ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຄົນຈໍານວນຫຼາຍ ພາກັນເບິ່ງປາກົດການສຸລິຍະຄາດເຕັມດວງ ເໜືອທ້ອງຟ້າສະຫະລັດ


ລາຍງານກ່ຽວກັບ ປາກົດການສຸລິຍະຄາດຢູ່ໃນສະຫະລັດ.

ກ່ອນປາກົດການສຸລິຍະຄາດ ທີ່ຫາກໍຜ່ານຜົ້ນໄປແລ້ວ ໃນຈັນວັນທີ 8 ຜ່ານມານີ້ ປະຊາຊົນຫຼາຍລ້ານຄົນໃນສະຫະລັດ ຈາກລັດເທັກຊັສ ໄປຫາລັດເມນ ພາກັນແນມຂຶ້ນທ້ອງຟ້າ ເພື່ອເບິ່ງກົບກິນຕາເວັນ ຫຼື ສຸລິຍະຄາດເຕັມດວງ ທີ່ບໍ່ຄ່ອຍເກີດຂຶ້ນເລື້ອຍ. ເຄນ ຟາຣາບອບ (Kane Farabaugh) ນັກ​ຂ່າວ​ VOA ໄດ້​ເຂົ້າ​ຮ່ວມໃນງານ​ເບິ່ງເຫດການນີ້ ທີ່ຈັດ​ໂດຍອົງການ NASA ແລະ​ມະຫາວິທະຍາ​ໄລ ເພີດູ (Purdue) ຢູ່ທີ່ສະໜາມແຂ່ງລົດໃນນະຄອນອິນເດຍນາໂພລິສ (Indianapolis Motor Speedway) ​ແລະ​ມີລາຍງານ, ເຊິ່ງ ທິບສຸດາ ຈະນຳລາຍລະອຽດມາສະເໜີທ່ານ.

ການຕັດສິນໃຈທີ່ຈະມານະຄອນອິນເດຍນາໂພລິສ, ໃນສະໜາມແຂ່ງລົດທີ່ມີຊື່ສຽງຂອງລັດອິນເດຍນາ ເພື່ອເຂົ້າຮ່ວມເບິ່ງສຸລິຍະຄາດເຕັມດວງກັບຝູງຊົນ ທີ່ມີຂຶ້ນໃນນາທີສຸດທ້າຍສໍາລັບ ທ້າວເອັນຣິເກ ຄາຕາລານ (Enrique Catalan) ແລະຄອບຄົວຂອງລາວ, ເຊິ່ງມັນຄວນຈະເປັນມື້ເຂົ້າໂຮງຮຽນປົກກະຕິສໍາລັບລູກໆຂອງລາວ.

ທ້າວເອັນຣິເກ ຄາຕາລານ, ຜູ້ທີ່ໄດ້ມາເບິ່ງສຸລິຍະຄາດ:

“ພວກ​ເຮົາ​ໃຫ້ຂາດໂຮງຮຽນໃນມື້ນີ້! ເຊິ່ງເຂົາເຈົ້າໄດ້ຮັບການອະນຸຍາດຈາກພວກເຮົາແລ້ວ!”

ທ້າວ ຄາຕາລານ ແລະຄອບຄົວຂອງລາວ ພາກັນຂັບລົດສອງຊົ່ວໂມງຈາກພາກເໜືອຂອງລັດອິນເດຍນາ ເພື່ອມາເບິ່ງບາງສິ່ງທີ່ສ້າງຄວາມປະທັບໃຈໃຫ້ກັບລາວ ສະໄໝຍັງຫນຸ່ມ ໃນປະເທດເມັກຊິໂກ ລະຫວ່າງການເກີດສຸລິຍະຄາດບາງສ່ວນ.

ທ້າວເອັນຣິເກ ຄາຕາລານ ເວົ້າວ່າ:

“ປະສົບການ, ມັນເປັນເອກະລັກສໍາລັບຂ້ອຍ. ນັ້ນ ແມ່ນເຫດຜົນທີ່ເຮັດໃຫ້ພວກເຮົາມາຢູ່ນີ້. ຂ້ອຍ​ຍັງຈື່​ໃນຍາມທີ່ມັນ​ເກີດ​ຂຶ້ນ​ເມື່ອຕອນຂ້ອຍ​ຍັງ​ນ້ອຍ, ແລະ​ໃນ​ປັດ​ຈຸ​ບັນ ​ຂ້ອຍ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ປະ​ສົບ​ການອັນ​ດຽວ​ກັນ, ແຕ່​ພວກ​ເຂົາ​ເຈົ້າ​ ຈະ​ໄດ້​ຮັບປະ​ສົບ​ກັບ ສຸລິຍະຄາດເຕັມດວງ.”

ສະໜາມແຂ່ງລົດ ແມ່ນນຶ່ງໃນຫຼາຍໆສະຖານທີ່ ທີ່ອົງການ NASA ແລະຄູ່ຮ່ວມງານຂອງພວກເຂົາ ເປັນເຈົ້າພາບຈັດລາຍການຂອງ “ເສັ້ນທາງແຫ່ງຄວາມມືດຢ່າງເຕັມສ່ວນ,” ໃນຂອບເຂດຂອງສະຫະລັດ ທີ່ສາມາດເຫັນດວງຈັນປິດບັງດວງຕາເວັນໄດ້ຢ່າງສົມບູນ ໃນຂະນະທີ່ສຸລິຍະຄາດ ໄດ້ເຄື່ອນໄປຕາມທາງຂອງມັນຂຶ້ນສູ່ທິດຕາເວັນອອກສຽງເໜືອ.

ທ້າວຊາຣ໌ (Charles) ແລະ ນາງເຄທີ ມາເຮີ (Cathy Maher) ຈາກນະຄອນຊິກາໂກ້, ລັດອີລີນອຍ ຮູ້ສຶກວ່າ ການເຂົ້າຮ່ວມເບິ່ງເຫດການດັ່ງກ່າວກັບຝູງຊົນຈໍານວນຫຼວງຫຼາຍໃນນະຄອນອິນເດຍນາໂພລິສນັ້ນ ເປັນຊ່ວງເວລາແຫ່ງຄວາມສາມັກຄີໃນປະເທດ ທີ່ມີລັກສະນະທາງດ້ານການເມືອງ ໃນປີແຫ່ງການເລືອກຕັ້ງປະທານາທິບໍດີ.

ທ້າວຊາຣ໌ ແລະ ນາງເຄທີ ມາເຮີ, ຜູ້ທີ່ໄດ້ເຂົ້າເບິ່ງສຸລິຍະຄາດເຕັມດວງ:

ເວົ້າວ່າ: “ບໍ່ມີຜູ້ໃດຈະເວົ້າກ່ຽວກັບວ່າ ຕາເວັນຢູ່ເບື້ອງໃດ ຫຼື ດວງຈັນຢູ່ເບື້ອງໃດ.”

ທ່ານເວົ້າຕໍ່ໄປວ່າ: “ມັນບໍ່ແມ່ນສີແດງ ຫຼື ສີຟ້າ.”

ສ່ວນທ່ານນາງ ເຄທີ ມາເຮີ ເວົ້າວ່າ: “ມັນເປັນລັກສະນະຂອງການພັກຜ່ອນພຽງໜ້ອຍນຶ່ງ ຈາກທຸກສິ່ງທີ່ກໍາລັງເກີດຂຶ້ນຢູ່.”

ທ່ານນາງແພມ ເມລຣອຍ (Pam Melroy), ຮອງຜູ້ບໍລິຫານງານຂອງອົງການ NASA ກ່າວວ່າ:

“ມື້ນີ້, ຊາວອາເມຣິກັນຫຼາຍລ້ານຄົນ ຈະຢືນຮ່ວມກັນ, ແນມເບິ່ງທ້ອງຟ້າທີ່ໜ້າມະຫັດສະຈັນ ແລະປະຫຼາດໃຈ ກັບຄວາມບັງເອີນຂອງລະບົບຈັກກະວານນີ້ ທີ່ເຮັດໃຫ້ດວງຈັນຂອງພວກເຮົາ ເບິ່ງຄືວ່າ ມັນມີຂະຫນາດດຽວກັນກັບດວງຕາເວັນ.”

ຮອງຜູ້ບໍລິຫານງານອົງການ NASA ທ່ານນາງແພມ ເມລຣອຍ ກ່າວວ່າ ຄວາມພະຍາຍາມຂອງອົງການທ່ານນາງ ເພື່ອສຶກສາປາກົດການທີ່ບໍ່ຄ່ອຍເກີດຂຶ້ນນີ້ ທີ່ບໍ່ພຽງແຕ່ເປັນເຫດການຄັ້ງດຽວ ຢູ່ໃນສະຖານທີ່ບໍ່ເທົ່າໃດແຫ່ງໃນທົ່ວປະເທດເທົ່ານັ້ນ.

ທ່ານນາງແພມ ເມລຣອຍ ເວົ້າວ່າ:

"ພວກເຮົາມີລາຍການ ທີ່ຄົນຈໍານວນນຶ່ງໄດ້ຮັບການຝຶກອົບຮົມໃຫ້ໃຊ້ກ້ອງສ່ອງດວງຕາເວັນຢູ່ໃນທົ່ວປະເທດ."

ທ່ານມັງ ຊຽງ (Mung Chiang), ອະທິການບໍດີມະຫາວິທະຍາໄລເພີດູ ໃນລັດອິນເດຍນາ, ເຊິ່ງມີຈໍານວນນັກຮຽນຫຼາຍຄົນ ທີ່ເປັນໜ້າເປັນຕາ ໂດຍຈົບການສຶກສາ ແລ້ວກາຍເປັນນັກບິນອະວະກາດຂອງອົງການ NASA. ທ່ານຫວັງວ່າ ການເຂົ້າເຖິງສຸລິຍະຄາດຂອງຊາວຫນຸ່ມອາເມຣິກັນຈໍານວນຫຼວງຫຼາຍ ອາດຈະຊ່ວຍສ້າງແຮງບັນດານໃຈໃຫ້ແກ່ພວກເຂົາເຈົ້າ ໄດ້ມາດໍາເນີນອາຊີບດ້ານວິທະຍາສາດ.

ທ່ານມັງ ຊຽງ ເວົ້າວ່າ:

“ມັນບໍ່ແມ່ນພຽງແຕ່ງານລ້ຽງເພື່ອແນມເບິ່ງ ໃນເວລາສາມນາທີເທົ່ານັ້ນ. ມັນແມ່ນເສັ້ນ​ທາງແຫ່ງ​ການ​ສຶກ​ສາ​ຕະຫຼອດ​ຊີ​ວິດ, ແລະ​ມື້​ນີ້ ແມ່ນ​ເປັນ​ການ​ຢຸດ​ທີ່ມີຄວາມໝາຍພິເສດທີ່ສຸດ ​ໃນ​ການ​ເດີນ​ທາງ​ນັ້ນ.”

ສຳ​ລັບ​ຜູ້ໃດຜູ້ນຶ່ງ​ທີ່​ບໍ່ໄດ້​ເຫັນ​ສຸ​ລິ​ຍະ​ຄາດ​ເຕັມດວງ​ ໃນ​ປີ 2024, ກໍຈະມີໂອ​ກາດ​ຕໍ່​ໄປ​ທີ່​ຈະໄດ້​ເຫັນ ຢູ່ໃນ​ສະ​ຫະ​ລັດໂດຍກົງອີກຄັ້ງ ເຊິ່ງ​ຈະ​ບໍ່​ເກີດ​ຂຶ້ນ​ຈົນກວ່າຮອດປີ 2044 ແລະ ປີ 2045.

Millions of people in the United States from Texas to Maine looked to the sky to witness a rare total solar eclipse. VOA’s Kane Farabaugh attended a viewing event hosted by NASA and Purdue University at the Indianapolis Motor Speedway and has more.

The decision to come to Indianapolis, Indiana’s famous Motor Speedway to join the crowd of spectators witnessing a total solar eclipse came at the last minute for Enrique Catalan and his family. It was supposed to be a regular day of school for his children.

Enrique Catalan, Eclipse Viewer:

“We’re skipping today! They are approved by us!”

Catalan and his family drove two hours from northern Indiana to witness something that had left an impression on him as a teenager in Mexico during a partial eclipse.

Enrique Catalan, Eclipse Viewer:

“The experience, it was unique to me. That’s why we are here. I remember when it happened when I was young, and now I want them to experience it as well… but they are going to experience a total eclipse.”

The racetrack was one of several locations where NASA and its partners hosted programming in the “path of totality,” the swath of the U.S. that can see the moon completely blocking the sun as the eclipse makes it way northeast.

Charles and Cathy Maher from Chicago, Illinois, felt sharing the event with the massive crowd in Indianapolis was a unifying moment in a country politically polarized in a presidential election year.

Charles and Cathy Maher, Eclipse Viewers:

Cathy Maher: “Nobody’s going to be talking about what side the sun is on or the moon is on…

Charles Maher: “…it’s not red or blue…

Cathy Maher: “…it is sort of a little break from everything that's going on.”

Pam Melroy, NASA Deputy Administrator:

“Today, millions of Americans will stand together, looking up at the sky in awe and wonder at this cosmic coincidence that makes our moon look like it's exactly the same size as the sun.”

NASA Deputy Administrator Pam Melroy says her agency’s efforts to study this rare event weren’t isolated to just a few locations across the country.

Pam Melroy, NASA Deputy Administrator:

“We have a program where some people have been trained to use solar telescopes all around the country.”

Mung Chiang is president of Indiana’s Purdue University, which boasts a number of graduates who became NASA astronauts. He hopes the accessibility of the eclipse to a large number of young Americans might help inspire them to pursue careers in science.

Mung Chiang, Purdue University President:

“It is not just a watch party for three minutes. It is a lifelong educational journey, and today is a very meaningful special stop along that journey.”

For those who missed witnessing the 2024 total solar eclipse, the next opportunities to see one firsthand in the United States won’t occur until 2044 and 2045.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG