ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

'ມີຫລາຍຄໍາຖາມ' ເກີດຂຶ້ນ ຫລັງການໄປຢ້ຽມຢາມ ຫ້ອງວິໄຈ ເຊື້ອໄວຣັສ ວູຫານ ຂອງ ທີມງານ ອົງການອະນາໄມໂລກ


ພວກນັກຂ່າວ ແລະເຈົ້າໜ້າທີ່ຮັກສາຄວາມປອດໄພພາກັນໄປຢູ່ໃກ້ທາງເຂົ້າສະຖານບັນວິທະຍາສາດດ້ານໄວຣັສຂອງວູຫານຫລັງຈາກຄະນະນັກສືບສວນສາກົນຂອງອົງການອະນາໄມໂລກໄດ້ໄປຢ້ຽມຢາມສະຖາບັນແຫ່ງນັ້ນ ໃນວັນທີ 3 ກຸມພາ, 2021 (ພາບໂດຍ AP Photo/Ng Han Guan)
ພວກນັກຂ່າວ ແລະເຈົ້າໜ້າທີ່ຮັກສາຄວາມປອດໄພພາກັນໄປຢູ່ໃກ້ທາງເຂົ້າສະຖານບັນວິທະຍາສາດດ້ານໄວຣັສຂອງວູຫານຫລັງຈາກຄະນະນັກສືບສວນສາກົນຂອງອົງການອະນາໄມໂລກໄດ້ໄປຢ້ຽມຢາມສະຖາບັນແຫ່ງນັ້ນ ໃນວັນທີ 3 ກຸມພາ, 2021 (ພາບໂດຍ AP Photo/Ng Han Guan)

ຄະນະນັກສືບສວນສາກົນຂອງອົງການອະນາໄມໂລກໄດ້ໄປຢ້ຽມຢາມຫ້ອງວິໄຈເຊື້ອໄວຣັສແຫ່ງນຶ່ງໃນເມືອງວູຫານຂອງຈີນ, ຊຶ່ງເປັນສູນຄົ້ນຄ້ວາບ່ອນທີ່ມີການຄາດເດົາກ່ຽວກັບຂ່າວລືທີ່ວ່າ ເປັນບ່ອນກຳເນີດຂອງພະຍາດໂຄວິດ-19.

ທີມງານໄດ້ໃຊ້ເວລາປະມານ 3 ຊົ່ວໂມງເຄິ່ງ ຢູ່ໃນສະຖາບັນວິທະຍາສາດດ້ານໄວຣັສຂອງວູຫານ. ເມື່ອນັກຂ່າວຖາມວ່າ ພວກເຂົາເຈົ້າໄດ້ພົບເຫັນສິ່ງໃດບໍ່, ນັກຄົ້ນຄວ້າຄົນນຶ່ງໃນນັ້ນໄດ້ຮ້ອງອອກມາຈາກລົດໃນຂະນະທີ່ຂັບມັນອອກໄປຢູ່ນັ້ນວ່າ "ໜ້າສົນໃຈຫຼາຍ, ມີຄຳຖາມຫລາຍອັນ."

ສະຖາບັນດັ່ງກ່າວແມ່ນເປັນຫົວເລື້ຶອງຂອງທິດສະດີສົມຮູ້ຮ່ວມຄິດທີ່ຄາດເດົາເລົ່າລືກັນອອກມາ ກ່ຽວກັບການຮົ່ວໄຫຼຂອງຫ້ອງວິໄຈທີ່ກໍ່ໃຫ້ເກີດການລະບາດຂອງໄວຣັສໂຄໂຣນາຄັ້ງທຳອິດໃນເມືອງດັ່ງກ່າວ. ນັກວິທະຍາສາດສ່ວນຫຼາຍແລ້ວແມ່ນໄດ້ປະຕິເສດການສົມມຸດຖານອັນນັ້ນ, ແຕ່ບາງຄົນກໍມີການຄາດເດົາກັນວ່າໄວຣັສທີ່ຖືກຈັບມາຈາກທຳມະຊາດ ອາດຈະໄດ້ຖືກຄິດຄົ້ນເອົາມາທົດລອງຢູ່ຫ້ອງວິໄຈ ເພື່ອກວດສອບເບິ່ງຄວາມສ່ຽງຕໍ່ມະນຸດ ແລະຈາກນັ້ນກໍ່ໄດ້ເລັດລອດອອກໄປ.

ນັກວິທະຍາສາດຮຽກຮ້ອງໃຫ້ຫ້ອງວິໄຈເປີດເຜີຍລາຍລະອຽດຂອງຕົວຢ່າງທີ່ໃຊ້ເພື່ອກວດຫາໄວຣັສໂຄໂຣນາທັງໝົດ ທີ່ໄດ້ຖືກສຶກສາຄົ້ນຄວ້າຢູ່ທີ່ນັ້ນ ເພື່ອຈະສືບສວນກ່ຽວກັບທິດສະດີເຫລົ່ານັ້ນ.

ການຢ້ຽມຢາມຫ້ອງທົດລອງດັ່ງກ່າວ ໄດ້ມີຂຶ້ນໃນມື້ທີ 6 ຂອງການໄປປະຕິບັດງານເພື່ອຄົ້ນຫາຕົ້ນກຳເນີດຂອງໄວຣັສທີ່ປາກົດຕົວຂຶ້ນເປັນຄັ້ງທຳອິດຢູ່ໃນເຂດພາກກາງຂອງຈີນແຫ່ງນັ້ນໃນທ້າຍປີ 2019 ແລະນັບຕັ້ງແຕ່ນັ້ນ ມາກໍມີຜູ້ເສຍຊີວິດຫຼາຍກວ່າ 2 ລ້ານ 2 ແສນຄົນໃນທົ່ວໂລກ.

ເຈົ້າໜ້າທີ່ອົງການອະນາໄມໂລກ ລວມທັງສະມາຊິກໃນທີມງານ ໄດ້ພະຍາຍາມດັດປັບຄວາມຄາດຫວັງຂອງພາລະກິດນັ້ນ ແລະໂອກາດທີ່ຈະຊອກຫາຄຳຕອບທີ່ແນ່ນອນໃນການເດີນທາງຄັ້ງນີ້, ລວມທັງເລື້ອງທີ່ວ່າໄວຣັສດັ່ງກ່າວໂດດຈາກສັດໄປຫາມະນຸດໄດ້ແນວໃດນັ້ນ ແມ່ນມີໜ້ອຍຫລາຍ.

ແຕ່ຢູ່ໃນການໃຫ້ສຳພາດໃນວັນອັງຄານຜ່ານມານີ້ ກັບສຳນັກຂ່າວ Sky News ຂອງອັງກິດ, ສະມາຊິກຂອງທີມງາມແລະນັກຊ່ຽວຊານດ້ານນິເວດວິທະຍາຂອງພະຍາດ, ທ່ານພີເຕີ ແດສຊັກ (Peter Daszak) ກ່າວວ່າ ຜູ້ສືບສວນໄດ້ພົບເຫັນຂໍ້ມູນ ທີ່ບໍ່ທັນໄດ້ເຫັນມາກ່ອນ ແລະທີມງານກຳລັງ “ໄປເຖິງຈຸດໃດຈຸດນຶ່ງ” ໃນຄວາມພະຍາຍາມຂອງພວກເຂົາເຈົ້າ ໃນການຊອກຫາແຫຼ່ງທີ່ມາຂອງເຊື້ອໄວຣັສນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG