.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US North Korea
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG