ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສ ໄດ້ປະນາມຕໍ່ການທີ່ຈີນ
ໄດ້ສ້າງຄ້າຍທະຫານໃສ່ບັນດາໝູ່ເກາະໝູ່ດອນ ທີ່ຍັງມີການຂັດແຍ້ງ ໃນທະເລຈີນ
ໃຕ້ ໂດຍຢືນຢັດວ່າລະບົບອາວຸດທີ່ຫາກໍ່ນຳໄປຕິດຕັ້ງໄວ້ຢູ່ໃນເຂດດັ່ງ ກ່າວ ແມ່ນມີ
ຄວາມໝາຍວ່າເພື່ອຄຸກຄາມແລະຂົ່ມຂູ່ຕໍ່ບັນດາປະເທດເພື່ອນບ້ານ ຂອງຈີນ.
ການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນໃນລະຫວ່າງການກ່າວຄຳປາໄສໃນວັນເສົາມື້ນີ້
ຢູ່ທີ່ກອງປະຊຸມປ້ອງກັນປະເທດປະຈຳປີເຂດເອເຊຍ ຊັງກຣີ-ລາ. ທ່ານແມັດຕິສ ໄດ້
ກ່າວເຖິງຍຸດທະສາດ ໃນຂອບເຂດທີ່ກ້ວາງຂວາງຂອງສະຫະລັດສຳລັບ ເຂດອິນໂດ
ປາຊິຟິກ ທີ່“ເສລີ ແລະເປີດກວ້າງ.”
ທ່ານແມັດຕິສ ກ່າວວ່າ “ນະໂຍບາຍຂອງຈີນຢູ່ທະເລຈີນໃຕ້ ແມ່ນກົງກັນຂ້າມຢ່າງແຮງກັບການເປີດກວ້າງ ທີ່ຍຸດທະສາດຂອງພວກເຮົາຊຸກຍູ້. ມັນໄດ້ພາໃຫ້ມີຄຳ
ຖາມກ່ຽວກັບເປົ້າໝາຍໃນຂອບເຂດທີ່ກວ້າງຂວາງຂອງຈີນ.”
ໂດຍສະເພາະແລ້ວ ຫົວໜ້າທຳນຽບຫ້າແຈ ໄດ້ກ່າວເຖິງການຕິດຕັ້ງລູກສອນໄຟຕໍ່
ຕ້ານກຳປັ່ນ ແລະຍິງຈາກພື້ນດິນຫາອາກາດ ເຄື່ອງລົບກວນອີເລັກໂຕຣນິກ ແລະ
ການນຳເອົາເຮືອບິນຖີ້ມລະເບີດລົງຈອດຢູ່ໝູ່ເກາະພາຣາແຊລ ທີ່ຕັ້ງຢູ່ນອກຝັ່ງທະເລຂອງຫວຽດນາມ.
ທ່ານແມັດຕິສ ກ່າວເພີ້ມອີກວ່າ “ເຖິງແມ່ນຈີນໄດ້ກ່າວອ້າງໃນທາງກົງກັນຂ້າມກໍດີ
ແຕ່ການຕິດຕັ້ງລະບົບອາວຸດເຫລົ່ານີ້ ແມ່ນພົວພັນໂດຍກົງກັບການນຳໃຊ້ທາງທະ
ຫານ ໃນຈຸດປະສົງເພື່ອການຄຸກຄາມແລະຂົ່ມຂູ່.”
ເຖິງແມ່ນວ່າສ່ວນໃຫຍ່ຂອງໂລກ ກຳລັງເພັ່ງເລັງໃສ່ກອງປະຊຸມສຸດຍອດທີ່ຈະມີຂຶ້ນ
ລະຫວ່າງເກົາຫຼີເໜືອ ແລະສະຫະລັດ ແຕ່ກອງປະຊຸມສົນທະນາຊັງກຣີ-ລາ ປີນີ້ໄດ້
ເນັ້ນໜັກໃສ່ ຕົ້ນຕໍແລ້ວແມ່ນອະນາຄົດໃນໄລຍະຍາວຂອງຂົງເຂດ ແລະຈະຮັບມື
ແບບໃດກັບຈີນທີ່ມີຄວາມເຊື່ອໝັ້ນຫຼາຍຂຶ້ນນັ້ນ.
ປັກກິ່ງໄດ້ເລີ້ມຂະຫຍາຍອຳນາດໄກອອກໄປຈາກເຂດແດນຂອງຕົນສ່ວນໃຫຍ່ແລ້ວ ແມ່ນໂດຍການສ້າງເກາະທຽມ ແລະຕັ້ງຕິດອາວຸດ ໃສ່ບັນດາໝູ່ເກາະ ທີ່ຍັງເປັນບັນ
ຫາໂຕ້ແຍ້ງໃສທະເລຈີນໃຕ້.
ຈີນ ໄດ້ອ້າງເອົາກຳມະສິດ ໃນທະເລຈີນໃຕ້ເກືອບທັງໝົດ ເຖິງແມ່ນໄດ້ມີການອ້າງ
ເອົາອະທິປະໄຕກວມກັນກັບປະເທດອື່ນໆ ຮວມທັງ ຫວຽດນາມ ຟິລິບປີນ ບຣູນາຍ
ມາເລເຊຍ ແລະໄຕ້ຫວັນ.