ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ້ານວ່າ ມີຫຼາຍຄົນເສຍຊີວິດ ໃນເຫດລະເບີດ ໃນເມືອງຫລວງ ຂອງໄນຈີເຣຍ (ສະໄລດ໌/ວີດີໂອ)


ແມ່ຍິງສອງຄົນ ພາກັນສະແດງຄວາມຕົກໃຈແລະຢ້ານກົວ ເວລາເຫັນພວກທີ່ໄດ້ຮັບເຄາະຮ້າຍ ໄດ້ເຫດລະເບີດແຕກ ມາຮອດໂຮງໝໍ Asokoro ໃນນະຄອນຫລວງ Abuja, ວັນທີ 14 ເມສາ, 2014.
ແມ່ຍິງສອງຄົນ ພາກັນສະແດງຄວາມຕົກໃຈແລະຢ້ານກົວ ເວລາເຫັນພວກທີ່ໄດ້ຮັບເຄາະຮ້າຍ ໄດ້ເຫດລະເບີດແຕກ ມາຮອດໂຮງໝໍ Asokoro ໃນນະຄອນຫລວງ Abuja, ວັນທີ 14 ເມສາ, 2014.
ຢ້ານ​ວ່າ ປະຊາຊົນ​ຫຼາຍ​ຄົນ​ໄດ້​ເສຍ​ຊີວິດ​ໄປ ຫຼັງ​ຈາກ
ລະ​ເບີດລູກ​ນຶ່ງແຕກ​ຂຶ້ນ ຢູ່​ສະຖານີ​ລົດເມ​ແຫ່ງ​ນຶ່ງ ​ໃນ​
ເຂດ​ຊານ​ເມືອງ​ຫຼວງ​ Abuja ຂອງ​ໄນ​ຈີ​ເຣຍ.

ລາຍ​ງານ​ຂັ້ນ​ທຳ​ອິດ ​ເວົ້າ​ວ່າ ມີ​ຢ່າງ​ໜ້ອຍ 20 ຄົນ​ ເສຍ​
ຊີວິດ​ໄປ ​ແລະ​ອີກ​ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະຖືກ​ນຳ
​ສົ່ງ​ໂຮງໝໍ​ແຫ່ງ​ຕ່າງໆ​ໃນ​ທ້ອງ​ຖິ່ນຢ່າງ​ຟ້າ​ວຟັ່ງ ຫຼັງ​ຈາກ
​ເກີດ​ລະ​ເບີດ ​ຢູ່ສະຖານີ​ລົດ​ເມ Nyanya ໃນ​ຍາມ​ຜູ້​ຄົນ​
ກຳລັງໄປ​ລ້າ​ໄປ​ການ​ ໃນວັນ​ຈັນ​ມື້​ນີ້.

ຍັງບໍ່​ທັນ​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​
ຄັ້ງ​ນີ້​ເທື່ອ​ ​ແຕ່ຄວາມສົງ​ໄສ​ໄດ້​ຕົກ​ໃສ່ ກຸ່ມຕໍ່ສູ້​ຫົວ​ຮຸນ​ແຮງອິສລາມ Boko Haram ຊຶ່ງ
ມັກ​ທຳ​ການ​ໂຈມ​ຕີ​ໃນເຂດ​ທີ່​ມີຜູ້​ຄົນ​ໄປ​ຊຸມນຸມ​ກັນ ເຊັ່ນ ຕະຫລາດ​ແລະ​ໂຮງຮຽນ ​ເປັນ
ຕົ້ນ.
​ພວກ​ຫົວ​ຮຸນ​ແຮງ​ອິສລາມດັ່ງກ່າວ​ໄດ້​ຖືກ​ສົງ​ໄສ​ວ່າ ​ເປັນ​ຜູ້​ສັງຫານ​ຜູ້​ຄົນຢ່າງ​ໜ້ອຍ
60 ຄົນ​ ໃນ​ການ​ໂຈມ​ຕີ​ທີ່​ລັດ Borno ​ໃນ​ຊ່ວງ​ທ້າຍ​ສັບປະດາທີ່​ຜ່ານ​ມາ. ໜັງສືພິມ
​ໄນ​ຈີ​ເຣຍ ລາຍ​ງານ​ວ່າ ຄົນ​ຮ້າຍ​ໄດ້​ທຳ​ການ​ໂຈມ​ຕີ​ສອງ​ໝູ່​ບ້ານ ​ໃນ​ຍາມ​ກາງຄືນ
​ໂດຍ​ໄດ້​ສັງຫານ​ຊາວບ້ານ​ ຢູ່​ໃນເຮືອນ​ຊານ​ຂອງ​ເຂົາ​ເຈົ້າ ​ແລະ​ຈູດ​ໄຟ​ເຜົາ​ບ້ານ​
ເຮືອນ​ ແລະ​ຮ້ານ​ຄ້າ​ຮ້ານ​ຂາຍ.

ກຸ່ມ Boko Haram ​ໄດ້​ຖືກ​ຖິ້ມ​ໂທດ​ໃສ່​ວ່າ​ ເປັນ​ຜູ້​ສັງຫານ​ຜູ້​ຄົນ​ຫຼາຍພັນ​ຄົນ​ ນັບ​ແຕ່
​ພວກ​ເຂົາ​ໄດ້​ເລີ້ມ​ທຳ​ການ​ກໍ່​ການ​ກະບົດ​ຂຶ້ນ ​ຕໍ່ຕ້ານ​ລັດ ຖະບານໃນ​ປີ 2009 ເປັນ​
ຕົ້ນ​ມາ. ອົງການ​ນິລະ​ໂທດ​ສາກົນ ກ່າວ​ເມືອ​ສອງ​ສັບປະດາ​ຜ່ານ​ມາ​ວ່າ ປະຊາຊົນ
​ໄດ້​ເສຍ​ຊີວິດ​ໄປແລ້ວໃນຈຳນວນ 1500 ຄົນ​ ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ ທີ່​ພົວພັນ​
ກັບ​ກຸ່ມ Boko Haram ​ໃນປີ​ນີ້​.

ເບິ່ງວີດີໂອ ກ່ຽວກັບ ການໂຈມຕີຂອງກຸ່ມ Boko Haram:
Nigeria Struggles With Surging Boko Haram Violence
please wait

No media source currently available

0:00 0:03:10 0:00
ລິງໂດຍກົງ
XS
SM
MD
LG