ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການປະກາດ ກົດໄອຍະການເສິກ ແລະລະດົມກຳລັງຢ່າງເຕັມສ່ວນ ໃນອາເມເນຍ ຫລັງຈາກ ມີການປະທະກັນ ກັບ ອາເຈີບາຍຈານ


ພາບຖ່າຍທີ່ເຜີຍແຜ່ໂດຍກະຊວງປ້ອງກັນປະເທດຂອງອາເມເນຍ ໃນວັນທີ 27 ກັນຍາ, 2020 ສະແດງໃຫ້ເຫັນວ່າ ກໍາລັງທະຫານຂອງອາເມເນຍທໍາລາຍພາຫະນະຂອງກອງທັບອາເຈີບາຍຈານ ຢູ່ເສັ້ນຕິດຕໍ່ກັນກັບເຂດ Nagorno-Karabakh ທີ່ປະກາດຕົນເອງວ່າ ເປັນສາທາລະນະລັດ ຢູ່ໃນອາເຈີບາຍຈານ
ພາບຖ່າຍທີ່ເຜີຍແຜ່ໂດຍກະຊວງປ້ອງກັນປະເທດຂອງອາເມເນຍ ໃນວັນທີ 27 ກັນຍາ, 2020 ສະແດງໃຫ້ເຫັນວ່າ ກໍາລັງທະຫານຂອງອາເມເນຍທໍາລາຍພາຫະນະຂອງກອງທັບອາເຈີບາຍຈານ ຢູ່ເສັ້ນຕິດຕໍ່ກັນກັບເຂດ Nagorno-Karabakh ທີ່ປະກາດຕົນເອງວ່າ ເປັນສາທາລະນະລັດ ຢູ່ໃນອາເຈີບາຍຈານ

ໂຄສົກຂອງອົງການສະຫະປະຊາຊາດທ່ານ ແອນໂຕນິໂອ ກູແຕເຣສ (António Guterres) ໄດ້ກ່າວປະນາມການສູ້ລົບກັນທີ່ຮຸນແຮງທີ່ເກີດຂຶ້ນໃນເຂດນາກໍໂນ-ກາຣາບາກ (Nagorno-Karabakh) ໃນຕອນເຊົ້າວັນອາທິດວານນີ້ ແລະສະແດງຄວາມເສຍໃຈ “ຕໍ່ການເສຍຊີວິດ ແລະຈໍານວນພົນລະ ເມືອງໄປ,” ນັ້ນ ຄືຄໍາເວົ້າຂອງໂຄສົກຂອງທ່ານຢູ່ໃນຖະແຫລງການສະບັບນຶ່ງ.

ທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ຢູ່ໃນຂໍ້ຂັດແຍ້ງ“ ຢຸດການສູ້ລົບກັນໃນທັນທີ, ເຮັດໃຫ້ຄວາມເຄັ່ງຕຶງຫລຸດຜ່ອນລົງ ແລະກັບຄືນສູ່ການເຈລະຈາທີ່ມີຄວາມໝາຍ ໂດຍບໍ່ມີຄວາມຫລ້າຊ້າ”, ນັ້ນຄືຄໍາເວົ້າຢູ່ໃນຄໍາຖະແຫລງການ ໂດຍກ່າວເພີ້ມອີກວ່າ ທ່ານກູແຕເຣສ (Guterres) ຈະລົມກັບປະທານາ ທິບໍດີອາເຈີບາຍຈານ (Azerbaijan) ແລະນາຍົກລັດຖະມົນຕີຂອງອາເມເນຍ (Armenia).

ທ່ານກູແຕເຣສ (Guterres) ໄດ້ກ່າວຢໍ້າຄືນເຖິງການສະໜັບສະໜູນຢ່າງເຕັມສ່ວນ ຕໍ່ບົດບາດຂອງການເປັນປະທານຮ່ວມຂອງກຸ່ມ OSCE Minsk, ເຊິ່ງເປັນບົດບາດທີ່ທ່ານກ່າວວ່າມີຄວາມສຳຄັນຫຼາຍ, ແລະຮຽກຮ້ອງໃຫ້ "ຝ່າຍຕ່າງໆຮ່ວມມືກັນຢ່າງໃກ້ຊິດເພື່ອໃຫ້ມີການເຈລະຈາຄືນໃໝ່ຢ່າງຮີບດ່ວນໂດຍບໍ່ມີເງື່ອນໄຂລ່ວງໜ້າໃດໆ."

ສ່ວນສະຫະລັດນັ້ນ, ໃນວັນອາທິດວານນີ້, ຍັງໄດ້ຮຽກຮ້ອງໃຫ້ຍຸຕິການເປັນປໍລະປັກກັນ. ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານນາງ ມໍແກນ ອໍທາກັສ (Morgan Ortagus) ໄດ້ອອກຖະແຫຼງການສະບັບນຶ່ງ ໂດຍກ່າວວ່າສະຫະລັດ “ກ່າວປະນາມຢ່າງຮຸນແຮງທີ່ສຸຕໍ່ການເພີ່ມທະວີຄວາມຮຸນແຮງອັນນີ້.” ຖະແຫຼງການນັ້ນໄດ້ຮຽກຮ້ອງໃຫ້ທັງສອງຝ່າຍເຮັດວຽກຮ່ວມກັບປະທານຮ່ວມຂອງກຸ່ມ OSCE Minsk "ເພື່ອກັບຄືນສູ່ການເຈລະຈາທີ່ມີຜົນໄວເທົ່າທີ່ຈະໄວໄດ້."

ກຸ່ມ OSCE Minsk ແມ່ນມີໜ້າທີ່ໃນການຊອກຫາວິທີແກ້ໄຂບັນຫາການຂັດແຍ້ງໂດຍສັນຕິວິທີເພື່ອເຮັດໃຫ້ການຂັດແຍ້ງກັນຍຸຕິລົງ. OSCE ແມ່ນອົງການເພື່ອຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣບ.

ສະຫະລັດພ້ອມດ້ວຍຝຣັ່ງແລະຣັດເຊຍເປັນປະທານຮ່ວມຂອງກຸ່ມ OSCE Minsk ທີ່ໄດ້ອອກຖະແຫຼງການຮ່ວມໃນວັນອາທິດວານນີ້ ກ່ຽວກັບ "ການດໍາເນີນການທາງທະຫານຂະໜາດໃຫຍ່ ຕາມເສັ້ນສາຍການຕິດຕໍ່ຢູ່ໃນເຂດ ທີ່ມີຂໍ້ຂັດແຍ່ງກັນຂອງແນໂກໂນ-ກາຣາບາກ (Nagorno-Karabakh).

https://www.osce.org/minsk-group/465018

ປະທານຮ່ວມກ່າວວ່າ “ພວກເຮົາປະນາມຢ່າງແຮງຕໍ່ການໃຊ້ກຳລັງແລະເສຍໃຈກັບການສູນເສຍຊີວິດທີ່ບໍ່ມີຄວາມໝາຍຫຍັງ, ລວມທັງພົນລະເຮືອນອີກດ້ວຍ.” ພວກເຂົາເຈົ້າໄດ້ຮຽກຮ້ອງ "ໃຫ້ທຸກຝ່າຍຍຸຕິການເປັນປໍລະປັກກັນໃນທັນທີທັນໃດ ແລະເລີ່ມໃການເຈລະຈາຄືນໃໝ່ ເພື່ອຊອກຫາມາດຕະການແກ້ໄຂບັນຫາທີ່ມີຄວາມຍືນຍົງ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG