ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານແມັດຕິສ ມີຄວາມຫວັງ ໄປໃນແງ່ດີ ກ່ຽວກັບ ສັນຕິພາບ ໃນ ອັຟການິສຖານ


ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານເຈມສ໌ ແມັດຕິສ (ທີ 2 ຈາກຊ້າຍ) ເດີນທາງໄປເຖິງ ກອງບັນຊາການ ຂອງອົງການເນໂຕ້ ທີ່ນະຄອນຫຼວງກາບູລ ອັຟການິສຖານ. (ວັນທີ 7 ກັນຍາ 2018)
ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານເຈມສ໌ ແມັດຕິສ (ທີ 2 ຈາກຊ້າຍ) ເດີນທາງໄປເຖິງ ກອງບັນຊາການ ຂອງອົງການເນໂຕ້ ທີ່ນະຄອນຫຼວງກາບູລ ອັຟການິສຖານ. (ວັນທີ 7 ກັນຍາ 2018)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສ ໃນວັນສຸກມື້ນີ້ ໄດ້
ພົບປະກັບປະທານາທິບໍດີອັຟການິສຖານ ທ່ານອາສຣາຟ ການີແລະເຈົ້າໜ້າທີ່ຂັ້ນສູງ
ຄົນອື່ນໆຂອງອັຟການິສຖານ ຮວມທັງຫົວໜ້າບໍລິຫານ ທ່ານອັບດູລລາ ອັບດູລລາ.

ທ່ານການີ ກ່າວໃນລະຫວ່າງການພົບປະກັນວ່າ ການຢຸດເຊົາການໂຈມຕີໂດຍກຳລັງ
ອັຟການິສຖານຕໍ່ທະຫານອົງການເນໂຕ້ແມ່ນບູລິມະສິດຂອງຊາດ. ເຫດການດັ່ງກ່າວ
ຍັງເອີ້ນກັນວ່າເປັນການໂຈມຕີຂອງ “ສີຂຽວຕໍ່ສີຟ້າ” ຫຼືການໂຈມຕີພາຍໃນ. ນອກນັ້ນ
ທ່ານການີຍັງໄດ້ກ່າວຊົມເຊີຍ ການຂະຫຍາຍການໂຈມຕີທາງອາກາດຂອງສະຫະລັດ.

ທ່ານແມັດຕິສ ໄດ້ເດີນທາງໄປເຖິງຖານທັບອາກາດ ແບັກແຣມ ໃນວັນສຸກມື້ນີ້ໃນການ
ຢ້ຽມຢາມທີ່ບໍ່ມີການປະກາດໃຫ້ຊາບລ່ວງໜ້າ ນຶ່ງປີຫຼັງຈາກໄດ້ມີການປະກາດໃຊ້ຍຸດ
ທະສາດໃໝ່ຂອງທຳນຽບຂາວຢູ່ໃນອັຟການິສຖານ.

ເຖິງແມ່ນໄດ້ມີການກໍ່ຄວາມຮຸນແຮງເພີ້ມຂຶ້ນກໍຕາມ ທ່ານແມັດຕິສ ແລະເຈົ້າໜ້າທີ່ຂັ້ນ
ສູງຄົນອື່ນໆຂອງສະຫະລັດກ່າວຢືນຢັດວ່າ ຍຸດທະສາດໃນເຂດເອເຊຍໃຕ້ຂອງປະທາ
ນາທິບໍດີດໍໂນລ ທຣຳທີ່ໄດ້ປະກາດເມື່ອເດືອນສິງຫາ ປີ 2017 ນັ້ນ ກຳລັງຈະຊ່ວຍເຮັດ
ໃຫ້ ບັນຫາຂັດແຍ້ງດັ່ງກ່າວສິ້ນສຸດລົງ.

ທ່ານແມັດຕິສກ່າວຕໍ່ພວກນັກຂ່າວ ໃນຂະນະທີ່ເດີນທາງໄປປະເທດອິນເດຍໃນວັນອັງ
ຄານຜ່ານມານີ້ວ່າ “ເວລານີ້ພວກເຮົາມີເຄື່ອງບົ່ງບອກຫຼາຍຂຶ້ນວ່າການສ້າງຄວາມປອງ
ດອງຊາດນັ້ນ ຈະບໍ່ແມ່ນເປັນພຽງແຕ່ແສງສະທ້ອນຢູ່ທີ່ນັ້ນ ຈະບໍ່ເປັນພຽງແຕ່ພາບລວງ
ຕາອີກຕໍ່ໄປແລ້ວ.”

ທ່ານແມັດຕິສ ໄດ້ຊີ້ໃຫ້ເຫັນ ເຖິງ “ການເປີດການຕິດຕໍ່ສື່ສານ” ແຕ່ກໍບໍ່ເຖິງຂັ້ນກັບໃຫ້
ການຢືນ ກ່ຽວກັບການເຈລະຈາລະຫວ່າງສະຫະລັດກັບກຸ່ມຕາລີບານທີ່ມີລາຍງານວ່າ
ຈັດຂຶ້ນທີ່ປະເທດກາຕ້າ ໃນທ້າຍເດືອນກໍລະກົດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG