ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະຫຼອງ ຕ້ອນຮັບປີໃໝ່ ຖືກຫຼຸດຜ່ອນລົງ ຫຼືບໍ່ກໍຍົກເລີກ ຍ້ອນການຕິດເຊື້ອໄວຣັສໂຄໂຣນາ ທີ່ເພີ່ມຂຶ້ນ


ຖະໜົທີ 7 ສ່ວນໃຫຍ່ແມ່ນເປົ່າຫວ່າງໃນລະຫວ່າງເວລາທີ່ຄວນແອອັດໄປດ້ວຍຜູ້ຄົນ ໃນຈະຕຸລັດ Times Square ໃນຄືນກ່ອນວັນປີໃໝ່ ຍ້ອນໂຣກລະບາດໄວຣັສໂຄໂຣນາ. ນະຄອນ ນິວຢອກ, ສະຫະລັດ ອາເມຣິກາ. 31 ທັນວາ, 2020.
ຖະໜົທີ 7 ສ່ວນໃຫຍ່ແມ່ນເປົ່າຫວ່າງໃນລະຫວ່າງເວລາທີ່ຄວນແອອັດໄປດ້ວຍຜູ້ຄົນ ໃນຈະຕຸລັດ Times Square ໃນຄືນກ່ອນວັນປີໃໝ່ ຍ້ອນໂຣກລະບາດໄວຣັສໂຄໂຣນາ. ນະຄອນ ນິວຢອກ, ສະຫະລັດ ອາເມຣິກາ. 31 ທັນວາ, 2020.

ປະຊາຊົນ 7 ພັນ 8 ລ້ານຄົນໃນທົ່ວໂລກໄດ້ກ່າວອຳລາປີ 2020 ໄປແລ້ວໂດຍປາສະຈາກການເຕົ້າໂຮມກັນໃນທີ່ສາທາລະນະຕາມປົກກະຕິ ຍ້ອນໂຣກລະບາດໄວຣັສໂຄໂຣນາສາຍພັນໃໝ່.

ການເລີ່ມຕົ້ນປີ 2021 ໃນປະເທດ ຣັດເຊຍ ໄດ້ມີງານໃນທີ່ສາທາລະນະສ່ວນໃຫຍ່ຖືກຍົກເລີກ. ແຕ່ແນວໃດກໍຕາມ, ໃນເມືອງ ຄາລູກາ ປະເທດ ຣັດເຊຍ, ເຊິ່ງຖືກພິຈາລະນາວ່າເປັນເມືອງຫຼວງໃນຄືນກ່ອນວັນຂຶ້ນປີໃໝ່ຂອງປະເທດນັ້ນ, ການສະເຫຼີມສະຫຼອງຕ່າງໆສຳລັບພວກນັກທ່ອງທ່ຽວ ແມ່ນໄດ້ມີກຳນົດຈັດຂຶ້ນເຖິງແມ່ນວ່າປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນຢາກໃຫ້ງານຕ່າງໆຖືກຍົກ ເລີກກໍຕາມ. ເມືອງດັ່ງກ່າວແມ່ນຕັ້ງຢູ່ 150 ກິໂລແມັດທາງພາກຕາເວັນຕົກສຽງໃຕ້ຂອງນະຄອນ ຫຼວງ ມົສກູ.

ປະເທດ ເທີກີ ໄດ້ຕ້ອນຮັບປີໃໝ່ດ້ວຍການເລີ່ມຕົ້ນກັກບໍລິເວນ 4 ວັນ, ແລະ ປະທານາທິບໍດີ ຣີເຊັບ ໄຕຢິບ ເອີດູອານ ໄດ້ກ່າວວ່າເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຈະປາບປາມການຈັດງານລ້ຽງທີ່ຜິດກົດໝາຍຢູ່ຕາມໂຮງແຮມ.

ຈາກນະຄອນຫຼວງ ບຣັສໂຊລສ໌ ຫາ ເບີລິນ, ການສະເຫຼີມສະຫຼອງແມ່ນມິດງຽບຍ້ອນມາດຕະການຫ້າມທັງຫຼາຍຂອງໂຣກລະບາດ.

ປະເທດ ຝຣັ່ງ ໄດ້ສົ່ງເຈົ້າໜ້າທີ່ອອກໄປຕາມຖະໜົນຕື່ມອີກ 100,000 ຄົນ ເພື່ອບັງຄັບການຫ້າມອອກນອກບ້ານໃນຍາມກາງຄືນ ແລະ ປະເທດ ກຣີສ ໄດ້ກ່າວວ່າເຂົາເຈົ້າກໍຈະບັງຄັບໃຊ້ການຫ້າມອອກນອກບ້ານໃນຍາມກາງຄືນເຊັ່ນກັນ.

ລັດຖະມົນຕີ ລະບຽບສັງຄົມຂອງ ກຣີສ ທ່ານ ມິຄາລິສ ຄຣິສໂຊຮອຍດິສ (Michalis Chrisohoidis) ໄດ້ກ່າວວ່າ “ຈະບໍ່ມີໃຜອອກມາຖະໜົນຫຼັງຈາກ 10 ໂມງກາງຄືນ. ນະຄອນ ຫຼວງ ເອເທັນສ໌ ຈະເປັນເມືອງຮ້າງ ເພື່ອຮັບປະກັນວ່າມັນຈະບໍ່ມີການວາງຂໍ້ຫ້າມຕື່ມອີກ.”

ໃນ ອັງກິດ, ເຊິ່ງກຳລັງດີ້ນຮົນຮັບມືກັບເຊື້ອໄວຣັສກາຍພັນທີ່ຕິດຕໍ່ກັນໄດ້ງ່າຍກວ່າເກົ່ານັ້ນ, ບັນ ດາຜູ້ອາໄສຢູ່ໃນທ້ອງຖິ່ນໄດ້ຖືກຂໍໃຫ້ “ຕ້ອນຮັບປີໃໝ່ຢ່າງປອດໄພຢູ່ໃນບ້ານຂອງເຂົາເຈົ້າ.” ນະ ຄອນຫຼວງ ລອນດອນ ແມ່ນໄດ້ຢູ່ພາຍໃຕ້ການກັກບໍລິເວນທີ່ເຄັ່ງຄັດ ທີ່ໄດ້ຫຼຸດຜ່ອນການສະເຫຼີມສະຫຼອງບຸນຄຣິສມັສ ແລະ ການອອກໄປ ຊັອບປິ້ງ, ແລະ ການຈູດດອກໄມ້ໄຟຢູ່ແມ່ນໍ້າ ເທມສ໌ ແມ່ນໄດ້ຖືກຍົກເລີກ.

ນະຄອນ ດູໄບ ໄດ້ຕ້ອນຮັບປີໃໝ່ດ້ວຍການສະແດງດອກໄມ້ໄຟປະຈຳປີໃກ້ກັບຕຶກທີ່ສູງທີ່ສຸດໃນໂລກ ເຊິ່ງແມ່ນຕຶກ ເບີດຈ໌ ຄາລີຟາ (Burj Khalifa), ແຕ່ບາງຄົນເວົ້າວ່າກົດລະບຽບການຫຼຸດຜ່ອນໄວຣັສໄດ້ເຮັດໃຫ້ງານບໍ່ມ່ວນຄືເກົ່າ.

ທ່ານ ບາເຊຍ ເຊຮູ (Bashir Shehu), ອາຍຸ 50 ປີ, ຈາກນະຄອນຫຼວງ ອາບູຈາ ປະເທດ ໄນຈີເຣຍ ທີ່ໄດ້ໄປຢ້ຽມຢາມນະຄອນດັ່ງກ່າວກັບຄອບຄົວໄດ້ກ່າວຕໍ່ອົງການຂ່າວ AP ວ່າ, “ຄົນມານະຄອນ ດູໄບ ຍ້ອນວ່າມັນເປີດ, ແຕ່ມັນມີກົດລະບຽບຫຼາຍແນວ. ພວກເຮົາຫວັງວ່າປີໜ້າພວກເຮົາຈະສາມາດສະເຫຼີມສະຫຼອງດ້ວຍອິດສະຫລະພາບທີ່ແທ້ຈິງ.”

The world’s 7.8 billion people are bidding a hearty farewell to 2020 without the usual fanfare and public gatherings because of the novel coronavirus pandemic.

The start of 2021 in Russia saw most public events canceled. However, in Kaluga, Russia, which is considered the country’s New Year’s Eve capital, celebrations for tourists were set to continue even though residents wanted to see events canceled. The city is 150 kilometers southwest of Moscow.

Turkey greeted the New Year by starting a four-day lockdown, and President Recep Tayyip Erdogan said law enforcement would crack down on illegal hotel parties.

From Brussels to Berlin, celebrations were muted by the pandemic’s restrictions.

France put 100,000 extra officers on its streets to enforce a curfew, and Greece said it would enforce its curfew as well.

“No one will be on the streets after 10 p.m. [Athens] will be a dead city to make sure no more restrictions are imposed,” said Greece’s public order minister, Michalis Chrisohoidis.

In Britain, which is struggling with a more contagious variant of the virus, residents were asked to “see in the new year safely at home.” London has been under a strict lockdown that curtailed Christmas celebrations and shopping sprees, and the pyrotechnics over the River Thames were canceled.

Dubai kicked off 2021 with its annual fireworks show near the tallest building in the world, the Burj Khalifa, but some say virus mitigation rules made the event less fun.

“People come to Dubai because it’s open, but there are so many rules,” Bashir Shehu, 50, who was visiting from Abuja, Nigeria, with his family, told AP. “We pray that next year we can celebrate with some real freedom.”

XS
SM
MD
LG