ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄໍາສັ່ງ ໃຫ້ມີການຍົກຍ້າຍຂະໜາດໃຫຍ່ ເນື່ອງຈາກພາຍຸເຮີຣິເຄນ ອຽນ ມຸ້ງໜ້າເຂົ້າມາສູ່ລັດຟລໍຣິດາ


ການສັນຈອນທີ່ໜ້າແໜ້ນ ແລະຕິດຂັດ ໄດ້ມຸ້ງໜ້າໄປທາງທິດຕາເວັນອອກໃນຖະໜົນລະຫວ່າງລັດໝາຍເລກ 4 ເນື່ອງຈາກປະຊາຊົນພາກັນ​ຍົກຍ້າຍອອກມາ ​ໃນການກຽມພ້ອມສໍາລັບພາຍຸເຮີຣີເຄນອຽນ ທີ່ກໍາລັງມຸ້ງໜ້າເຂົ້າສູ່ທາງທິດຕາເວັນຕົກຂອງລັດ, ວັນທີ 27 ກັນຍາ 2022, ບໍລິເວນທະເລສາບ ອາລເຟຣດ, ລັດຟລໍຣິດາ.
ການສັນຈອນທີ່ໜ້າແໜ້ນ ແລະຕິດຂັດ ໄດ້ມຸ້ງໜ້າໄປທາງທິດຕາເວັນອອກໃນຖະໜົນລະຫວ່າງລັດໝາຍເລກ 4 ເນື່ອງຈາກປະຊາຊົນພາກັນ​ຍົກຍ້າຍອອກມາ ​ໃນການກຽມພ້ອມສໍາລັບພາຍຸເຮີຣີເຄນອຽນ ທີ່ກໍາລັງມຸ້ງໜ້າເຂົ້າສູ່ທາງທິດຕາເວັນຕົກຂອງລັດ, ວັນທີ 27 ກັນຍາ 2022, ບໍລິເວນທະເລສາບ ອາລເຟຣດ, ລັດຟລໍຣິດາ.

ປະຊາຊົນຫຼາຍກວ່າ 2 ລ້ານຄົນທີ່ອາໄສຢູ່ໃນລັດຟລໍຣິດາທາງທິດຕາເວັນ​ອອກ ສຽງໃຕ້ຂອງສະຫະລັດໄດ້ຖືກສັ່ງໃຫ້ຍົກຍ້າຍອອກຈາກເຮືອນຂອງພວກເຂົາເຈົ້າແລ້ວ ໃນຂະນະທີ່ພາຍຸເຮີຣີເຄນອຽນໄດ້ຄ່ອຍໆເຄື່ອນເຂົ້າມາຢ່າງຕໍ່ເນື່ອງສູ່ເຂດ ອ່າວທະເລ ທາງທິດຕາເວັນຕົກຂອງລັດ​ດັ່ງ​ກ່າວ.

ນັກພະຍາກອນອາກາດ ຢູ່ທີ່ສູນ​ກາງເຮີຣິເຄນແຫ່ງຊາດ ຫຼື NHC ເຊິ່ງມີຫ້ອງ ການຕັ້ງຢູ່ໃນໄມອາມີ ກ່າວວ່າ ພາຍຸເຮີຣິເຄນ ອຽນ ກໍາລັງພັດ​ເຂົ້າ​ສູ່ອ່າວເມັກຊິໂກ ພ້ອມ​ດ້ວຍລົມທີ່ມີຄວາມແຮງສູງເຖິງ 195 ກິໂລແມັດຕໍ່ຊົ່ວໂມງ, ເຮັດໃຫ້ເປັນພາ​ຍຸລະດັບ 3 ຂອງ​ທັງ​ໝົດ 5 ລະດັບ ອີງຕາມຄວາມ​ແຮງຂອງລົມ ແລະຄວາມສາມາດໃນການທໍາລາຍ.

ໃນລາຍງານຫຼ້າສຸດເປີດເຜີຍວ່າ ພາຍຸດັ່ງກ່າວ ແມ່ນຢູ່ຫ່າງປະມານ 175 ກິໂລ ແມັດໄປທາງທິດຕາເວັນຕົກສຽງໃຕ້ຈາກເມືອງ​ເນ​ໂປ​ສ໌ຂອງລັດຟລໍຣິດາ. NHC ເປີດເຜີຍວ່າ ພາຍຸອຽນ ຈະພັດຜ່ານພຽງແຕ່ບໍລິເວນ ຄີ ແວັດ ເຊິ່ງເປັນໝູ່ເກາະທີ່ຕັ້ງຢູ່ປາຍຂອງແຫຼມຟລໍຣິດາ ໃນຕອນເຊົ້າຂອງວັນພຸດມື້ນີ້. ມີການຄາດຄະເນວ່າ ພາຍຸອຽນ ຈະມີຄວາມແຮງເພີ້ມຂຶ້ນ ແລ້ວກາຍມາເປັນພາຍຸເຮີຣິເຄນທີ່ມີຄວາມແຮງທີ່​ເປັນອັນຕະລາຍໃນລະດັບ 4, ກ່ອນທີ່ມັນຈະພັດຂຶ້ນບົກ ໄລຍະເວລາໃດນຶ່ງໃນຕອນສວາຍຂອງວັນພຸດນີ້ ຫຼືຕອນກາງຄືນ ຢູ່ລະຫວ່າງໂຕເມືອງ ຝອດ ມາຍເອີສ໌ (Fort Myers) ແລະເມືອງຊາຣາໂຊຕາ ຂອງລັດຟລໍຣິດາ.

ນັກພະຍາກອນຄາດການວ່າ ພາຍຸເຮີຣິເຄນອຽນ ຈະພາ​ໃຫ້​ເກີດຄື້ນຟອງທີ່ເປັນໄພຄຸກຄາມຕໍ່ຊີວິດ, ເຊິ່ງຈະກາຍເປັນໄພພິບັດທີ່ມີລົມແຮງ ແລະນໍ້າຖ້ວມຢູ່ບໍລິ ເວນແຫຼມຟລໍຣິດາ ໃນລະຫວ່າງທີ່ພາຍຸດັ່ງກ່າວພັດຜ່ານພາກກາງຂອງລັດແຫ່ງນີ້ໃນຕອນແລງຂອງວັນພຸດມື້ນີ້ ແລະໃນວັນພະຫັດມື້ອື່ນ ກ່ອນທີ່ມັນຈະພັດກັບຄືນສູ່ມະຫາສະໝຸດແອັດແລນຕິກຕາ​ເວັນ​ຕົກ. ຍັງມີການຄາດຄະເນວ່າ ພາຍຸອຽນຈະເຮັດໃຫ້ປະລິມານຂອງຝົນເພີ້ມຂຶ້ນລະຫວ່າງ 30 ຫາ 60 ຊັງຕິແມັດ ຈາກບໍລິເວນໝູ່ເກາະ ຄີ ແລະພາກໃຕ້ຂອງລັດຟລໍຣິດາເຂົ້າສູ່ລັດຈໍເຈຍ ແລະລັດຄາໂຣໄລນາໃຕ້ ທີ່ເປັນລັດໃກ້ຄຽງ.

ຖ້ຽວບິນຫຼາຍພັນຖ້ຽວໄດ້ຖືກຍົກເລີກ ລຸນຫຼັງທີ່ມີການຄາດ​ຄະ​ເນວ່າ ສາຍການ ບິນສໍາຄັນຫຼາຍໆສາຍຈະກາຍເປັນເສັ້ນທາງຂອງພາຍຸ, ລວມທັງສະໜາມບິນຂອງເມືອງແທມປາ ແລະເມືອງ ເຊນປີເຕີສເບີກ ກໍໄດ້ຢຸດການດໍາເນີນງານເຊັ່ນກັນ.

ການທໍາລາຍຈາກພາຍຸອຽນທີ່ອາດຈະເກີດຂຶ້ນນັ້ນ ໄດ້ຜັກດັນໃຫ້ໜ່ວຍງານອະ ວະກາດຂອງ​ອົງ​ການ NASA ສະຫະລັດ ຕ້ອງໄດ້ເລື່ອນ​ເວ​ລາ​ໃນ​ການ​ປ່ອຍຍານອະວະກາດໂອຣຽນ ແລະຈະຫຼວດອາເຕມິສ 1 ທີ່ມີຂະໜາດໃຫຍ່ຂອງພວກເຂົາເຈົ້າ ຈາກສູນ​ກາງ​ສົ່ງຍານອະວະກາດເຄັນເນດີ ເຊິ່ງຕັ້ງຢູ່ບໍລິເວນຊາຍຝັ່ງທາງທິດຕາເ​ວັນອອກຂອງລັດຟລໍຣິດາ ກັບຄືນເຂົ້າໄປຕຶກອາຄານສໍາລັບປະ ກອບຍານດັ່ງກ່າວ, ອັນໄດ້ເຮັດໃຫ້ມີຄວາມຫຼ້າຊ້າ ໃນການທົດລອງບິນກວ່າເວ ລາທີ່ກໍານົດໄວ້ໄປອີກຫຼາຍອາທິດ.

ໂຄສົກຂອງທໍານຽບຂາວ ທ່ານນາງຄາຣິນ ຊັງ ພີ​ແອ (Karrine Jean-Pierre) ກ່າວຢູ່ທີ່ທວິດເຕີ້ຂອງທ່ານ​ນາງໃນວັນອັງຄານວານນີ້ວ່າ ປະທານາທິບໍດີ ໂຈ ໄບເດັນ ໄດ້ໂອ້ລົມກັບຜູ້ປົກຄອງລັດຟລໍຣິດາ ທ່ານຣອນ ເດແຊນຕິສ ເພື່ອ “ປຶກສາຫາລືກ່ຽວກັບບາດກ້າວຕ່າງໆທີ່ລັດຖະບານກາງກໍາລັງດໍາເນີນງານເພື່ອຊ່ວຍເຫຼືອປະຊາຊົນໃນລັດຟລໍຣິດາ ກະກຽມການຮັບມືກັບພາຍຸເຮີຣິເຄນ ອຽນ.” ປະທານາທິບໍດີ ໂຈ ໄບເດັນ ໄດ້ປະ​ກາດພາວະສຸກເສີນ ໃຫ້ແກ່ລັດຟລໍຣິດາ, ໂດຍອະນຸມັດໜ່ວຍງານ​ຮັບ​ມື​ກັບ​ເຫດ​ການສຸກເສີນຂອງລັດຖະບານກາງປະສານ ຄວາມພະຍາຍາມ ໃນການຊ່ວຍບັນເທົາໄພພິບັດ ແລະແຈກຢາຍເງິນທຶນຂອງລັດຖະບານກາງເພີ້ມເຕີມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG