ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະທ້ວງຂະໜາດໃຫຍ່ ແລະນັດຢຸດງານ ຍັງດໍາເນີນຢູ່ຕໍ່ໄປ ລະຫວ່າງການຂັດຂວາງຕໍ່ຕ້ານການປະຕິຮູບ ອອກບໍານານ ຂອງຝຣັ່ງ

ໃນລະຫວ່າງການປະທ້ວງຢູ່ໃນປະເທດຝຣັ່ງ, ຜູ້ປະທ້ວງ ໄດ້ແກວ່ງຮູບຂອງທ່ານມາກຣົງໄປມາ ໂດຍຮ້ອງວ່າ "ມາກຣົງ ເຮັດໃຫ້ສັງຄົມໜ້າລັງກຽດ," ວັນທີ 23 ມີນາ 2023.
ໃນລະຫວ່າງການປະທ້ວງຢູ່ໃນປະເທດຝຣັ່ງ, ຜູ້ປະທ້ວງ ໄດ້ແກວ່ງຮູບຂອງທ່ານມາກຣົງໄປມາ ໂດຍຮ້ອງວ່າ "ມາກຣົງ ເຮັດໃຫ້ສັງຄົມໜ້າລັງກຽດ," ວັນທີ 23 ມີນາ 2023.

ອາເດລລິນ ເລເຟເວຣ (Adeline Lefebvre) ໄດ້ຖືກບຽດແໜ້ນທັດຈາກແຜງຂາຍໜັງສືພິມ ໃນຂະນະທີ່ຝູງຊົນຜູ້ປະທ້ວງ ທີ່ຂະຫຍາຍວົງກວ້າງຂຶ້ນນັ້ນ ໄດ້ຊຸກດັນລາວຜ່ານບໍລິເວນ Place de la Bastille ເຊິ່ງເປັນຈະຕຸລັດ​ທີ່​ສຳ​ຄັນໃນ Paris ທີ່ໄດ້ຮັບຊື່ສຽງຈາກສະ​ໄໝການປະຕິວັດໃນປະເທດຝຣັ່ງ.

ເພງຣັອກຖືກເປີດສຽງດັງ ແລະໝາກບາລລູນຂະໜາດໃຫຍ່ຂອງພັກແຮງງານຝ່າຍຊ້າຍ ໄດ້ລ່ອງລອຍຢູ່ເທິງອາກາດ ໃນມື້ທີ 9 ຂອງການນັດຢຸດງານຢູ່ໃນທົ່ວປະເທດ ແລະການປະທ້ວງຕໍ່ຕ້ານຕໍ່ການປະຕິຮູບ ການ​ອອກບໍານານ ທີ່ບໍ່ເປັນນິຍົມ ຂອງປະທານາທິບໍດີຝຣັ່ງ ທ່ານເອັມມາ​ນູ​ແອລ ມາກຣົງ.

ໃນຂະນະທີ່ເຂົ້າຮ່ວມເດີນຂະບວນກັບເພື່ອນຮ່ວມງານໃນນະຄອນຫຼວງ Paris ໃນວັນທີ 23 ມີນາ 2023, ພະນັກງານເຮັດວຽກກໍ່ສ້າງ ທ້າວດີເຈກຸນດາ Djcounda Traore (ຂວາ) ກ່າວວ່າ ວຽກຂອງລາວມັນຍາກຫຼາຍທີ່ຈະສືບຕໍ່ເຮັດວຽກຈົນຮອດອາຍຸ 64 ປີ.

ເລເຟເວຣ ອາຍຸ 58 ປີ, ເຊິ່ງມີອາຊີບເປັນພະນັກງານເລຂາ ໂດຍນາງເລີ້ມເຮັດວຽກຕອນທີ່ນາງມີອາຍຸ 17 ປີ, ກໍເປັນນຶ່ງໃນຈໍານວນຫຼາຍໆຄົນທີ່ໄດ້ຮັບຜົນກະທົບ.

“ທ່ານມາກຣົງ ຈໍາເປັນຕ້ອງເຂົ້າໃຈວ່າ ຫຼາຍໆສິ່ງມັນບໍ່ເປັນໄປຕາມທີ່ລາວຄິດໄວ້,” ນາງກ່າວ ເຖິງການຄັດຄ້ານຢ່າງກວ້າງຂວາງ ຕໍ່ແຜນການຂອງ ທ່ານມາກຣົງ ເຊິ່ງເພີ້ມອາຍຸການອອກບໍານານຈາກ 62 ປີ ຂຶ້ນເປັນ 64 ປີ. “ພວກເຮົາຈໍາເປັນຕ້ອງໄດ້ເລີ້ມຕົ້ນໃໝ່ທັງໝົດ, ແຕ່ທ່ານມາກຣົງ ໄດ້ປະຕິເສດທັງໝົດໂດຍລວມ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG