ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກລັດອິສລາມ ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີ ໃນເມືອງ ມາກໄຊ


ຕຳຫຼວດ ຝຣັ່ງ ຈີ້ປືນໃສ່ຜູ້ຊາຍຄົນນຶ່ງຢູ່ພື້ນດິນ (ກາງ) ໃນຂະນະທີ່ແມ່ຍິງທີ່ຖືກມີດແທງນອນຢູ່ເທິງພື້ນດິນ (ຊ້າຍ). ຕຳຫຼວດເຝົ້າຍາມບໍລິເວນດັ່ງກ່າວລຸນຫຼັງການໂຈມຕີ. 1 ຕຸລາ 2017.
ຕຳຫຼວດ ຝຣັ່ງ ຈີ້ປືນໃສ່ຜູ້ຊາຍຄົນນຶ່ງຢູ່ພື້ນດິນ (ກາງ) ໃນຂະນະທີ່ແມ່ຍິງທີ່ຖືກມີດແທງນອນຢູ່ເທິງພື້ນດິນ (ຊ້າຍ). ຕຳຫຼວດເຝົ້າຍາມບໍລິເວນດັ່ງກ່າວລຸນຫຼັງການໂຈມຕີ. 1 ຕຸລາ 2017.

ຜູ້ຊາຍທີ່ຖືກກ່າວຫາວ່າໃຊ້ມີດແທງແມ່ຍິງໄວໜຸ່ມສອງຄົນຕາຍໃນເມືອງ Marseille
ປະເທດ ຝຣັ່ງ ໃນວັນອາທິດວານນີ້ ໄດ້ຖືກຈັບກຸມ ແລະ ຕໍ່ມາຕຳຫຼວດກໍໄດ້ປ່ອຍຕົວ
ສອງມື້ກ່ອນເຫດການໄດ້ເກີດຂຶ້ນ.

ບັນດາເຈົ້າໜ້າທີ່ ຝຣັ່ງ ກ່າວວ່າ ຜູ້ຕ້ອງສົງໄສ, ທີ່ໃຊ້ບັດປະຈຳຕົວຫຼາຍບັດ ໄດ້ຖືກຕຳ
ຫຼວດກັກໂຕ ໃນເມືອງ Lyon ໃນວັນທີ 29 ກັນຍາທີ່ຜ່ານມາ ຍ້ອນຖືກສົງໄສວ່າລັກ
ເຄື່ອງ, ແຕ່ໄດ້ຖືກປ່ອຍຕົວຍ້ອນບໍ່ມີຫຼັກຖານພຽງພໍ.

ມີລາຍງານວ່າຜູ້ຊາຍຄົນດັ່ງກ່າວ ໄດ້ຮ້ອງຂຶ້ນດ້ວຍຄຳວ່າ “Allahu Akbar” ຫຼື ພະເຈົ້າ
ແມ່ນຜູ້ຍິ່ງໃຫຍ່ ໃນເວລາທີ່ລາວໄດ້ແທງແມ່ຍິງສອງຄົນຢູ່ສະຖານີລົດໄຟໃຫຍ່ຂອງ
ເມືອງ Marseille ກ່ອນທະຫານ ຝຣັ່ງ ຈະຍິງລາວຕາຍ.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີ ຜ່ານອົງການຂ່າວ
ທາງການຂອງພວກເຂົາ.

ວິດີໂອຂອງຕຳຫຼວດ ໄດ້ສະແດງໃຫ້ເຫັນວ່າ ຜູ້ຕ້ອງສົງໄສແທງແມ່ຍິງຄົນນຶ່ງ, ໄດ້ຫາຍ
ຕົວໄປ ແລະ ປາກົດຕົວອີກໃນເວລາຕໍ່ມາ ເພື່ອໂຈມຕີຜູ້ຮັບເຄາະຄົນທີສອງ.

ລາວໄດ້ແລ່ນຕົງໄປຫາທະຫານຜູ້ທີ່ໄດ້ຍິງປືນໃສ່ ແລະ ຂ້າລາວ. ຜູ້ໂຈມຕີ ແລະ ຜູ້
ເຄາະຮ້າຍບໍ່ໄດ້ຖືກລະບຸຊື່ຢ່າງເປີດເຜີຍ.

ຕຳຫຼວດໄດ້ປິດ ແລະ ກີດກັນສະຖານີລົດໄຟນັ້ນໄວ້ ແລະ ລັດຖະມົນຕີປ້ອງກັນຄວາມ
ສະຫງົບ ຝຣັ່ງ ທ່ານ Gerard Collomb ກໍໄດ້ເດີນທາງໄປເມືອງ Marseille ໂດຍ
ທັນທີທັນ.

ບັນດາໄອຍະການ ຝຣັ່ງ ໄດ້ເປີດການສອບສວນປາບປາມລັດທິກໍ່ການຮ້າຍ, ແຕ່ທ່ານ
Collomb ຍັງບໍ່ໄດ້ປະກາດຢ່າງເປັນທາງການວ່າມັນແມ່ນການໂຈມຕີກໍ່ການຮ້າຍຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG