ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ໄດ້ກ່າວໂຈມຕີ ການທີ່ຈີນຫັນ
ພວກໝູ່ເກາະ ໃນທະເລຈີນໃຕ້ ທີ່ມີບັນຫາຂັດແຍ້ງກັນ ໃຫ້ກາຍເປັນບ່ອນປະຕິບັດການ
ທາງທະຫານ ໂດຍຢືນຢັດວ່າ ລະບົບອາວຸດຕ່າງໆ ທີ່ໄດ້ສົ່ງໄປປະຈຳການເມື່ອບໍ່ດົນ
ມານີ້ ຢູ່ໃນພື້ນທີ່ດັ່ງກ່າວ ແມ່ນໝາຍທີ່ຈະຂົ່ມຂູ່ ແລະບີບບັງຄັບພວກປະເທດເພື່ອນບ້ານ
ຂອງປັກກິ່ງ.
ຄວາມເຫັນເຫຼົ່ານັ້ນ ໄດ້ມີຂຶ້ນ ໃນລະຫວ່າງ ການກ່າວຄຳປາໄສ ຢູ່ທີ່ ກອງປະຊຸມສົນ
ທະນາ Shangri-La Dialogue ໃນວັນເສົາວານນີ້ ເຊິ່ງເປັນກອງປະຊຸມດ້ານການ
ປ້ອງກັນ ປະຈຳປີ ຂອງອາຊຽນ ໃນສິງກະໂປ. ໃນຄຳປາໄສນັ້ນ ທ່ານ ແມັດຕິສ ໄດ້
ວາງອອກ ຍຸດທະສາດ ສະຫະລັດ ທີ່ກວ່າງຂວາງກວ່າເກົ່າ ເພື່ອໃຫ້ຂົງເຂດ ອິນໂດ-
ປາຊີຟິກ “ເສລີ ແລະເປີດກວ້າງ.”
ທ່ານ ແມັດຕິສ ໄດ້ກ່າວວ່າ “ນະໂຍບາຍຂອງຈີນ ຢູ່ໃນທະເລຈີນໃຕ້ ຢືນຢູ່ໃນທາງ
ທີ່ກົງກັນຂ້າມ ກັບ ຍຸດທະສາດຄວາມເປີດກວ້າງ ທີ່ພວກເຮົາສົ່ງເສີມນັ້ນ. ມັນໄດ້
ຮຽກຮ້ອງໃຫ້ມີຄຳຖາມວ່າ ເປົ້າໝາຍອັນກວ້າງຂວາງຂອງຈີນ.”
ໂດຍສະເພາະແລ້ວ ຫົວໜ້າທຳນຽບຫ້າແຈ ໄດ້ເອີ່ຍເຖິງ ການຕິດຕັ້ງລູກສອນໄຟຕໍ່ຕ້ານ
ກຳປັ່ນ ແລະ ລູກສອນໄຟຍິງຈາກພື້ນດິນ ສູ່ອາກາດ ເຄື່ອງລົບກວນອີເລັກໂທຣນິກ
ແລະ ການບິນລົງຈອດຂອງເຮືອບິນຖິ້ມລະເບີດ ຢູ່ໝູ່ເກາະ ປາຣາແຊລ ນອກຝັ່ງຂອງ
ຫວຽດນາມ.
ທ່ານ ແມັດຕິສ ກ່າວເພີ່ມວ່າ “ການກ່າວອ້າງຂອງຈີນ ແມ່ນກົງກັນຂ້າມ ກັບການເອົາ
ລະບົບ ດັ່ງກ່າວນີ້ໄປຕິດຕັ້ງໄວ້ ທີ່ພົວພັນໂດຍກົງ ກັບການໃຊ້ການທະຫານ ທີ່ມີຈຸດ
ປະສົງເພື່ອນາບຂູ່ ແລະສ້າງຄວາມຢ້ານກົວ.”